ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ສປ ຈີນ ຄູ່ຄ້າອັນດັບທີ 1 ຂອງອາຊຽນ

Sep 22, 2024

ກອງປະຊຸມປຶກສາຫາລື ລະຫວ່າງ ລັດຖະມົນຕີເສດຖະກິດອາຊຽນ ແລະ ກະຊວງການຄ້າແຫ່ງ ສປ ຈີນ ຄັ້ງທີ 23 (23rd AEM-MOFCOM CONSULTATION) ຈັດຂຶ້ນໃນວັນທີ 22 ກັນຍາ 2024 ທີ່ນະຄອນຫຼວງວຽງຈັນ ໂດຍການເປັນປະທານຮ່ວມຂອງທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປ ລາວ ແລະ ທ່ານ ລີເຝີຍ ຮອງລັດຖະມົນຕີ ກະຊວງການຄ້າ ແຫ່ງ ສປ ຈີນ.
ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ກ່າວບາງຕອນວ່າ: ອາຊຽນ ແລະ ສປ ຈີນ ເປັນຄູ່ຮ່ວມຍຸດທະສາດ ທີ່ມີການພົວພັນ ແລະ ຮ່ວມມືທາງດ້ານເສດຖະກິດທີ່ຍາວນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ແລະ ສປ ຈີນ ມີມູນຄ່າ 702 ຕື້ໂດລາສະຫະລັດ, ກວມເອົາ 19.7% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ສປ ຈີນ ເປັນຄູ່ຄ້າອັນດັບທີ 1 ຂອງອາຊຽນ.
ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກ ສປ ຈີນ ຢູ່ບັນດາປະເທດສະມາຊິກອາຊຽນ ມີປະມານ 17.3 ຕື້ໂດລາສະຫະລັດ, ກວມເອົາ 7.5% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາຊຽນ ໃນປີ 2023, ເຮັດໃຫ້ ສປ ຈີນ ເປັນອັນດັບທີ 3 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ.
ພ້ອມນີ້ທ່ານສະແດງຄວາມຫວັງຢ່າງຍິ່ງວ່າ ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນຂອງພວກເຮົາ ຈະຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ພວກເຮົາສໍາເລັດການເຈລະຈາຍົກລະດັບ ແລະ ຈັດຕັ້ງປະຕິບັດສັນຍາການຄ້າເສລີອາຊຽນ-ຈີນ 3.0.