ເມື່ອບໍ່ດົນມານີ້, ສະຫາຍ ບຸນທອງ ຈິດມະນີ ກໍາມະການກົມ ການເມືອງ, ຜູ້ປະຈໍາການ ຄະນະເລຂາທິການສູນກາງພັກ, ຮອງປະທານປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ຂອງ ສະຫາຍ ຈ້າວ ຊື້ທົງ ຜູ້ຊ່ວຍ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຈີນ ພ້ອມຄະນະ ໃນໂອກາດເດີນທາງມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ແຕ່ວັນທີ 13-14 ກັນຍາ 2024.
ໃນໂອກາດນີ້, ສະຫາຍ ບຸນທອງ ຈິດມະນີ ໄດ້ສະແດງຄວາມຊົມເຊີຍຕໍ່ການມາຢ້ຽມຢາມ ແລະ ເຮັດວຽກ ຢູ່ ສປປ ລາວ ຂອງຄະນະ, ຕີລາຄາສູງຜົນສຳເລັດການສ້າງສາ ພັດທະນາປະເທດ ຊາດ ທີ່ປະຊາຊົນຈີນອ້າຍນ້ອງຍາດມາໄດ້ ໃນໄລຍະຜ່ານມາ ໂດຍພາຍໃຕ້ການນຳພາຂອງພັກກອມມູນິດຈີນ ທີ່ມີ ສະຫາຍ ສີຈິ້ນຜິງ ເປັນແກນກາງ, ຊົມເຊີຍ ຜົນສຳເລັດກອງປະຊຸມຄົບຄະນະ ຄັ້ງທີ 3 ສະໄໝທີ 20 ຂອງພັກກອມມູນິດຈີນ ທີ່ໄຂຂຶ້ນໃນກາງເດືອນກໍລະກົດ ຜ່ານມາ. ພ້ອມທັງໄດ້ແຈ້ງສະພາບພົ້ນເດັ່ນຂອງພັກ, ລັດ ໃນໄລຍະຜ່ານມາ ໂດຍສະເພາະ ຜົນສຳເລັດໃນການສ້າງສາພັດທະນາເສດຖະກິດ-ສັງ ຄົມ, ການຈັດຕັ້ງຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ຄັ້ງທີ XI ໄລຍະທ້າຍສະໄໝ, ການກະກຽມກອງປະຊຸມ 3 ຂັ້ນ ເພື່ອກ້າວໄປສູ່ກອງປະຊຸມໃຫຍ່ ຄັ້ງທີ XII ຂອງພັກ, ການຮັບມືກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະ ກິດ, ການເງີນ ແລະ ການເປັນເຈົ້າພາບ ກອງປະຊຸມອາຊຽນຂອງລາວ; ຕີລາຄາສູງການພົວພັນຮ່ວມມື ລະຫວ່າງ ສອງພັກ ລາວ- ຈີນ ກໍຄື ໝາກຜົນຂອງການຈັດຕັ້ງປະຕິບັດແຜນການຮ່ວມມື 2 ພັກ ໃນໄລຍະຜ່ານມາ.
ພ້ອມນີ້, ສະຫາຍຍັງຊີ້ນຳໃຫ້ຄະນະພົວພັນຕ່າງປະເທດ ຂອງ 2 ສູນກາງພັກ ສືບຕໍ່ປະສານສົມທົບກັນຢ່າງໃກ້ຊິດ ໃນການຈັດຕັ້ງຜັນຂະຫຍາຍເນື້ອໃນຈິດໃຈທີ່ການນຳສູງສຸດ 2 ພັກ, 2 ປະເທດໄດ້ຕົກລົງເປັນເອກະພາບນຳກັນໃນຜ່ານມາ, ສືບຕໍ່ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກໍາລາວ-ຈີນ ບົດສະບັບໃໝ່ (2024-2028) ໃຫ້ມີຄຸນນະພາບສູງ, ມາດຕະຖານສູງ ແລະ ລະດັບສູງກວ່າເກົ່າ, ສືບຕໍ່ເຮັດໜ້າທີ່ເປັນເສນາທິການໃຫ້ແກ່ 2 ພັກ ໃນການເພີ່ມພູນຄູນສ້າງສາຍພົວພັນ ລາວ-ຈີນ ໃຫ້ສືບຕໍ່ເຂົ້າສູ່ລວງເລິກໃນທຸກຂົງເຂດ ແລະ ກ້າວສູ່ລະດັບ ໃໝ່ ຢ່າງບໍ່ຢຸດຢັ້ງ.
ສະຫາຍ ຈ້າວ ຊື້ທົງ ໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ບຸນທອງ ຈິດມະນີ ທີ່ໃຫ້ກຽດຕ້ອນຮັບ ແລະ ໄດ້ແຈ້ງສະພາບພົ້ນເດັ່ນຂອງ ສປ ຈີນ ໃຫ້ຊາບ, ຕີລາຄາສູງ ການພົວພັນຮ່ວມມືສອງຝ່າຍໃນໄລຍະຜ່ານມາ, ພ້ອມທັງໄດ້ສະເໜີບາງທິດທາງແຜນການໃນຕໍ່ໜ້າ ໃນການສືບຕໍ່ຈັດຕັ້ງປະຕິ ບັດ ບັນດາເນຶ້ອໃນຈິດໃຈທີ່ການນຳຂັ້ນສູງສອງພັກ, ສອງລັດ ໄດ້ຕົກລົງເປັນເອກະພາບກັນໃນຜ່ານມາ ກໍຄື ການຈັດຕັ້ງປະຕິບັດ ແຜນແມ່ບົດວ່າດ້ວຍການສ້າງຄູ່ຮ່ວມຊາຕາກໍາ ລາວ-ຈີນ, ແຜນການຮ່ວມມື ລະຫວ່າງ ສອງພັກ ໃຫ້ມີປະສິດທິຜົນສູງກວ່າເກົ່າ ແລະ ໄດ້ສະ ແດງຄວາມຊົມເຊີຍຜົນສໍາເລັດດ້ານຕ່າງໆ ໃນການສ້າງສາພັດ ທະນາປະເທດຊາດ ທີ່ປະຊາຊົນລາວ ຍາດມາໄດ້ພາຍໃຕ້ການນໍາພາອັນຖືກ ຕ້ອງຂອງພັກປະຊາຊົນ ປະຕິວັດລາວ ໂດຍສະເພາະການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ສະໄໝທີ XI ໄລຍະທ້າຍວາລະ, ການປະຕິບັດ 2 ວາລະແຫ່ງຊາດ, ການຮັບມືກັບສະພາບຄວາມຫຍຸ້ງຍາກ ດ້ານເສດຖະກິດ, ການເງິນ ແລະ ການເປັນປະທານອາຊຽນ ຂອງ ສປປ ລາວ ໃນປັດຈຸບັນ.
ໃນວັນດຽວກັນ, ສະຫາຍ ທອງສະຫວັນ ພົມວິຫານ ກຳມະ ການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກໍໄດ້ໃຫ້ການຕ້ອນຮັບເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຈ້າວ ຊື້ທົງ ພ້ອມດ້ວຍຄະນະ ເຊິ່ງ 2 ຝ່າຍ ໄດ້ຢືນຢັນໃນການສືບຕໍ່ປະສານສົມທົບ ແລະ ຮ່ວມມືກັນຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ບັນດາໂຄງການຮ່ວມມືສອງຝ່າຍ ໃຫ້ເກີດດອກອອກຜົນ, ເອກະພາບກັນ ກ່ຽວກັບທິດທາງແຜນການຮ່ວມມື 2 ພັກ, 2 ຄະນະພົວ ພັນຕ່າງປະເທດສູນກາງພັກ ໃນຕໍ່ໜ້າ ເພື່ອຊຸກຍູ້ການຈັດຕັ້ງປະຕິບັດ ແຜນແມ່ບົດ ວ່າດ້ວຍ ການສ້າງຄູ່ຮ່ວມຊາຕາກຳ ລາວ -ຈີນ ສະບັບໃໝ່, ແລກປ່ຽນຄຳຄິດເຫັນ ກ່ຽວກັບ ສະພາບການພາກພື້ນ ແລະ ສາກົນ ທີ່ທັງ 2 ຝ່າຍມີໃຫ້ຄວາມສົນໃຈຮ່ວມກັນ.
ໃນໄລຍະການເຄື່ອນໄຫວຢູ່ ສປປ ລາວ, ຄະນະຍັງໄດ້ຢ້ຽມຢາມເມືອງວັງວຽງ ແຂວງວຽງຈັນ ແລະ ໄດ້ສຳຜັດຕົວຈິງ ກັບການນັ່ງລົດໄຟ ລາວ-ຈີນ ທີ່ເປັນສັນຍາລັກສຳຄັນ ຂອງໝາກຜົນ ການພົວພັນ ລາວ-ຈີນ.




