ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຄົ້ນຄວ້າພິຈາລະນາ ສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດ ປະຈໍາປີ 2024.

Sep 18, 2024

ໃນຕອນເຊົ້າວັນທີ 18 ກັນຍາ 2024 ນີ້ ຢູ່ທີ່ຫ້ອງປະຊຸມຂອງອົງການໄອຍະການປະຊາຊົນສູງສຸດ ໄດ້ຈັດກອງປະຊຸມຄະນະກໍາມະການອະໄພຍະໂທດ ລະດັບຊາດ ເພື່ອຄົ້ນຄວ້າພິຈາລະນາການສະເໜີຂໍໃຫ້ອະໄພຍະໂທດ ແກ່ນັກໂທດປະຈໍາປີ 2024 ໂດຍການເປັນປະທານຂອງ ພົນເອກ ວິໄລ ຫຼ້າຄໍາຟອງ ຮອງນາຍົກລັດຖະມົນຕີ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ປະທານຄະນະກຳມະການອະໄພຍະໂທດ ລະດັບຊາດ, ມີບັນດາທ່ານຮອງປະທານ, ຄະນະກຳມະການ ແລະ ຄະນະກອງເລຂາ ຄະນະກຳມະການອະໄພຍະໂທດ ລະດັບຊາດ ເຂົ້າຮ່ວມ.
ທ່ານ ໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຮອງປະທານຄະນະກໍາມະການອະໄພຍະໂທດ ລະດັບຊາດ (ຜຸ້ປະຈຳການ) ໄດ້ຂຶ້ນຜ່ານບົດລາຍງານການຄົ້ນຄວ້າ ການສະເໜີຂໍອະໄພຍະໂທດດ້ວຍການຫຼຸດຜ່ອນໂທດ, ການປ່ອຍຕົວ ແລະ ອະໄພຍະໂທດໃຫ້ແກ່ນັກໂທດປະຫານຊີວິດ ປະຈໍາປີ 2024. ຈາກນັ້ນ, ຜູ້ແທນກອງປະຊຸມ ໄດ້ພ້ອມກັນເອົາໃຈໃສ່ຢ່າງຕັ້ງໜ້າ ດ້ວຍຄວາມຮັບຜິດຊອບສູງຕໍ່ການປະກອບຄໍາເຫັນຢ່າງກົງໄປກົງມາ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດ ຕາມລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ໃຫ້ຖືກຕ້ອງ, ຄົບຖ້ວນ, ຊັດເຈນ ຕາມກົດໝາຍ ແລະ ລະບຽບການ ທີ່ກ່ຽວຂ້ອງກໍານົດໄວ້ ເພື່ອນຳສະເໜີຕໍ່ ປະທານປະເທດ ໃຫ້ການອະໄພຍະໂທດ ປະຈຳປີ 2024 ເນື່ອງໃນໂອກາດວັນຊາດຂອງ ສປປ ລາວ ທີ 2 ທັນວາ ທີ່ຈະມາເຖິງນີ້.
ໃນວາລະກອງປະຊຸມອັນມີຄວາມໝາຍຄວາມສໍາຄັນນີ້ ພົນເອກ ວິໄລ ຫຼ້າຄໍາຟອງ ປະທານກອງປະຊຸມ ໄດ້ກ່າວຊົມເຊີຍ ແລະ ຕີລາຄາສູງຕໍ່ ຄະນະກຳມະການອະໄພຍະໂທດທຸກຂັ້ນ ຕະຫຼອດຮອດກອງເລຂາຄະນະກໍາມະການອະໄພຍະໂທດ ທີ່ໄດ້ມີຄວາມຮັບຜິດຊອບສູງ ໃນການປະຕິບັດລັດຖະບັນຍັດຂອງປະທານປະເທດ ວ່າດ້ວຍການໃຫ້ອະໄພຍະໂທດ ທີ່ໄດ້ເປັນເຈົ້າການໃນການຄົ້ນຄວ້າ, ກວດກາຄວາມຖືກຕ້ອງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ-ລັດຖະບານ ທີ່ມີຕໍ່ນັກໂທດທີ່ມີຄວາມກ້າວໜ້າ. ນອກນີ້ ທ່ານຍັງໄດ້ເນັ້ນໜັກ ໃຫ້ຜູ້ແທນກອງປະຊຸມ ຈົ່ງໄດ້ສືບຕໍ່ຍົກສູງຄວາມຮັບຜິດຊອບ ແລະ ເອົາໃຈໃສ່ບາງບັນຫາທີ່ສຳຄັນ ຄື: ເພີ່ມທະວີຄວາມຮັບຜິດຊອບໃນການປະຕິບັດໜ້າທີ່ວຽກງານຂອງຕົນໃຫ້ທັນຕາມກໍານົດເວລາ, ເຫັນໄດ້ເຖິງຄວາມສໍາຄັນຂອງການປະຕິບັດນະໂຍບາຍອະໄພຍະໂທດໃຫ້ແກ່ນັກໂທດ; ເອົາໃຈໃສ່ຄົ້ນຄວ້າກໍາແໜ້ນເນື້ອໃນຂອງ ກົດໝາຍ, ລັດຖະບັນຍັດ ວ່າດ້ວຍການໃຫ້ອະໄພຍະໂທດ ແລະ ນິຕິກໍາຕ່າງໆທີ່ກ່ຽວຂ້ອງກັບວຽກງານອະໄພຍະໂທດໃຫ້ເລິກເຊິ່ງ ແລະ ຈັດຕັ້ງປະຕິບັດໃຫ້ຖືກຕ້ອງ ແລະ ຄົບຖ້ວນ; ຍົກສູງຄວາມຮັບຜິດຊອບໃນການຄົ້ນຄວ້າພິຈາລະນານັກໂທດ ຜູ້ທີ່ມີເງື່ອນໄຂສະເໜີໃຫ້ອະໄພຍະໂທດ ຕ້ອງຮັບປະກັນຄວາມຖືກຕ້ອງ, ໂປ່ງໃສ, ຍຸຕິທໍາ, ຄັດເລືອກເອົານັກໂທດຜູ້ທີ່ປະພຶດຕົວດີ ແລະ ຮູ້ສຶກກິນແໜງຕໍ່ການກະທໍາຜິດຂອງຕົນແທ້ ເພື່ອສະເໜີຂໍອະໄພຍະໂທດຈາກປະທານປະເທດ; ເອົາໃຈໃສ່ກໍ່ສ້າງບຳລຸງພະນັກງານວິຊາການ ທີ່ເຮັດວຽກງານຄົ້ນຄວ້າກວດກາການໃຫ້ອະໄພຍະໂທດ ໃຫ້ມີຄວາມຮູ້ຄວາມສາມາດ, ມີຄວາມຊຳນິຊຳນານຫຼາຍຂຶ້ນ ນັບທັງຢູ່ສູນກາງ ແລະ ທ້ອງຖິ່ນ; ວຽກງານຄົ້ນຄວ້າການສະເໜີໃຫ້ອະໄພຍະໂທດ ແມ່ນວຽກງານທີ່ສຳຄັນຂອງຄະນະກຳມະການອະໄພຍະໂທດ ແຕ່ລະຂັ້ນ ສະນັ້ນ, ຈຶ່ງຕ້ອງໄດ້ເອົາໃຈໃສ່ໃນການປະຕິບັດໃຫ້ສຳເລັດຕາມແຜນການ ແລະ ຂັ້ນຕອນ ທີ່ກຳນົດໄວ້ໃນມາດຕາ 44 ຂອງລັດຖະບັນຍັດ ຂອງປະທານປະເທດ ສະບັບເລກ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍ ການໃຫ້ອະໄພຍະໂທດ ຢ່າງເຂັ້ມງວດ ເພື່ອເຮັດໃຫ້ການຄົ້ນຄວ້າ ພິຈາລະນາໃຫ້ອະໄພຍະໂທດ ແກ່ນັກໂທດ ທັນກັບວັນສະຖາປານາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ວັນທີ 2 ທັນວາ ທີ່ຈະມາເຖິງນີ້.