ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກະຊວງພະລັງງານ-ບໍ່ແຮ່ ມອບເງິນ 100 ລ້ານກີບ ຊ່ວຍເຫຼືອປະຊາຊົນໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມຢູ່ ນວ

Sep 24, 2024

ກະຊວງພະລັງງານ ແລະ ບໍ່ແຮ່ ໄດ້ມອບເງິນ 100 ລ້ານກີບ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ (ນວ) ເພື່ອໄປຊ່ວຍເຫຼືອປະຊາຊົນທີ່ໄດ້ຮັບຜົນກະທົບຈາກໄພພິບັດນ້ຳຖ້ວມ ປະກອບສ່ວນເຂົ້າໃນຊີວິດຂອງປະຊາຊົນກັບຄືນສູ່ສະພາບປົກກະຕິໂດຍໄວ.
ພິທີມອບ-ຮັບເງິນຊ່ວຍເຫຼືອຄັ້ງນີ້ຈັດຂຶ້ນວັນທີ 23 ກັນຍາ 2024 ທີ່ຫ້ອງວ່າການ ນວ ກ່າວມອບໂດຍ ທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງພະລັງງານ ແລະ ບໍ່ແຮ່ ແລະ ກ່າວຮັບໂດຍ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ ມີຄະນະກຳມະການຄຸ້ມຄອງໄພພິບັດຂັ້ນ ນວ ແລະ ພາກສ່ວນທີ່ກ່ຽວຂ້ອງສອງຝ່າຍເຂົ້າຮ່ວມ.
ໂອກາດນີ້ທ່ານເຈົ້າຄອງ ນວ ໄດ້ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນມາຍັງກະຊວງພະລັງງານ ແລະ ບໍ່ແຮ່ ທີ່ໄດ້ນຳເອົາເງິນມາຊ່ວຍເຫຼືອ ນວ ຄັ້ງນີ້ເປັນການປະກອບສ່ວນຊ່ວຍເຫຼືອໄພພິບັດນ້ຳຖ້ວມຢູ່ ນວ ພ້ອມນີ້ທ່ານເຈົ້າຄອງ ນວ ຍັງໄດ້ລາຍງານສະພາບຜົນເສຍຫາຍຈາກໄພພິບັດນ້ຳຖ້ວມຢູ່ ນວ ໃຫ້ທ່ານລັດຖະມົນຕີພ້ອມດ້ວຍຄະນະຮັບຊາບຕື່ມອີກ.
ທີ່ມາ: ວຽງຈັນໃໝ່
May be an image of 14 people and text