ມູນນິທິໝູ່ບ້ານດອກບົວລາວ ການກຸສົນລາວ ໄດ້ມອບອຸປະ ກອນການຮຽນໃຫ້ກັບໂຮງຮຽນປະຖົມເມືອງພຽງ ເມືອງພຽງ ແຂວງໄຊຍະບູລີໃນວັນທີ່ 18 ກັນຍາ 2024 ນີ້ຢູ່ທີໂຮງຮຽນປະຖົມບ້ານເມືອງພຽງ, ແຂວງໄຊຍະບູລີ
ສຳລັບການມອບເຄຶ່ອງຊ່ວຍເຫຼືອຂອງມູນນິທິໝູ່ບ້ານດອກ ບົວລາວໄດ້ໂຮງຮຽນ ໃນຄັ້ງນີ້ເປັນຄັ້ງທີ 5 ເຊິ່ງຜ່ານມາໄດ້ໃຫ້ການມອບເຄື່ອງຊ່ວຍເຫຼືອມາແລ້ວ 4 ຄັ້ງປະກອບມີເຄື່ອງອຸປະກອນຮັບໃຊ້ເຂົ້າໃນການຮຽນການສອນເປັນຕົ້ນແມ່ນ ປື້ມ, ບິກ, ສໍ , ອຸປະກອນກິລາ, ສ້າງໂອ່ນຊາໃຫ້ໂຮງຮຽນອະນຸບານ, ລວດໜາມໝາກຈັບລ້ອມຮົ້ວອ້ອມໂຮງຮຽນ ເຊິ່ງມີມູນຄ່າລວມ ທັງໝົດ 27 ກວ່າລ້ານກີບ ແລະ ໄດ້ຊ່ວຍບ້ານໂພນໄຊ ສ້າງສິມ ຂອງວັດ ເປັນຕົ້ນແມ່ນ ກະໂລ, ໂລແທກ, ເຫຼັກ, ຊາຍ, ປູນ ແລະ ສີທາລວມມູນຄ່າ 30 ກວ່າລ້ານກີບ ເຊິ່ງລວມມູນຄ່າການຊ່ວຍ ເຫຼືອຈາກມູນິທິທັງໂຮງຮຽນ ແລະ ບ້ານລວມມູນຄ່າທັງໝົດ 60 ກວ່າລ້ານກີບ ສຳລັບຄັ້ງທີ່ 5 ນີ້ແມ່ນໄດ້ມອບເຂົ້າຕົມໄທດຳຈຳນວນ 400 ກວ່າຫໍ່ ມູນຄ່າ 2 ລ້ານ 8 ແສນກີບ ແລະ ອຸປະ ກອນການຮຽນເປັນຕົ້ນແມ່ນປື້ມຂຽນ ຈຳນວນ 500 ກວ່າຫົວ ແລະ ບີກ 250 ກ້ານ 7 ລ້ານກວ່າກີບ ລວມມູນຄ່າທັງໝົດ 10 ລ້ານກວ່າກີບ ເພຶ່ອຮັບໃຊ້ເຂົ້າໃນການຮຽນຂອງນ້ອງນັກຮຽນໃຫ້ກຽດມອບໂດຍທ່ານ ນ ສຸບັນ ໂສດາລັກ ຕາງໜ້າມູນນິທິ ແລະ ຮັບໂດຍ ທ່ານ ພອນສະຫວັນ ເພັດສີ ຜູ້ອຳນວຍການໂຮງຮຽນປະຖົມເມືອງພງງ.






