ເຈົ້າໜ້າທີ່ ປກສ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ເວລາປະມານ 22:00 ໂມງ ຂອງວັນທີ 16 ກັນຍາ ໄດ້ພົບເຫັນເປົ້າໝາຍ ຈຳນວນ 07 ຄົນ ກຳລັງ ຄ້າ-ຂາຍ ໃບກະທ້ອມ ແລະ ນໍ້າຢາດາທິດຊີນ ຢູ່ເຂດບ້ານໂພນພິມ ເມືອງທ່າແຂກ ແຂວງຄຳມ່ວນ. ດັ່ງນັ້ນ, ເຈົ້າໜ້າທີ່ ຈຶ່ງໄດ້ເຂົ້າຈັບກຸມພວກກ່ຽວ ໃນນີ້ ມີເປົ້າໝາຍເຊື້ອຊາດ ແລະ ສັນຊາດຫວຽດນາມ ຈຳນວນ 01ຄົນ. ພ້ອມຢຶດເຄື່ອງຂອງກາງໄດ້ ປະເພດໃບກະທ້ອມຈຳນວນ 28 ກິໂລກຣາມ, ນໍ້າຢາດາທິດຊິນ ຈຳນວນ 445 ແກ້ວ ມາດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.
ຈານນັ້ນ, ໃນວັນທີ 18 ກັນຍາ 2024 ນີ້; ເຈົ້າໜ້າທີ່ຈຶ່ງໄດ້ນຳເອົາຕົວພວກກ່ຽວທັງ 07 ຄົນ ມາສຶກສາອົບຮົມກ່າວເຕືອນ ພ້ອມທັງໄດ້ຍົກໃຫ້ເຫັນກ່ຽວກັບກົດໝາຍ ແລະ ຜົນຮ້າຍຂອງສານເສບຕິດດັ່ງກ່າວ ເພື່ອໃຫ້ພວກກ່ຽວມີການປ່ຽນແປງພຶດຕິກຳຂອງຕົນເອງ, ຖ້າຫາກພວກກ່ຽວຍັງສືບຕໍ່ກະທຳຜິດຕໍ່ໄປ ແມ່ນຈະຖືກເຈົ້າໜ້າທີ່ນຳຕົວມາດຳເນີນຄະດີຕາມກົດໝາຍຢ່າງເຂັ້ມງວດ.
ທີ່ມາ: ປກສ ແຂວງຄໍາມ່ວນ




