ວັນ 17 ກັນຍາ 2024 ສະຫາຍ ເຈີ່ນ ສີ ແທ່ງ ກໍາມະການສູນກາງພັກ, ຮອງເລຂາຄະນະພັກ, ປະທານຄະນະກຳມະການປະຊາຊົນ ນະຄອນຫຼວງຮ່າໂນ້ຍ, ສະຫາຍ ຟ໋ານ ມີ່ງ ຈ້ຽນ ທີ່ປຶກສາດ້ານການເມືອງ, ສະຖານທູດ ແຫ່ງ ຫວຽດນາມ ປະຈຳ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງພົບປະຢ້ຽມຢາມ ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະ. ທີ່ຫ້ອງວ່າການປົກຄອງນະຄອນຫຼວງວຽງຈັນ.
ສະຫາຍ ອານຸພາບ ຕຸນາລົມ ເລຂາຄະນະພັກ, ປະທານສະພາປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ກ່າວບາງຕອນວ່າ: ສະພາບລວມອັນພົ້ນເດັ່ນ ຂອງວຽກງານການຈັດຕັ້ງພັກ, ກໍ່ສ້າງພະນັກງານ ນະຄອນຫຼວງວຽງຈັນ ໃນໄລຍະຜ່ານມາ ດັ່ງນີ້: ໄດ້ຕັ້ງໜ້າປັບປຸງແບບແຜນນໍາພາ ແລະ ວິທີເຮັດວຽກ ຂອງຄະນະພັກຂັ້ນຕ່າງໆ ຢູ່ ນະຄອນຫຼວງວຽງຈັນໃຫ້ຖືກຕ້ອງຕາມຫລັກການລວມສູນປະຊາທິປະໄຕ, ນຳພາເປັນໝູ່ຄະນະ ແລະ ບຸກຄົນຮັບຜິດ ຊອບ, ສອດຄ່ອງກັບແຜນນະໂຍບາຍ 3 ສ້າງ ຂອງກົມການເມືອງສູນກາງພັກ (ສ້າງນະຄອນຫຼວງວຽງຈັນ ໃຫ້ເປັນຫົວໜ່ວຍຍຸດທະສາດໜຶ່ງທີ່ສຳຄັນຂອງປະເທດ, ສ້າງເມືອງໃຫ້ເປັນຫົວໜ່ວຍເຂັ້ມແຂງຮອບດ້ານ ແລະ ສ້າງບ້ານໃຫ້ເປັນຫົວໜ່ວຍພັດທະນາ) ໃຫ້ດີກວ່າເກົ່າ, ກ່ອນອື່ນໝົດ ແມ່ນໄດ້ຫັນມະຕິກອງປະຊຸມໃຫຍ່ ຄັ້ງທີ VII ຂອງອົງຄະນະພັກນະຄອນຫຼວງວຽງຈັນ, ມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງສູນກາງພັກ ອອກແຜນການ ແລະ ໂຄງການຂອງອົງການປົກຄອງ, ເອົາເຂົ້າເປັນແຜນພັດທະນາແຕ່ລະປີ, ປັບປຸງລະບອບປະຊຸມປະຈໍາຂອງຄະນະປະຈໍາພັກ, ຄະນະພັກ ແລະ ອົງການປົກຄອງ ໃຫ້ມີຄຸນນະພາບ (ປະຊຸມໜ້ອຍແກ້ໄຂໄດ້ບັນຫາ).
ອັນທີສອງ ແມ່ນເສີມຂະຫຍາຍແບບແຜນນໍາພາລວມໝູ່, ບຸກຄົນຮັບຜິດຊອບ ທີ່ເປັນມູນເຊື້ອອັນດີງາມ ຂອງອົງຄະນະພັກ ແລະ ແກ້ໄຂຈຸດອ່ອນບົກຜ່ອງໃນການລວມສູນໂພດ ແລະ ແບ່ງງານແລ້ວປ່ອຍປະລະເລີຍ ໄປພ້ອມກັບການຊອກຫາຮູບແບບການນໍາພາແບບມີວິທະຍາສາດ, ຖືກແທດຄວາມເປັນຈິງ ແລະ ຫຼີກເວັ້ນຫົວໜ້າຕົກລົງຜູ້ດຽວ ແລະ ອັນທີສາມ ແມ່ນຕັ້ງໜ້າເຜີຍແຜ່ມະຕິຕົກລົງ ຂອງຄະນະພັກອອກສູ່ສັງຄົມ, ປະຊາສໍາພັນໃຫ້ປະຊາຊົນ, ໃຫ້ຫຼາຍພາກສ່ວນປະກອບຄໍາເຫັນຕົກລົງ (ປະຊາທິປະໄຕ), ປັບປຸງການແບ່ງງານ ລະຫວ່າງ ສາຍຕັ້ງ, ສາຍຂວາງຂອງນະຄອນຫລວງ ໃຫ້ຈະແຈ້ງ, ຄົບຖ້ວນໃນທຸກໆຂະແໜງການ.






