ກອງປະຊຸມບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມທີ່ນໍາໃຊ້ພາສາຝຣັ່ງ RVASE (AIMF) ໄຂຂຶ້ນໃນຕອນເຊົ້າມື້ນີ້ ທີ່ ຫໍປະຊຸມແຫ່ງຊາດ, ນະຄອນຫຼວງວຽງຈັນ ໂດຍພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ທ່ານ ເຟເດີຣິກ ວານລີເອ ຜູ້ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ແລະ ທ່່ານ ລີໂອນາດ ເນວ ຄະນະຜູ້ແທນສະຫະພາບເອີລົບ, ເຂົ້າຮ່ວມມີ ທ່ານ ເອກອັກຄະລັດຖະທູດ ແຫ່ງ ສະຫະພາບເອີຣົບ, ສ.ຝຣັ່ງ, ສສ. ຫວຽດນາມ ແລະ ຣາຊະອານາຈັກ ກໍາປູເຈຍ ປະຈໍາ ສປປ ລາວ ທີ່ນັບຖື.
ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງ ສະມາຄົມບັນດາເຈົ້າຄອງ ນະຄອນທີ່ນໍາໃຊ້ພາສາຝຣັ່ງ AIMF (RVASE) ໄດ້ຈັດຂຶ້ນຄັ້ງທໍາອິດ ປີ 2017 ໂດຍບັນດາອຳນາດການປົກຄອງທ້ອງຖິ່ນ ໃນພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ມີການຈັດກອງປະຊຸມຮ່ວມກັນ ໃນກອບຂອງຄູ່ຮ່ວມຍຸດທະສາດ ລະຫວ່າງ ສະມາຄົມສາກົນເຈົ້າຄອງນະຄອນທີ່ນຳໃຊ້ພາສາຝຣັ່ງ (AIMF) ຮ່ວມກັບ ສະຫະພາບເອີຣົບ (EU), ໃນກອງປະຊຸມດັ່ງກ່າວ ເເມ່ນໄດ້ຍົກໃຫ້ເຫັນເຖິງຄວາມສຳຄັນ ເເລະ ຄວາມຈຳເປັນຂອງການສ້າງຕັ້ງເຄື່ອຂ່າຍບັນດານະຄອນໃນພາກພື້ນອາຊີຕາເວັນອອກສຽງໃຕ້ (RVASE).
ຈຸດປະສົງ ເພື່ອການເສີມຂະຫຍາຍການຮ່ວມມື ເເລະ ການເເລກປ່ຽນແນວທາງການຈັດຕັ້ງປະຕີບັດທີ່ເເທດເຫມາະໃນການຮັບມືກັບວິກິດການ, ການເຊື່ອມໂຍງພົນລະເມືອງ ເເລະ ການສົ່ງເສີມທາງດ້ານການພັດທະນາຕົວເມືອງ. ແຜນຈັດຕັ້ງປະຕິບັດງານ ເເມ່ນໄດ້ມີການຮັບຮອງ ໂດຍລະບຸຊັດເຈນດ້ານກອບຂອງການຮ່ວມມື ເພື່ອໃຫ້ບັນລຸເປົ້າຫມາຍຮ່ວມກັນ ເຊັ່ນ: ການຄຸ້ມຄອງຂໍ້ມູນດ້ານເຕັກໂນໂລຊີ, ການຫັນເປັນນະຄອນອັດສະລິຍະ, ການຫັນເປັນຕົວເມືອງຕົວແບບມາດຖານ ເເລະ ມີຄວາມເຂັ້ມແຂງ ໃນການຕ້ານກັບການປ່ຽນແປງທາງດ້ານດິນຟ້າອາກາດ.
ກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ຂອງສະມາຄົມເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ (AIMF) ໃນຄັ້ງນີ້ ແມ່ນຈະກາຍເປັນຂີດໝາຍອັນສໍາຄັນເບື້ອງຕົ້ນທີ່ບັນດາທ່ານ ຄະນະຜູ້ແທນເຂົ້າຮ່ວມກອງປະຊຸມທັງໝົດ ຈະໄດ້ປະກອບຄໍາເຫັນ, ປຶກສາຫາລື, ແລກປ່ຽນທັດສະນະຢ່າງເປັນຮູບປະທໍາ ແລະດ້ວຍເຫດຜົນຢ່າງເໝາະສົມ. ແນໃສ່ເພື່ອເສີມສ້າງການພົວພັນ ແລະ ການຮ່ວມມືຂອງຂົງເຂດ. ພ້ອມນັ້ນນະຄອນຫຼວງວຽງຈັນ ແມ່ນໄດ້ປະກອບ ສ່ວນອັນສໍາຄັນເຂົ້າໃນການເສີມສ້າງຄວາມສາມັກຄີ, ການພົວພັນຮ່ວມມື ຈະສືບຕໍ່ຊຸກຍູ້ນະໂຍບາຍແລະການຈັດຕັ້ງປະຕິບັດເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ເພື່ອການພັດທະນາແບບຍືນຍົງ.
ພ້ອມນີ້ ສປປລາວ ຍັງໄດ້ກຳນົດເອົາປີນີ້ເປັນ “ປີທ່ອງທ່ຽວລາວ 2024” ເພື່ອສົ່ງເສີມການທ່ອງທ່ຽວ ແລະສ້າງຄວາມເຂັ້ມແຂງໃຫ້ແກ່ການຮ່ວມມືທາງດ້ານເສດຖະກິດ-ສັງຄົມ ຮ່ວມກັບບັນດາປະເທດອາຊຽນໃນພາກພື້ນ ແລະໃນໂລກ. ເຊີ່ງຈະນໍາເອົາຜົນປະໂຫຍດທາງດ້ານເສດຖະກິດໃນທາງກົງ ແລະທາງອ້ອມເຊື່ອມຈອດກັບພາກພື້ນ ແລະ ສາກົນ.






