ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ນາຍົກລັດຖະມົນຕີຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງບັນດາເຈົ້າຄອງນະຄອນຫຼວງອາຊຽນ

Sep 18, 2024

ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຄໍານັບຂອງບັນດາເຈົ້າຄອງນະຄອນຫຼວງອາຊຽນ ໃນໂອກາດທີ່ເດີນທາງເຂົ້າຮ່ວມກອງປະຊຸມບັນດານະຄອນຫຼວງອາຊຽນ ແລະ ກອງປະຊຸມເວທີເຈົ້ານະຄອນອາຊຽນທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບ ໃນວັນທີ 18 ກັນຍາ 2024 ທີ່ຫໍປະຊຸມແຫ່ງຊາດ.
ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ໄດ້ຕາງໜ້າໃຫ້ເຈົ້າຄອງນະຄອນຫຼວງອາຊຽນ ນະຄອນດີລີ ຕີມໍແລັດສະເຕ ເລຂາທິການໃຫຍ່ອາຊຽນ ແລະ ເລຂາທິການອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນໃນພາກພື້ນອາຊີ-ປາຊີຟິກ ຜູ້ແທນຂັ້ນສູງຂອງສະມາຄົມບັນດາເຈົ້າຄອງທີ່ນໍາໃຊ້ພາສາຝຣັ່ງ ລາຍງານກ່ຽວກັບການກະກຽມ ແລະ ດຳເນີນກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນ ກອງປະຊຸມເວທີເຈົ້ານະຄອນອາຊຽນ ແລະ ຜົນສຳເລັດກອງປະຊຸມເຄືອຂ່າຍບັນດານະຄອນອາຊີຕາເວັນອອກສ່ຽງໃຕ້ ຂອງສະມາຄົມບັນດາເຈົ້າຄອງນະຄອນທີ່ນໍາໃຊ້ພາສາຝຣັ່ງ ໃນວັນທີ 17 ຜ່ານມາທີ່ນະຄອນຫຼວງວຽງຈັນເປັນເຈົ້າພາບໃນປີ 2024 ໂດຍໄດ້ຮັບຜົນສຳເລັດເປັນຢ່າງດີ ສຳລັບກອງປະຊຸມສາກົນດັ່ງກ່າວແມ່ນໄດ້ດໍາເນີນແຕ່ວັນທີ 17-19 ກັນຍາ 2024 ຕາມຮອບວຽນທີ່ ສປປ ລາວ ເປັນເຈົ້າພາບຈັດກອງປະຊຸມອາຊຽນ ກອງປະຊຸມໄດ້ມີຜູ້ເຂົ້າຮ່ວມຈາກບັນດານະຄອນຫຼວງອາຊຽນ ບັນດານະຄອນຂອງອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນຫຼາຍກວ່າ 189 ກວ່າພາກສ່ວນ ມີບັນດາເຈົ້າຄອງນະຄອນຫຼວງອາຊຽນ 9 ນະຄອນຫຼວງ ແລະ ນະຄອນຫຼວງເດລີ ປະເທດ ຕີມໍແລັດສະເຕ ແລະ ບັນດານະຄອນຕ່າງໆ ຂອງປະເທດອາຊຽນເຂົ້າຮ່ວມ ສຳລັບກອງປະຊຸມຄັ້ງນີ້ແມ່ນການຮ່ວມກັນ ລະຫວ່າງນະຄອນຫຼວງວຽງຈັນກັບອົງການຕົວເມືອງ ແລະ ການປົກຄອງທ້ອງຖິ່ນໃນພາກພື້ນອາຊີ-ປາຊີຟິກ (UCLG ASPAC) ແລະ ກອງເລຂາສະມາຄົມ AIME ເປັນເຈົ້າພາບຮ່ວມກັນເພື່ອຈະສືບຕໍ່ດຳເນີນຕາມຈຸດປະສົງຫຼັກຂອງການລິເລີ່ມກອງປະຊຸມບັນດາເຈົ້າຄອງນະຄອນຫຼວງອາຊຽນໃນປີ 2013 ທີ່ນະຄອນຫຼວງຈາກາຕາ ປະເທດອິນໂດເນເຊຍ ແລະ ຂໍ້ລິເລີ່ມໃນການຈັດກອງປະຊຸມເວທີເຈົ້ານະຄອນອາຊຽນ ຄູ່ຂະໜານຄັ້ງທຳອິດຢູ່ນະຄອນຫຼວງພະນົມເປັນ ປີ 2022 ໃນການເປັນເວທີເພື່ອການສ້າງການຮ່ວມມື ແລະ ການເເບ່ງປັນປະສົບການລະຫວ່າງອົງການປົກຄອງທ້ອງຖິ່ນ ຂອງບັນດານະຄອນອາຊຽນ ເຊິ່ງກອງປະຊຸມທີ່ນະຄອນຫຼວງວຽງຈັນຄັ້ງນີ້ ໄດ້ດຳເນີນໄປຕາມຄຳຂວັນ “ເພີ່ມທະວີການ ເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ” ໂດຍໄດ້ເນັ້ນໃສ່ບັນດາຫົວຂໍ້ 5 ຫຼັກເຊັ່ນ ຕົວເມືອງທີ່ໜ້າຢູ່ ແລະ ຍືນຍົງ ການທ່ອງທ່ຽວສີຂຽວ ການພັດທະນາເສດຖະກິດແບບຍືນຍົງ ຕົວເມືອງທີ່ມີຄວາມຍືນຍົງດ້ານສິ່ງແວດລ້ອມ ຄວາມເຂັ້ມແຂງທົນທານຕໍ່ການປ່ຽນແປງຂອງສະພາບອາກາດ.
ໂອກາດນີ້ທ່ານນາຍົກລັດຖະມົນຕີໄດ້ຕີລາຄາສູງ ໃນການເຂົ້າຮ່ວມຂອງບັນດາທ່ານຕໍ່ກອງປະຊຸມ ທີ່ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນຄັ້ງນີ້ ເຊິ່ງສະແດງໃຫ້ເຫັນເຖິງບົດບາດຂອງບັນດານະຄອນຫຼວງວອາຊຽນ ທີ່ເປັນອັນໜຶ່ງອັນດຽວກັນໃນເປົ້າໝາຍການຮ່ວມມື ແລະ ຍົກລະດັບຄວາມຮ່ວມມືໃນລະດັບພາກພື້ນຢ່າງມີໝາກຜົນ ຂ້າພະເຈົ້າເຊື່ອໝັ້ນວ່າ ກອງປະຊຸມຈະສາມາດສ້າງການເຊື່ອມຈອດ ແລະ ຄວາມເຂັ້ມແຂງ ຂອງການພັດທະນາບັນດານະຄອນອາຊຽນທີ່ມີຄວາມຍືນຍົງ ໃຫ້ສອດຄ່ອງກັບຄໍາຂວັນທີ່ວ່າ ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງເພື່ອການພັດທະນາແບບຍືນຍົງ ຂອງບັນດານະຄອນອາຊຽນ.
ທີ່ມາ: ວຽງຈັນໃໝ່