ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສາຍຮູບເງົາ ເລື່ອງ “ນວນແສງ” ສະຫລອງເປີດສົກຮຽນໃໝ່ 2024-2025

Sep 19, 2024

ຕອນຄໍ່າວັນທີ 18 ກັນຍາ 2024 ນີ້, ທີ່ໂຮງຮູບເງົາວຽງຈັນເຕີ ໄດ້ນໍາສະເໜີຮູບເງົາເລື່ອງ “ນວນແສງ” ເພື່ອສະເຫລີມສະຫລອງການເປີດສົກຮຽນໃໝ່ 2024-2025, ທັງເປັນການປຸກລະດົມ ແລະ ໃຫ້ຄວາມສໍາຄັນກ່ຽວກັບການສຶກສາ ເພື່ອໃຫ້ມວນຊົນໄດ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງ ໃນວຽກງານການສຶກສາ ໂດຍມີ ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີ ກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ແລະ ພາກສ່ວນ ກ່ຽວຂ້ອງເຂົ້າຮ່ວມ.
ທ່າານຄໍາເພົ້າ ວັນນະວົງ ຫົວໜ້າກົມຮູບເງົາ ກະຊວງ ຖວທ ກ່າວວ່າ: ຮູບເງົາເລື່ອງນວນແສງ ສ້າງຂຶ້ນດ້ວຍງົບປະມານຂອງລັດຖະບານ ເລີ່ມຖ່າຍທໍາທ້າຍປີ 2019 ໂດຍກໍານົດເອົາຫົວຂໍ້ໃນວຽກງານການສຶກສາ ໂດຍໃຊ້ເວລາກະກຽມເຖິງສອງປີ, ເລີ່ມຖ່າຍທໍາຢູ່ບ້ານໂພນຄໍາ ເມືອງຄໍາ ແຂວງຊຽງຂວາງ, ໂດຍໃຊ້ເວລາຖ່າຍທໍາ ເປັນເວລາ 20 ກວ່າວັນ, ພາຍຫລັງຖ່າຍທໍາສໍາເລັດ ຮອດກາງເດືອນມິຖຸນາ 2024 ຮູບເງົາເລື່ອງ ນວນແສງ ກໍໄດ້ຕັດຕໍ່ສໍາເລັດສົມບູນ .
ທ່ານຄໍາເພົ້າ ວັນນະວົງ ໃຫ້ຮູ້ອີກວ່າ ມື້ນີ້ ຖືເປັນລືກງາມຍາມດີ ຈຶ່ງໄດ້ຈັດພິທີສາຍຮູບເງົາເລື່ອງນີ້ຢ່າງເປັນທາງການ ເພື່ອເປັນການປະກອບສ່ວນຄໍານັບຮັບຕ້ອນກອງປະຊຸມສຸດຍອດອາຊຽນ ທີ່ ສປປ ລາວເປັນເຈົ້າພາບ ທັງເປັນການປະກອບສ່ວນສ້າງຂະບວນຕ້ອນຮັບ 3 ວັນປະຫວັດສາດຂອງຊາດອີກດ້ວຍ.
ຮູບເງົາດັ່ງກ່າວ, ໄດ້ສ່ອງແສງເຖິງຄວາມສໍາຄັນກ່ຽວກັບການສຶກສາ ແລະ ສົ່ງເສີມລູກໃຫ້ໄດ້ຮັບການສຶກສາ ເພື່ອອະນາຄົດພາຍພາກໜ້າ, ອີກຢ່າງໜຶ່ງກໍາເພື່ອເປັນກຳລັງໃຈໃຫ້ບັນຄູ, ອາຈານ ທີ່ເຮັດວຽກຢູ່ຫ່າງໄກຊອກຫລີກທຸກຄົນ ທີ່ປະຕິບັດໜ້າເປັນແມ່ພິມທີ່ດີຂອງຊາດ. ເລີ່ມສາຍໃນວັນທີ 19 ກັນຍາ 2024 ເປັນຕົ້ນໄປ ທີ່ໂຮງຮູບເງົາວຽງຈັນເຊັນເຕີ, ໄອເຕັກ, ດົງໂດກ ແລະນະຄອນປາກເຊ ແຂວງຈໍາປາສັກ..