ກອງປະຊຸມປຶກສາຫາລື ລະຫວ່າງລັດຖະມົນຕີເສດຖະກິດອາຊຽນ-ການພົວພັນໃກ້ຊິດ ຄັ້ງທີ 29 ຈັດຂຶ້ນໃນຕອນເຊົ້າວັນທີ 20 ກັນຍາ 2024 ທີ່ນະຄອນຫລວງວຽງ ຈັນ ພາຍໃຕ້ການເປັນປະທານຮ່ວມຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ, ທ່ານ ທິມ ແອ (Tim Ayres) ຜູ້ຊ່ວຍລັດຖະມົນຕີ ກະຊວງການຄ້າ ອົດສະຕາລີ ແລະ ທ່ານ ນາງ ນິໂຄລາ ກຣິກ (Nicola Grigg) ລັດຖະມົນຕີ ກະຊວງການຄ້າ ນູແວນເຊລັງ, ມີ ເລຂາທິການໃຫຍ່ອາຊຽນ, ພ້ອມດ້ວຍລັດຖະມົນຕີ ກະຊວງການຄ້າ ແລະ ອຸດສາຫະກໍາ ຈາກປະເທດຕີມໍເລດສເຕ ແລະ ບັນດາຫົວໜ້າຄະນະຜູ້ແທນຈາກປະເທດສະມາຊິກອາຊຽນ ເຂົ້າ ຮ່ວມ.
ກອງປະຊຸມ ໄດ້ເນັ້ນໃສ່ ແລກປ່ຽນທັດສະນະກ່ຽວກັບການກະກຽມຈັດຕັ້ງປະຕິ ບັດສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນູແວນເຊລັງ ສະບັບປັບປຸງ ເຊິ່ງເປັນໜຶ່ງໃນແຜນວຽກບູລິມະສິດ ສໍາລັບປີນີ້ ແລະ ການທົບທວນຄືນການຈັດຕັ້ງປະຕິ ບັດແຜນວຽກການຮ່ວມມືທາງເສດຖະກິດ ເພື່ອສະໜັບສະໜູນການຈັດຕັ້ງປະຕິ ບັດສັນຍາດັ່ງກ່າວ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຜົນຂອງກອງປະຊຸມປຶກສາຫາລືການເຊື່ອມໂຍງເສດຖະກິດ ລະຫວ່າງອາຊຽນ-ອົດສະຕາລີ-ນູແວນເຊລັງ ທີ່ໄດ້ຈັດຂຶ້ນໃນເດືອນພຶດສະພາປີນີ້ ທີ່ອົກແລນ ປະເທດນູແວນເຊລັງ.
ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ໃນໂອກາດກ່ວເປີດກອງປະຊຸມຄັ້ງນີ້ວ່າ: ປີນີ້, ສປປ ລາວ ໄດ້ຮັບກຽດເປັນປະທານອາຊຽນ ພາຍໃຕ້ຫົວຂໍ້ ‘ການເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງອາຊຽນ. ສໍາລັບປະຊາຄົມເສດຖະກິດອາຊຽນ ໄດ້ເນັ້ນໃສ່ 3 ກຸ່ມຍຸດທະສາດຄື: ການເຊື່ອມໂຍງ ແລະ ການເຊື່ອມຈອດທາງເສດຖະ ກິດ, ການພັດທະນາແບບມີສ່ວນຮ່ວມ ແລະ ຍືນຍົງ ແລະ ການນໍາໃຊ້ເຕັກໂນໂລຊີດີຈີຕອນເຂົ້າໃນການເຊື່ອມໂຍງທາງເສດຖະ ກິດ ແລະ ການຄ້າໃນພາກພື້ນ.
ອາຊຽນ-ອົດສຕາລີ-ນູແວນເລລັງ ເປັນຄູ່ຮ່ວມມືທາງເສດຖະກິດທີ່ຍາວນານ ແລະ ນັບມື້ນັບເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ອົດສະຕາລີ ມີມູນຄ່າ 94.4 ຕື້ໂດລາສະຫະລັດ, ກວມເອົາ 2.7% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ການຄ້າດ້ານສິນຄ້າ ລະ ຫວ່າງ ອາຊຽນ ແລະ ນູແວນເຊລັງ ມີມູນຄ່າ 12.7 ຕື້ໂດລາສະຫະລັດ, ກວມເອົາ 0.4% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ພ້ອມນີ້, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນຈາກ ປະເທດ ອົດສະຕາລີ ຢູ່ບັນ ດາປະເທດສະມາຊິກອາຊຽນ ບັນລຸ 1.6 ຕື້ໂດລາສະຫະລັດ, ກວມເອົາ 0.7% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດຢູ່ໃນອາຊຽນໃນປີ 2023, ມູນຄ່າການລົງທຶນໂດຍກົງຂອງນັກລົງທຶນຈາກປະເທດນູແວນເຊລັງ ຢູ່ບັນ ດາປະເທດສະມາຊິກອາຊຽນ ບັນລຸໄດ້ 13.5 ລ້ານໂດລາສະຫະລັດ, ກວມເອົາ 0.01% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນໃນປີດຽວກັນ.
ທ່ານຍັງໄດ້ສະແດຄວາມເຊື່ອໝັ້ນວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນລະຫວ່າງອາຊຽນ-ອົດສຕາລີ-ນູແວນເຊລັງຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍ ຫຼັງທີ່ຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນູແວນເຊລັງ ສະບັບປັບປຸງ.
ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ຕື່ມວ່າ: ໃນໄລຍະຜ່ານມາ -ອົດສະຕາລີ-ນູ ແວນເຊລັງໄດ້ ໄດ້ປຶກສາຫາລືຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາຊຽນ-ອົດສະຕາລີ-ນູແວນເຊລັງ, ໄດ້ປຶກສາຫາລືກ່ຽວກັບການປັບປຸງສັນຍາການຄ້າເສລີອາຊຽນ-ອົດສະຕາລີ-ນິວຊີແລນ, ແນໃສ່ເພື່ອຍົກລະດັບສັນຍາດັ່ງກ່າວໃຫ້ມີຄວາມທັນສະໄໝ ແລະ ສາມາດເຊື່ອມໂຍງທັງສອງພາກພື້ນເຂົ້າໃນຕ່ອງໂສ້ການສະ ໜອງຫຼາຍຂຶ້ນ. ນອກຈາກນີ້ ໄດ້ແລກປ່ຽນທັດສະນະຕໍ່ກັບຜົນຂອງກອງປະຊຸມປຶກ ສາຫາລືການເຊື່ອມໂຍງເສດຖະກິດລະຫວ່າງພາກພື້ນ ໂດຍສະເພາະການຊຸກຍູ້ ແລະ ການອໍານວຍຄວາມສະ ດວກ ໃຫ້ແກ່ວິສາຫະກິດຂະໜາດນ້ອຍ ແລະ ກາງ ໃຫ້ມີສ່ວນຮ່ວມໃນການຄ້າ ແລະ ການລົງທຶນ ລະຫວ່າງສອງພາກພື້ນໃຫ້ນັບມື້ນັບເພີ່ມຂຶ້ນ.
ພາບ: ASEAN







