ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ແຂວງຈໍາປາສັກ​ ເຝົ້າລະວັງໄພນໍ້າຖ້ວມ

Sep 21, 2024

(20.9.24) ທ່ານ ອາລຸນໄຊ​ ສູນນະລາດ​ ເຈົ້າແຂວງ​ຈໍາປາສັກ​ ພ້ອມດ້ວຍການນໍາພະແນກການທີ່ກ່ຽວຂ້ອງ ໄດ້ເຄື່ອນໄຫວຊີ້ນໍາວຽກງານປ້ອງກັນ ແລະ​ ກະກຽມຮັບມືກັບໄພນໍ້າຖ້ວມ ຢູ່ 2 ບ້ານ​ຂອງ​ນະຄອນປາກເຊ​ ຄື: ບ້ານແກ ແລະ​ ບ້ານນາຈຽງ ໃນວັນທີ20 ກັນຍາ .
ເຈົ້າແຂວງ​ຈໍາປາສັກ ໄດ້ຊີ້ນໍາໃຫ້ເຈົ້ານະຄອນ ພ້ອມຄະນະ ສືບຕໍ່ຕິດຕາມເຝົ້າລະ ວັງໄພນໍ້າຖ້ວມທີ່ອາດຈະເກີດຂຶ້ນ​ ໂດຍປະສານກັບພະແນກ​ໂຍທາທິການ​ ແລະ​ ຂົນ ສົ່ງ​ແຂວງ,​ ພະແນກການກົມກອງທີ່ກ່ຽວຂ້ອງຂອງແຂວງ,​ ຖ້າມີສະພາບນໍ້າຂຶ້ນ​ແຮງຮອດເຂດອັນຕະລາຍ ໃຫ້ກຽມຄັນຄູ ກະສອບຊາຍກັນນໍ້າ.​ ສ່ວນພະແນກ​ແຮງງານ​ ແລະ​ ສະຫວັດ​ດີ​ສັງຄົມແຂວງ ໃຫ້ກະກຽມເຄື່ອງອຸປະໂພກ,​ ບໍລິໂພກ ປະເພດອາຫານແຫ້ງ,​ ໝີ່,​ ນໍ້າດື່ມ, ເຂົ້າໝົມ ແລະ​ ສິ່ງຈໍາເປັນອື່ນໆ ເພື່ອຊ່ວຍບັນເທົາທຸກປະຊາຊົນໃນໄລຍະສຸກເສີນ.