ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ບວກສາມ ຄັ້ງທີ 27

Sep 22, 2024

ກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ບວກສາມ (ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ) ຄັ້ງທີ 27 ຈັດໃນວັນທີ 22 ກັນຍາ 2024 ທີ່ ນະຄອນຫຼວງວຽງຈັນ, ໂດຍການເປັນປະທານຮ່ວມ ຂອງ ທ່ານ ມະໄລທອງ ກົມມະສິດ ລັດຖະມົນຕີກະຊວງ ອຸດສາຫະກໍາ ແລະ ການຄ້າ, ທັງເປັນລັດຖະມົນຕີເສດຖະກິດອາຊຽນ ຂອງ ສປປລາວ, ທ່ານ ລີ ເຟີຍ ຮອງລັດຖະມົນຕີ ກະຊວງການຄ້າ ແຫ່ງ ສປ ຈີນ, ທ່ານ ໂຢຊິດະ ໂນບຸຈິໂລ ຮອງລັດຖະມົນຕີ ກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກໍາ ຂອງປະເທດຍີ່ປຸ່ນ ແລະ ທ່ານ ອິງຄຽວ ຊອງ ລັດຖະມົນຕີກະຊວງການຄ້າ, ອຸດສາຫະກໍາ ແລະ ພະລັງງານ ແຫ່ງ ສ. ເກົາຫຼີ.
ທ່ານ ມະໄລທອງ ກົມມະສິດ ກ່າວວ່າ: ອາຊຽນ ແລະ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ເປັນຄູ່ຮ່ວມມືທາງດ້ານເສດຖະກິດທີ່ຍາວ ນານ ແລະ ມີການເຊື່ອມໂຍງທາງການຄ້າ ແລະ ການລົງທຶນທີ່ເຂັ້ມແຂງ. ໃນປີ 2023, ການຄ້າດ້ານສິນຄ້າ ລະຫວ່າງ ອາຊຽນ ກັບ ສປ ຈີນ, ຍີ່ປຸ່ນ ແລະ ສ.ເກົາຫຼີ ມີມູນຄ່າ 1.132,8 ຕື້ໂດລາສະຫະລັດ, ກວມເອົາ 32,1% ຂອງມູນຄ່າການຄ້າທັງໝົດຂອງອາຊຽນ, ເຮັດໃຫ້ ປະເທດບວກສາມ ເປັນຄູ່ຄ້າອັນດັບທີ 1 ຂອງອາຊຽນ. ພ້ອມກັນນັ້ນ, ມູນຄ່າການລົງທຶນໂດຍກົງ (FDI) ຂອງນັກລົງທຶນ ຈາກ ສປ ຈີນ, ສ.ເກົາຫຼີ ແລະ ຍີ່ປຸ່ນ ຢູ່ບັນດາປະເທດສະມາຊິກອາຊຽນ ມີ 42,8 ຕື້ໂດລາສະຫະລັດ, ກວມເອົາ 18,6% ຂອງມູນຄ່າການລົງທຶນໂດຍກົງຈາກຕ່າງປະເທດ ຢູ່ໃນອາ ຊຽນ ໃນປີ 2023, ເຮັດໃຫ້ສາມປະເທດດັ່ງກ່າວ ເປັນອັນດັບທີ 2 ຂອງບັນດາປະເທດທີ່ມີມູນຄ່າການລົງທຶນຫຼາຍຢູ່ໃນອາຊຽນ, ການເຊື່ອມໂຍງດ້ານການຄ້າ ແລະ ການລົງທຶນ ຂອງອາຊຽນກັບສາມປະເທດດັ່ງກ່າວ ຍິ່ງແໜ້ນແຟ້ນຂຶ້ນຕື່ມ ພາຍຫຼັງທີ່ຈັດຕັ້ງປະຕິບັດບັນດາແຜນການຮ່ວມມືທາງດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ ໃນພາກພື້ນ.
ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການລາຍງານຄວາມຄືບໜ້າຜົນການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານເສດຖະກິດ ໄລຍະປີ 2023-2024 ແລະ ຮັບຮອງເອົາແຜນການຮ່ວມມືດ້ານເສດຖະກິດ ໄລຍະປີ 2025-2026. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບຄວາມຄືບໜ້າຂອງ ການກະກຽມຈັດກອງປະຊຸມຈັບຄູ່ທຸລະກິດຂອງອາຊຽນ ກັບ ວສປປ ຈີນ, ຍິ່ປຸ່ນ ແລະ ສ.ເກົາຫລີ ແນໃສ່ເພີ່ມທະວີການຮ່ວມມື ແລະ ເຊື່ອມໂຍງທາງດ້ານເສດຖະກິດ ໃນພາກພື້ນໃຫ້ຂະຫຍາຍຕົວຂື້ນເລື້ອຍໆ.