ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີເສດຖະກິດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ຄັ້ງທີ 16

Sep 19, 2024

ກອງປະຊຸມລັດຖະມົນຕີເສດຖະກິດ ກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຄັ້ງທີ 16 ຈັດຂຶ້ນໃນຕອນບ່າຍວັນທີ 18 ກັນຍາ 2024 ນີ້ ທີ່ນະຄອນຫຼວງວຽງຈັນ, ສປປ ລາວ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ ລັດ ຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ທັງເປັນ ລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ, ມີ ທ່ານ ດຣ ກາວ ກິມ ຮຸນ ເລຂາທິການໃຫຍ່ອາຊຽນ, ທ່ານ ຈາມນີມູນ ລັດຖະມົນຕີ ກະຊວງການຄ້າ ປະເທດກໍາປູເຈຍ, ທ່ານ ປອ. ກັນຊໍ່ ລັດຖະ ມົນຕີ ກະຊວງລົງທຶນ ແລະ ຮ່ວມມືເສດຖະກິດສາກົນ ປະເທດມຽນມາ, ທ່ານ ຫງຽວນ ຊີນເຢິດເຕິນ ຮອງລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ຫວຽດ ນາມ, ພ້ອມດ້ວຍບັນດາຄະນະຜູ້ແທນປະເທດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ ເຂົ້າຮ່ວມ.
ໃນໂອກາດນີ້, ທ່ານ ມະໄລທອງ ກົມມະສິດ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ປະເທດກຳປູເຈຍ ທີ່ໄດ້ເຮັດໜ້າທີ່ເປັນປະທານກອງປະຊຸມລັດຖະມົນຕີເສດຖະກິດ CLMV ໃນປີ 2023 ທີ່ຜ່ານມາ. ພາຍໃຕ້ການນຳພາຂອງກຳປູເຈຍ ສາມາດຍາດໄດ້ຜົນສໍາເລັດຫຼາຍໜ້າວຽກທີ່ສໍາຄັນ ໃນການສ້າງໃຫ້ CLMV ກາຍເປັນປະເທດທີ່ມີລາຍຮັບປານກາງສູງ ແລະ ເປັນສູນກາງທາງດ້ານເສດຖະກິດຂອງພາກພື້ນ ໃນປີ 2030. ກອງປະຊຸມໃນຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງປະເທດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດຂອງປະເທດ CLMV ທີ່ມີເປົ້າໝາຍເຮັດໃຫ້ພາກພື້ນນີ້ ກາຍເປັນພາກພື້ນທີ່ມີລາຍຮັບປານກາງສູງ ແລະ ເປັນສູນກາງດ້ານເສດຖະກິດທີ່ຍືນຍົງ ໃນປີ 2030 ໄປຄຽງຄູ່ກັບ ວິໄສທັດການສ້າງປະຊາຄົມເສດຖະກິດ ອາຊຽນ ຮອດປີ 2045.
ເຖິງວ່າ ສະພາບການຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບສິ່ງທ້າທາຍຫລາຍຢ່າງ, ແຕ່ປະເທດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ຍັງສືບຕໍ່ຮັກສາໄດ້ການເຕີບໂຕດ້ານເສດຖະກິດ ສະແດງອອກຄື ຕົວເລກມູນຄ່າການຄ້າດ້ານສິນຄ້າ ຂອງປະເທດກໍາປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV) ໃນປີ 2023 ບັນລຸໄດ້ 767,7 ຕື້ໂດລາສະຫະລັດ ກວມເອົາ 21,6% ຂອງມູນຄ່າການຄ້າລວມຂອງອາຊຽນ, ມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ໃນບັນດາປະເທດ CLMV ໄດ້ເພີ່ມຂຶ້ນ 5,4% ຈາກ 25,1 ຕື້ໂດລາສະຫະລັດ ໃນປີ 2022 ມາເປັນ 26,4 ຕື້ໂດລາສະຫະລັດ ໃນປີ 2023.
ທ່ານ ກ່າວຕື່ມວ່າ: ກອງປະຊຸມຄັ້ງນີ້ ໄດ້ພ້ອມກັນຄົ້ນຄວ້າ ແລະ ປຶກສາຫາລືໃນຫຼາຍບັນຫາ ເປັນຕົ້ນ ໄດ້ພ້ອມກັນພິຈາລະນາ ແລະ ຮັບຮອງເອົາບົດລາຍງານຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສເສດຖະກິດ ປະເທດ CLMV ພ້ອມທັງຮັບຮອງເອົາແຜນປະຕິບັດງານ CLMV ໄລຍະປີ 2025-2026. ນອກຈາກນັ້ນ, ກອງປະຊຸມ ຍັງໄດ້ແລກປ່ຽນຄໍາຄິດເຫັນ ແລະ ມີທິດຊີ້ນໍາກ່ຽວກັບການຈັດຕັ້ງປະຕິບັດບັນດາແຜນວຽກ ເພື່ອການພັດທະນາ CLMV ໃຫ້ຮັບປະກັນໃນການຈັດຕັ້ງປະຕິບັດບັນດາແຜນ ການຮ່ວມມື ໃຫ້ສໍາເລັດຢ່າງເປັນຮູບປະທໍາ ແລະ ມີປະສິດທິຜົນຕາມຄາດໝາຍທີ່ວາງໄວ້.