ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມປຶກສາຫາລືລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ

Sep 18, 2024

ກອງປະຊຸມປຶກສາຫາລືລະຫວ່າງ ລັດຖະມົນຕີເສດຖະກິດ ອາຊຽນ ແລະ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ ໄດ້ຈັດຂຶ້ນໃນວັນທີ 18 ກັນຍາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ ສປປ ລາວ. ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນ ລັດຖະມົນຕີເສດຖະກິດ ອາຊຽນ ຂອງ ສປປ ລາວ, ໂດຍການເຂົ້າຮ່ວມຂອງ ທ່ານ ດາເຣັນຕັງ ຜູ້ອໍານວຍການໃຫຍ່ ອົງການຊັບສິນທາງປັນຍາໂລກ, ມີ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ ອາຊຽນ, ບັນດາທ່ານ ລັດຖະມົນຕີເສດຖະກິດປະເທດສະມາຊິກ ອາຊຽນ, ທ່ານ ລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ປະເທດຕິມໍເລດສເຕ ພ້ອມດ້ວຍບັນດາຄະນະຜູ້ແທນ ເຂົ້າຮ່ວມ
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ປີນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ “ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ອາຊຽນ” ພ້ອມກັນນັ້ນ, ສປປ ລາວ ໄດ້ຮັບກຽດເປັນປະທານໜ່ວຍງານຮ່ວມມືດ້ານຊັບສິນທາງປັນຍາ ອາຊຽນ ເຊິ່ງມີທັງກາລະໂອກາດ ແລະ ສິ່ງທ້າທາຍ ທີ່ຮຽກຮ້ອງໃຫ້ອາຊຽນ ຕ້ອງເພີ່ມທະວີ​ຄວາມ​ສາມັກຄີເປັນໜຶ່ງດຽວ ​ແລະ ​ຮ່ວມ​ມືກັນຢ່າງສະໜິດແໜ້ນ ເພື່ອຊຸກຍູ້ການພັດທະນາເຕັກໂນໂລຊີ ແລະ ນະວັດຕະກໍາ ເຂົ້າໃນວຽກງານຊັບສິນທາງປັນຍາ ເພື່ອປະກອບສ່ວນຊຸກຍູ້ການຫັນເປັນດີຈີຕອນ ໃນພາກພື້ນອາຊຽນ ເທື່ອລະກ້າວ. ອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ເປັນຄູ່ຮ່ວມມືທີ່ຍາວນານ ໃນດ້ານວຽກງານຊັບສິນທາງປັນຍາ ສະແດງອອກໃນຜົນສຳເລັດຫຼາຍດ້ານ ເປັນຕົ້ນແມ່ນ:
– ຜົນສໍາເລັດໃນການລົງນາມ ໃນບົດບັນທຶກຄວາມເຂົ້າໃຈລະຫວ່າງ ອາຊຽນ ແລະ ອົງການຊັບສິນທາງປັນຍາໂລກ ວ່າດ້ວຍ ການຂະຫາຍາຍການຮ່ວມມືໃນການສົ່ງເສີມທຸລະກິດຂະໜາດນ້ອຍ ຫຼື SMEs
– ການນໍາໃຊ້ເຕັກໂນໂລຊີດີຈີຕອນ, ການນໍາໃຊ້ຊັບສິນທາງປັນຍາ ໃຫ້ເປັນສິນເຊື່ອ, ການນໍາໃຊ້ຊັບສິນທາງປັນຍາ ໃນອຸດສາຫະກໍາສ້າງສັນ ໃນເດືອນສິງຫາ ປີຜ່ານມາ
ຜົນສໍາເລັດດັ່ງກ່າວ ເປັນບາດກ້າວສຳຄັນ ໃນການເພີ່ມທະວີການຮ່ວມມື ແລະ ຍົກສູງບົດບາດຄວາມສໍາຄັນຂອງວຽກງານຊັບສິນທາງປັນຍາ ໃນພາກພື້ນອາຊຽນ ໃຫ້ກ້າວສູ່ສາກົນ, ການພົບປະປຶກສາຫາລື​ໃນ​ຄັ້ງນີ້ ​ສະ​ແດງ​​ເຖິງ ​ຄວາມໝາຍ​ໝັ້ນທີ່ຈະຮ່ວມມືກັນ ໃນການຊຸກຍູ້ການຈັດຕັ້ງປະຕິບັດແຜນປະຕິບັດງານດ້ານຊັບສິນທາງປັນຍາ ອາຊຽນ ສໍາລັບປີ 2016-2025 ໃຫ້ບັນລຸຜົນສໍາເລັດຢ່າງເປັນຮູບປະທໍາ ໂດຍສະເພາະ ການທົບທວນສັນຍາການຮ່ວມມືດ້ານຊັບສິນທາງປັນຍາ ອາຊຽນ ທີ່ເປັນໜຶ່ງໃນແຜນວຽກບູລິມະສິດດ້ານເສດຖະກິດ ອາຊຽນ ພາຍໃຕ້ການເປັນປະທານອາຊຽນຂອງ ສປປ ລາວ ປີ 2024; ເຊິ່ງອົງການຊັບສິນທາງປັນຍາໂລກ ໄດ້ໃຫ້ການສະໜັບສະໜູນ ໃນການຈັດຕັ້ງປະຕິບັດແຜນວຽກດັ່ງກ່າວ ຢ່າງມີຜົນສຳເລັດ.
ປີນີ້, ອາຊຽນ ພວມກະກຽມສ້າງແຜນຍຸດທະສາດການຮ່ວມມື ດ້ານວຽກງານຊັບສິນທາງປັນຍາ ອາຊຽນ
ຂ່າວ: ຄຳໂຖ