ຕອນບ່າຍ ວັນທີ 16 ກັນຍາ 2024 ທະນາການແຫ່ງ ສປປ ລາວ (ທຫລ) ແລະ ພາກທຸລະກິດ ແລກປ່ຽນຄໍາເຫັນຕໍ່ຮ່າງນິຕິກໍາ 2 ສະບັບທີ່ຕິດພັນກັບການຄຸ້ມ ຄອງເງິນຕາຕ່າງປະເທດ ຢູ່ ສປປ ລາວ ຄື: ຮ່າງຂໍ້ຕົກລົງ ວ່າດ້ວຍການນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ ແລະ ຮ່າງຂໍ້ຕົກລົງ ວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງ ປະເທດຢູ່ ສປປ ລາວ ໂດຍການເປັນປະທານຂອງ ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ມີ ຫົວໜ້າສາຂາທະນາຄານແຫ່ງ ສປປ ລາວ ແຕ່ລະພາກ ພ້ອມດ້ວຍ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ເຂົ້າຮ່ວມ.
ທ່ານ ສຸລິວັດ ສຸວັນນະຈູມຄຳ ໄດ້ຍົກໃຫ້ເຫັນເຫດຜົນ ແລະ ຄວາມສຳຄັນໃນການສ້າງນິຕິກຳດັ່ງກ່າວ ໂດຍອີງໃສ່ສະພາບ ເງື່ອນໄຂເສດຖະກິດ ແລະ ສັງຄົມ ກໍຄື ປັດໃຈພາຍໃນປະເທດທີ່ຍັງເຫັນວ່າປະຊາຊົນ, ທຸລະກິດ, ຜູ້ປະກອບການສ່ວນໜຶ່ງແມ່ນຍັງມີການຊົມໃຊ້ ຫລື ຖືຄອງເງິນຕາຕ່າງປະເທດທີ່ເປັນຄວາມຊິນເຄີຍ ມາເປັນເວລາດົນນານ, ລັດຖະບານກໍມີຄວາມ ພະຍາຍາມທີ່ຈະກໍານົດອອກມາເປັນກົດໝາຍຄຸ້ມຄອງໃຫ້ມີຄວາມຮັດກຸມ ແລະ ຕາມສະພາບຕົວຈິງຂອງສັງຄົມ ທີ່ມີເງິນຕາຕ່າງປະ ເທດຢູ່ແລ້ວນັ້ນ, ເຂົ້າສູ່ລະບຽບກົດໝາຍຫລາຍຂຶ້ນ, ດັັ່ງທີ່ໄດ້ກຳນົດໄວ້ໃນກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ (ສະບັບປັບປຸງ) ໄດ້ອະນຸຍາດໃຫ້ຜູ້ມີ ແລະ ບໍ່ມີພູມລໍາເນົາ ຢູ່ ສປປ ລາວ ສາມາດຄອບຄອງເງິນຕາຕ່າງປະເທດ ທີ່ໄດ້ມາຢ່າງຖືກຕ້ອງຕາມກົດໝາຍ ດ້ວຍການເປີດບັນຊີເງິນຝາກໄວ້ນໍາທະນາຄານ ທຸລະກິດ ຢູ່ ສປປ ລາວ ແລະ ຖືຄອງເປັນເງິນສົດຕາມລະບຽບການ. ເຖິງຢ່າງໃດກໍຕາມ ກ່ອນຈະນໍາໃຊ້ເຂົ້າໃນການຮັບຊໍາລະ ແລະ ຊໍາລະຄ່າສິນຄ້າ, ບໍລິການ, ໜີ້ສິນ, ເງິນປັນຜົນ, ເບີກຈ່າຍເງິນເດືອນ ຫລື ຄ່າແຮງງານ ແລະ ປະຕິບັດພັນທະຕໍ່ລັດໃນ ສປປ ລາວ ຕ້ອງແລກ ປ່ຽນເປັນເງິນກີບ ຊຶ່ງການແລກປ່ຽນດັັ່ງກ່າວຕ້ອງດໍາເນີນຢູ່ທະນາຄານທຸລະກິດເທົ່ານັ້ນ.
ໃນໄລຍະຜ່ານມາ, ທຫລ ຍັງບໍ່ໄດ້ຜັນຂະຫຍາຍເປັນນິຕິກໍາອັນສະເພາະ ເພື່ອຄຸ້ມຄອງການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີ ເງິນຝາກເປັນຕາຕ່າງປະເທດ ຢູ່ ສປປ ລາວ, ເຮັດໃຫ້ການຄອບຄອງເງິນຕາຕ່າງປະເທດ ທັງໃນຮູບແບບເງິນຝາກ ແລະ ເງິນສົດໃນສັງຄົມລາວ ຍັງມີການປະຕິບັດບໍ່ເປັນເອກະພາບ ແລະ ບໍ່ມີມາດຕະຖານທີ່ຊັດເຈນ. ສະນັ້ນ, ໂດຍອີງຕາມຄວາມຈໍາເປັນທະນາຄານແຫ່ງ ສປປ ລາວ ຈະໄດ້ນໍາສະເໜີ 2 ນິຕິກໍາທີ່ສໍາຄັນຄື: ຮ່າງຂໍ້ຕົກລົງວ່າດ້ວຍການນໍາໃຊ້ເງິນຕາຕ່າງ ປະເທດຢູ່ ສປປ ລາວ ແລະ ຮ່າງຂໍ້ຕົກລົງວ່າດ້ວຍບັນຊີເງິນຝາກເປັນເງິນຕາຕ່າງປະເທດຢູ່ ສປປ ລາວ. ຊຶ່ງ 2 ນິຕິກໍານີ້ ຈະເປັນເຄື່ອງມືຂອງ ທະນາຄານແຫ່ງ ສປປ ລາວ ລວມທັງພາກສ່ວນກ່ຽວຂ້ອງ ເພື່ອ ນໍາໃຊ້ເຂົ້າໃນການຄຸ້ມຄອງ ການນໍາໃຊ້ເງິນຕາຕ່າງປະເທດ ແລະ ການເປີດບັນຊີເງິນຝາກເປັນເງິນຕາຕ່າງປະເທດ ຢູ່ພາຍໃນ ສປປ ລາວ, ສ້າງຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມເປັນເອກະພາບຕໍ່ການຈັດຕັ້ງປະຕິບັດຂອງ ທຸກພາກສ່ວນທີ່ກ່ຽວຂ້ວງ ທັງສູນກາງ ແລະ ທ້ອງຖິ່ນ, ເພື່ອເປັນການຊຸກຍູ້ສົ່ງເສີມການຄ້າ, ການບໍລິການ ແລະ ການລົງທຶນ ລະຫວ່າງປະເທດ ເຮັດໃຫ້ມີລາຍຮັບເປັນເງິນຕາຕ່າງປະເທດ ເຂົ້າສູ່ລະບົບທະນາຄານຫລາຍຍິ່ງຂຶ້ນ.
ທ່ານ ສຸລິວັດ ສຸວັນນະຈູມຄຳ ຮອງຜູ້ວ່າການທະນາຄານແຫ່ງ ສປປ ລາວ ໃຫ້ຮູ້ອີກວ່າ: ທຫລ ໄດ້ກໍານົດເປົ້າໝາຍສະເພາະທີ່ສາມາດນໍາໃຊ້ເງິນຕາຕ່າງປະເທດຢູ່ ສປປ ລາວ ເປັນຕົ້ນເຂດເສດຖະກິດພິເສດ, ເຂດການຄ້າຊາຍແດນ, ຮ້ານຄ້າປອດພາສີ ລວມທັງການປະຕິບັດພັນທະຕໍ່ລັດຂອງຫົວໜ່ວຍວິສາຫະກິດທີ່ມີລາຍຮັບເປັນເງິນຕາຕ່າງປະເທດ ແລະ ໃຫ້ ທຫລ ປັບປຸງລະບົບການຊໍາລະພາຍໃນປະເທດໃນຮູບແບບເອເລັກໂຕຣນິກ ທີ່ເປັນເງິນຕາຕ່າງປະເທດ ໃຫ້ມີຂອບເຂດຈະແຈ້ງ, ມີກົນໄກການຢັ້ງຢືນທຸລະກໍາຖືກຕ້ອງຕາມຈຸດປະສົງຂອງການຊໍາລະທີ່ແທ້ຈິງ ເພື່ອເຮັດໃຫ້ການນໍາໃຊ້ເງິນຕາຕ່າງປະເທດຖືກຕ້ອງຕາມກົດໝາຍ ແລະ ລະບຽບການຂອງ ສປປ ລາວ.




