ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກອງປະຊຸມການຖ່າຍທອດເຕັກໂນໂລຊີສາກົນ ແລະ ການຮ່ວມມືນະວັດຕະກໍາສໍາລັບອາຊຽນ 2024 ຈັດຂຶ້ນຢູ່ຈີນ

Sep 24, 2024

ຕອນເຊົ້າວັນທີ 23 ກັນຍານີ້, ກອງປະຊຸມການຖ່າຍທອດເຕັກໂນໂລຊີສາກົນ ແລະ ການຮ່ວມມືນະວັດຕະກໍາສຳລັບອາຊຽນ 2024 ທີ່ຈັດໂດຍສູນຖ່າຍທອດເຕັກໂນໂລຊີຈີນ-ອາຊຽນ ແລະພະແນກວິທະຍາສາດເຕັກໂນໂລຊີເຂດກວາງຊີ ໄດ້ຈັດຂຶ້ນຢູ່ນະຄອນໜານໜິງ ກວາງຊີ ສປ ຈີນ.
ໃນພິທີເປີດງານ ໄດ້ເຊັນສັນຍາຫຼາຍໂຄງການທີ່ກ່ຽວຂ້ອງກັບການຮ່ວມມືລະຫວ່າງຈີນ-ອາຊຽນເຊັ່ນ: ກົນໄກຮ່ວມມືການຖ່າຍທອດເຕັກໂນໂລຊີ, ການຮ່ວມມືນະວັດຕະກຳ, ແລະການຮ່ວມມືສ້າງເວທີແລກປ່ຽນແລະອື່ນໆ, ເຊິ່ງໄດ້ຊຸກຍູ້ການພັດທະນາແບບປະສົມປະສານຂອງຈີນ-ອາຊຽນ.
ໃນໄລຍະກອງປະຊຸມດັ່ງກ່າວ, ຍັງໄດ້ຈັດກິດຈະກຳທ່ອງທ່ຽວຈີນ-ອາຊຽນ ເພື່ອລົງເລິກການແລກປ່ຽນຊາວຫນຸ່ມ, ການຖ່າຍໂອນເຕັກໂນໂລຊີ ແລະ ການຮ່ວມມືນະວັດຕະກໍາລະຫວ່າງຈີນກັບປະເທດອາຊຽນ.
ຕາມລາຍງານວ່າ: ກອງປະຊຸມນະວັດຕະກໍາອາຊຽນປີນີ້ ໄດ້ເນັ້ນໃສ່ບັນດາຂົງເຂດຮ່ວມມືສໍາຄັນຄື: ເຕັກໂນໂລຊີສີຂຽວ ແລະ ປັນຍາປະດິດ, ແລະ ຈະຈັດເວທີປາໃສນັກວິທະຍາສາດໜຸ່ມ 10+3 ຄັ້ງທີ 6, ກອງປະຊຸມການຮ່ວມມືດ້ານAI, ການແລກປ່ຽນເຕັກໂນໂລຊີຈີນ-ອາຊຽນ ແລະກິດຈະກຳຕ່າງໆ.
ທີ່ມາ: CMG FM93