ປີ 2023 ຜ່ານມານີ້, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ບັນດາປະເທດອາຊີຕາເວັນອອກ ມີມູນຄ່າ 1,752.3 ຕື້ໂດລາສະຫະລັດ, ກວມເອົາ 49.7% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ບັນດາປະເທດອາຊີຕາເວັນອອກ ເປັນຄູ່ຄ້າອັນດັບທີ 1 ຂອງອາຊຽນ.
ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກບັນດາປະເທດອາຊີຕາເວັນອອກ ຢູ່ບັນດາປະເທດສະມາຊິກອາຊຽນ ບັນລຸໄດ້ 124.6 ຕື້ໂດລາສະຫະລັດ, ກວມເອົາ 54.2% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ບັນດາປະເທດອາຊີຕາເວັນ ອອກ ເປັນອັນດັບທີ 1 ຂອງບັນດາປະເທດທີ່ມີມູນຄ່າການລົງ ທຶນຫຼາຍຢູ່ໃນອາຊຽນ.
ຂໍ້ມູນດັ່ງກ່າວໄດ້ຮັບການເປີດເຜີຍໃນກອງປະຊຸມ ລັດຖະ ມົນຕີເສດຖະກິດສຸດຍອດອາຊີຕາເວັນອອກ ຄັ້ງທີ 12 ຈັດຂຶ້ນໃນຕອນບ່າຍວັນທີ 21 ກັນຍາ 2024 ທີ່ນະຄອນຫລວງວຽງ ຈັນ ພາຍໃຕ້ການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ສປປ ລາວ.
ກອງປະຊຸມຄັ້ງນີ້ ໄດ້ເນັ້ນໃສ່ແລກປ່ຽນທັດສະນະ ກ່ຽວກັບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ ເປັນຕົ້ນການປ່ຽນແປງສະພາບດິນຟ້າອາກາດ, ການສ້າງຄວາມເຂັ້ມແຂງແກ່ຕ່ອງໂສ້ການ. ສະໜອງ, ການຫຼຸດຜ່ອນຜົນທະທົບທີ່ເກີດຈາກສິ່ງທ້າທາຍໃນລະດັບພາກພື້ນ ແລະ ສາກົນ. ພ້ອມກັນນັ້ນ, ຈະໄດ້ປຶກສາຫາລື ກ່ຽວກັບ ການຮ່ວມມື ເພື່ອເພີ່ມທະວີບົດບາດຂອງອົງການການຄ້າໂລກ ແລະ ການຊຸກຍູ້ການເຕີບໂຕທາງດ້ານເສດຖະກິດໃນພາກພື້ນ. ກອງປະຊຸມ ຍັງໄດ້ຮັບຊາບຄວາມຄືບ ໜ້າຂອງການກະກຽມກອງປະຊຸມສຸດຍອດອາຊີຕາເວັນອອກ ຄັ້ງທີ 19 ແລະ ພິຈາລະນາຖະແຫຼງການຮ່ວມ ຂອງກອງປະຊຸມລັດຖະມົນຕີບັນດາປະເທດອາຊີຕາເວັນອອກ ຄັ້ງທີ 12.
ທ່ານ ມະໄລທອງ ກົມມະສິດ ໃຫ້ຮູ້ວ່າ: ໃນປີຜ່ານມາ ອາ ຊຽນ ແລະ ບັນດາປະເທດອາຊີຕາເວັນອອກ ໄດ້ມີການປຶກສາ ຫາລືໃນຫຼາຍບັນຫາທີ່ຕິດພັນກັບການຮ່ວມມື ລະຫວ່າງ ອາ ຊຽນ ແລະ ບັນດາປະເທດອາຊີຕາເວັນອອກ ເຊິ່ງໃນນັ້ນໄດ້ປຶກ ສາຫາລື ກ່ຽວກັບການເພີ່ມທະວີສາຍພົວພັນທາງເສດຖະກິດ ແລະ ການຄ້າ ໂດຍສະເພາະໃນຂົງເຂດການຮັບປະກັນດ້ານສະ ບຽງອາຫານ ແລະ ພະລັງງານ. ພ້ອມກັນນັ້ນ, ໄດ້ແລກປ່ຽນທັດສະນະກ່ຽວກັບການຮ່ວມມືທາງເສດຖະກິດ ເພື່ອເຮັດໃຫ້ອາຊຽນກາຍເປັນສູນກາງການເຕີບໂຕທາງດ້ານເສດຖະກິດໃນພາກພື້ນ ແລະ ການຫຼຸດຜ່ອນຜົນກະທົບທາງເສດຖະກິດ ທີ່ເກີດຈາກ ຄວາມເຄັ່ງຕຶງທາງດ້ານພູມສາດການເມືອງ ແລະ ວິກິດ ການທາງເສດຖະກິດຂອງໂລກ.
ພ້ອມນີ້ ທ່ານສະແດງຄວາມວຫັງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງສອງຝ່າຍ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ພວກເຮົາ ໄດ້ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນພາກພື້ນ.





