ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເສຍຊິວິດ 2 ຄົນ ຈາກນໍ້າຖ້ວມທີ່ຫລວງນໍ້າທາ

Sep 18, 2024

ອີງຕາມບົດລາຍງານ ຂອງທ່ານເຈົ້າແຂວງຫຼວງນ້ຳທາ ເມື່ອວັນທີ 16 ກັນຍາຜ່ານມາ ໃຫ້ຮູ້ວ່າ: ແຂວງຫຼວງນໍ້າທາ ໄດ້ຮັບຜົນກະທົບຈາກໄພພິບັດ (ນໍ້າຖ້ວມ) ຢູ່ 3 ເມືອງ, ປະຊາຊົນໄດ້ຮັບຜົນກະທົບຫຼາຍກວ່າ 40.258 ຄົນ, ເຮືອນຂອງປະຊາຊົນຖືກນໍ້າພັດໄຫຼໄປຫຼາຍກວ່າ 115 ຫຼັງ, ປະຊາຊົນຂາດທີ່ຢູ່ອາໄສ, ສູນເສຍຊັບສິນ (ບໍ່ເຫຼືອຫຍັງ) ຫຼາຍກວ່າ 2.765 ຄົນ ແລະ ມີຄົນເສຍຊີວິດ 2 ຄົນ, ໃນນີ້: ເມືອງຫຼວງນໍ້າທາ (ເທດສະບານແຂວງ) ໜັກໜ່ວງກວ່າໝູ່ ມີ 48 ບ້ານ, 4.231 ຄອບຄົວ, 3.519 ຫຼັງຄາເຮືອນ, 18.856 ຄົນ; ເມືອງສິງ: ມີ 7 ບ້ານ 201 ຄອບຄົວ; ເມືອງນາແລ ມີ 14 ບ້ານ 1.751 ຄອບຄົວ, 7.188 ຄົນ; ລະບົບພື້ນຖານໂຄງລ່າງ ເຊັ່ນ: ຖະໜົນຫົນທາງ, ລະບົບໄຟຟ້າ, ນໍ້າປະປາ, ໂທລະຄົມມະນາຄົມ, ຕຶກອາຄານ, ສໍານັກງານຫ້ອງການ, ໂຮງຮຽນ, ໂຮງໝໍ, ຊັບສິນຂອງລັດ, ໂຮງງານ, ຮ້ານຄ້າ, ເຮືອນຊານ, ພາຫະນະ, ເຄື່ອງມືທຳການຜະລິດ, ເຂດການຜະລິດກະສິກຳ ແລະ ຊັບສິນຂອງປະຊາຊົນ ເປ່ເພເສຍຫາຍຢ່າງໜັກໜ່ວງເປັນຈຳນວນຫຼວງຫຼາຍ ຍັງບໍ່ທັນສາມາດປະເມີນເປັນມູນຄ່າໄດ້.
ຕາມການເກັບກຳຂໍ້ມູນເບື້ອງຕົ້ນ ມີດັ່ງນີ້:
ເສັ້ນທາງຈາກເທດສະບານແຂວງ ຫາ ບັນດາເມືອງຖືກດິນເຈື່ອນທັບ, ນໍ້າຖ້ວມ, ເປ່ເພ ເຮັດໃຫ້ບໍ່ສາມາດສັນຈອນໄປມາ ຊຶ່ງຄາດວ່າຈະຕ້ອງການນຳໃຊ້ກົນຈັກຈໍານວນຫຼາຍເພື່ອຍົກຍ້າຍຕົ້ນໄມ້ ແລະ ສ້ອມແປງດິນເຈື່ອນທັບທາງ ຈຶ່ງສາມາດເປີດການສັນຈອນໄດ້ ແລະ ບາງບ່ອນຍັງບໍ່ສາມາດເຂົ້າເຖິງເພື່ອເກັບກຳຂໍ້ມູນໄດ້.
ເສັ້ນທາງ 13N ນາເຕີຍ-ບໍ່ເຕ່ນ ຖືກຕັດຂາດມາແຕ່ວັນທີ 9 ກັນຍາ ຈົນຮອດປັດຈຸບັນ; ເສັ້ນທາງ 17A ຫຼວງນ້ຳທາ-ເມືອງສິງ ຖືກຕັດຂາດແຕ່ວັນທີ 9 ກັນຍາ ຈົນຮອດປັດຈຸບັນ; ຂົວຂ້າມນ້ຳທາ ເສັ້ນທາງ R3 ແຕ່ບ້ານບວມພຽງ-ບ້ານໂພນໄຊສະຫວ່າງ ຖືກນ້ຳຖ້ວມ ປັດຈຸບັນທຽວໄປ-ມາໄດ້ແລ້ວ ແລະ ເສັ້ນທາງອື່ນໆອີກຫຼາຍເສັ້ນທີ່ໄດ້ຮັບຄວາມເສຍຫາຍ, ບາງເສັ້ນທາງສາມາດທຽວໄດ້ ແຕ່ບາງເສັ້ນຍັງບໍ່ສາມາດທຽວໄດ້.
ສ່ວນລັດວິສາຫະກິດນໍ້າປະປາແຂວງຫຼວງນໍ້າທາ ມີພື້ນທີ່ບໍລິການນໍ້າປະປາ 7 ພື້ນທີ່ບໍລິການ ແລະ ໂຮງງານຜະລິດນໍ້າປະປາ, ໃນນັ້ນ: ໄດ້ຮັບຜົນກະທົບຈາກໄພພິບັດຄັ້ງນີ້ມີ 5 ພື້ນທີ່ບໍລິການ ແລະ 7 ໂຮງງານຜະລິດນໍ້າ, ລະບົບໂຄງສ້າງພື້ນຖານຂອງສະໜາມບິນເປ່ເພເສຍຫາຍໜັກ ເປັນຕົ້ນແມ່ນ ທາງແລ່ນຂຶ້ນ -ລົງ, ລານຈອດ, ຮົ້ວ, ອາຄານສະຖານທີ່; ບັນດາຕາຂ່າຍໄຟຟ້າ ທີ່ຖືກຜົນກະທົບມີ: ຕາຂ່າຍ 22 ກວ, ຕາຂ່າຍ 0,4 ກວ, ໝໍ້ແປງ ໄຟຟ້າ, ໝໍ້ນັບໄຟຟ້າ ຄາດຄະເນຜົນເສຍຫາຍເບື້ອງຕົ້ນມູນຄ່າ 1,9 ຕື້ກວ່າກີບ. (ຍັງມີຫຼາຍຈຸດທີ່ໄດ້ຮັບຜົນກະທົບທີ່ເຂົ້າໄປບໍ່ຮອດ) ຕາຂ່າຍໄຟຟ້າ 22 ກວ ແຕ່ເມືອງຫຼວງນໍ້າທາ ຫາ ເມືອງສິງ, ເມືອງສິງ ຫາ ເມືອງລອງ, ເມືອງຫຼວງນໍ້າທາ ຫາ ເມືອງນາແລ ເປ່ເພເສຍຫາຍຈໍານວນຫຼາຍ ບໍ່ສາມາດສະໜອງໄຟຟ້າໄດ້. ສ່ວນຜົນກະທົບຕໍ່ປະຊາຊົນໃນເບື້ອງຕົ້ນມີ 240 ບ້ານ, 32.125 ຄົວເຮືອນ. (ສະຖິຕິຊົມໃຊ້ໄຟຟ້າຕົວຈິງ ມີ 300 ບ້ານ, 40.576 ຄົວເຮືອນ); ຕູ້ຄວບຄຸມໄຟຟ້າເບື້ອງທາງເປ່ເພ 8 ຕູ້, ຄາດຄະເນຜົນເສຍຫາຍ ມູນຄ່າ 57 ລ້ານກວ່າກີບ.
ບັນດາໂຮງຮຽນທີ່ຖືກຜົນກະທົບມີ 50 ແຫ່ງ, ບັນດາໂຮງໝໍ ແລະ ສຸກສາລາທີ່ຖືກຜົນກະທົບມີ 5 ແຫ່ງ, ໃນນີ້: ຄາດຄະເນຜົນເສຍຫາຍ ມູນຄ່າ 15,60 ຕື້ກີບ; ເນື້ອທີ່ນາຖືກນໍ້າຖ້ວມ, ດິນຖົມ ແລະ ດິນນາເຊາະເຈື່ອນ ຈໍານວນ 429,8 ເຮັກຕາ, ເສຍຫາຍ 120 ເຮັກຕາ, ເນື້ອທີ່ໄຮ່ 15,2 ເຮັກຕາ, ເນື້ອທີ່ປູກພືດຜັກ 38,5 ເຮັກຕາ, ເນື້ອທີ່ປູກໄມ້ໃຫ້ໝາກ 13 ເຮັກຕາ, ປະເພດສັດໃຫຍ່ ງົວ 86 ໂຕ, ສັດປີກ 3.570 ໂຕ ແລະ ໜອງປາ 5 ເຮັກຕາ, ຊົນລະປະທານ 5 ແຫ່ງ, ຍັງບໍ່ສາມາດປະເມີນມູນຄ່າເສຍຫາຍໄດ້.
ໂຮງງານອຸດສາຫະກຳ ປະກອບມີ: ໂຮງພິມ, ຄາດຄະເນຜົນເສຍຫາຍ 3,95 ຕື້ກີບ, ໂຮງງານຜະລິດເຈ້ຍ, ຄາດຄະເນຜົນເສຍຫາຍ ມູນຄ່າ 250 ລ້ານກີບ, ໂຮງງານນໍ້າດື່ມ ຍັງບໍ່ສາມາດປະເມີນໄດ້, ໂຮງງານໜີບສັງກະສິ ຄາດຄະເນຜົນເສຍຫາຍ ມູນຄ່າ 90 ລ້ານກີບ.
ນອກຈາກນີ້ ຍັງມີອີກຫຼາຍເຂດ, ຫຼາຍພື້ນທີ່ ທີ່ໄດ້ຮັບຄວາມເສຍຫາຍ ແຕ່ຍັງບໍ່ສາມາດເຂົ້າໄປເກັບກຳຂໍ້ມູນໄດ້