ກອງປະຊຸມປຶກສາຫາລື ແລະລົງນາມບົດບັນທຶກຄວາມ ເຂົ້າໃຈ ຫຼື MOU ກ່ຽວກັບການ ຮ່ວມມືດ້ານປ່າໄມ້ລະຫວ່າງ ກອງກວດກາປ່າໄມ້ແຂວງສະ ຫວັນນະເຂດ ສປປ ລາວ ແລະ ກອງປ້ອງກັນປ່າໄມ້ແຂວງ ກວາງຈິ ສສ ຫວຽດນາມ ໄດ້ຂຶ້ນເມືີອບໍ່ດົນມານີ້ ທີ່ໂຮງແຮມ ແມັກເຄຍໂຕ້ ນະຄອນ ໄກສອນ ພົມວິຫານ.
ກອງປະຊຸມຄັ້ງນີ້ ເພື່ອຫັນບັນດາເນື້ອໃນ ທີ່ສອງ ກົມ-ສອງກະຊວງຂອງສອງ ປະເທດລາວ-ຫວຽດນາມ, ເວົ້າ ສະເພາະກໍ່ແມ່ນກອງກວດກາ ປ່າໄມ້ແຂວງສະຫວັນະເຂດ ແລະກອງປ້ອງກັນປ່າໄມ້ ແຂວງກວາງຈິ ນຳມາປະຕິບັດ ໃນຕົວຈິງ ແລະມີການຮ່ວມ ມືກັນຢ່າງຊະນິດແໜ້ນໃນວຽກ ງານດັ່ງກ່າວ ແນໃສ່ເພື່ອເປັນ ການສະກັດກັ້ນການຄ້າ-ຂາຍ ເຄື່ອງປ່າຂອງດົງ, ການເຄື່ອນ ຍ້າຍສັດປ່າຜິດກົດໝາຍ, ການ ແລກປ່ຽນຂໍ້ມູນຂ່າວສານໃຫ້ ໄດ້ຮັບໝາກຜົນດີຂຶ້ນກວ່າເກົ່າ.
ສອງຝ່າຍໄດ້ຕົກລົງເຫັນດີ ຮ່ວມມືກັນດ້ານວຽກງານປ່າ ໄມ້ໃນ 5 ຂົງເຂດວຽກງານ ໜຶ່ງໃນນັ້ນ ແມ່ນສຸມໃສ່ເພີ່ມທະວີການຄຸ້ມ ຄອງປ່າໄມ້ຕາມ ລຽບຊາຍແດນ, ຕ້ານ ແລະສະ ກັດກັ້ນການຄ້າ ຂາຍໄມ້ ແລະ ຜະລິດຕະພັນໄມ້ທີ່ບໍ່ຖືກຕ້ອງ ຕາມກົດໝາຍ.
ໃນໄລຍະຜ່ານມາ, ຂະແໜງກະສິກຳ ແລະປ່າ ໄມ້ຂອງ ສປປ ລາວ ແລະສສ ຫວຽດນາມ ກໍ່ໄດ້ມີການຮ່ວມມືກັນທາງດ້ານວິຊາການຕັ້ງແຕ່ໃດມາ, ຊຶ່ງການຮ່ວມມືດັ່ງກ່າວ ແມ່ນນັບມື້ທີ່ມີທ່າກ້າວ ແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ ໂດຍ ສະເພາະແມ່ນການແລກ ປ່ຽນຂໍ້ມູນຂ່າວສານ ແລະແລກປ່ຽນ ບົດຮຽນປະສົບການທາງດ້ານ ວິຊາການນັບມື້ນັບຫຼາຍຂຶ້ນ. ເນື່ອງຈາກການພົວພັນດັ່ງກ່າວ, ຈຶ່ງເຮັດໃຫ້ມີການຮ່ວມມື ແລະການລົງທຶນຈາກພາກທຸ ລະກິດ ສສ ຫວຽດນາມ ເຂົ້າ ໄປລົງທຶນໃນຂົງເຂດກະສິກຳ ແລະປ່າໄມ້ ແລະຂົງເຂດບໍລິການນັບມື້ຫຼາຍຂຶ້ນ ນອກຈາກ ນັ້ນ ຍັງມີຫຼາຍແຂວງຮ່ວມກັນ ຈັດຕັ້ງປະຕິບັດວຽກງານໃນ ຂະແໜງການປ່າໄມ້ຢູ່ຂອບ ເຂດຕາມລຽບຊາຍແດນນັບມື້ ນັບຫຼາຍຂຶ້ນ ໂດຍ ສະເພາະແມ່ນ ການຮ່ວມມືໃນການຄຸ້ມຄອງ, ປ້ອງກັນປ່າໄມ້ ແລະຊັບພະຍາ ກອນປ່າໄມ້ ໃນພື້ນທີ່ 3 ປະ ເພດປ່າຄື: ປ່າສະຫງວນ, ປ່າ ປ້ອງກັນ ແລະປ່າຜະລິດ ນອກຈາກການຮ່ວມມືດ້ານວິຊາ ການແລ້ວ; ຝ່າຍ ສສ ຫວຽດ ນາມຍັງໄດ້ໃຫ້ການຊ່ວຍເຫຼືອ ໃນການພັດທະນາບຸກຄະລາ ກອນດ້ານປ່າໄມ້ ໂດຍການໃຫ້ ທຶນການສຶກສາ ແລະຝຶກອົບຮົມ ດ້ານວຽກງານປ່າໄມ້ໃຫ້ແກ່ ສປປ ລາວ.





