ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເມືອງຫົງສາ ຫາລື ການຊຸກຍູ້-ສົ່ງເສີມການປູກພືດເປັນສິນຄ້າ ແລະ ການເກັບຊື້ຜົນຜະລິດ

Sep 25, 2024

ກອງປະຊຸມປຶກສາຫາລື ການຊຸກຍູ້, ສົ່ງເສີມການປູກພືດເປັນສິນຄ້າ ແລະ ການເກັບຊື້ຜົນຜະລິດກະສິກຳ ຢູ່ພາຍໃນປະຈຳປີ 2024 ຈັດຂຶ້ນໃນວັນທີ 23 ກັນຍາ 2024 ຜ່ານມາ ໂດຍການເປັນປະທານຂອງ ທ່ານ ພອນສະຫວັນ ໄຊສົມພັນ ເຈົ້າເມືອງຫົງສາ, ມີຫົວໜ້າ-ຮອງຫົວໜ້າຫ້ອງການທີ່ກ່ຽວຂ້ອງຂອງເມືອງ, ນາຍບ້ານ ແລະ ຜູ້ປະກອບການຢູ່ພາຍໃນເມືອງເຂົ້າຮ່ວມ.
ກອງປະຊຸມ ໄດ້ຮັບຟັງການລາຍງານຫຍໍ້ ກ່ຽວກັບການຈັດຕັ້ງເຄື່ອນໄຫວຂອງກຸ່ມໃນການຊຸກຍູ້, ສົ່ງເສີມການຜະລິດເປັນສິນຄ້າ, ລາຍງານການປູກພືດເປັນສິນຄ້າຢູ່ພາຍໃນ ປະຈຳປີ 2024 ແລະ ທິດທາງແຜນການ ປະຈຳ ປີ 2025. ພ້ອມນີ້, ປະທານກອງປະຊຸມ ໄດ້ມີຄຳຖາມເຈາະຈີ້ມຫລາຍບັນຫາທີ່ກ່ຽວກັບການຊຸກຍູ້, ສົ່ງເສີມການປູກພືດເປັນສິນຄ້າ ແລະ ການເກັບຊື້ຜົນຜະລິດຂອງຜູ້ປະກອບການ. ຈາກນັ້ນ, ຜູ້ເຂົ້າຮ່ວມ ກໍໄດ້ປະກອບຄຳຄິດຄຳ ເຫັນ ແລະ ເຫັນດີເປັນເອກະພາບຕົກລົງຮັບຮອງເອົາຫລາຍບັນຫາ ເພື່ອນຳໄປຈັດຕັ້ງປະຕິບັດເຊັ່ນ: ໃຫ້ປັບປຸງຄະນະ ກຸ່ມເກັບຊື້ ພ້ອມທັງປັບປຸງກົດລະບຽບຂອງກຸ່ມຄືນໃໝ່ໃຫ້ມີຄວາມຮັດກຸມ, ເຂັ້ມແຂງຂຶ້ນກວ່າເກົ່າ, ປະຊາຊົນຜູ້ຜະລິດ, ກຸ່ມເກັບຊື້, ນັກທຸລະກິດຜູ້ລົງທຶນ ຕ້ອງເພີ່ມທະວີໃນການສ້າງຄວາມຮ່ວມມື ກັບພາກສ່ວນກ່ຽວຂ້ອງຂອງ ເມືອງໃຫ້ຫລາຍຂຶ້ນ ແລະ ຊອກຕະຫລາດຈໍາໜ່າຍສິນຄ້າທີ່ແນ່ນອນ.
ຂະແໜງການທີ່ກ່ຽວຂ້ອງຂອງເມືອງເຊັ່ນ: ຫ້ອງການອຸດສາຫະກຳ ແລະ ການຄ້າ, ຫ້ອງການກະສິກຳ ແລະ ປ່າໄມ້ ໃຫ້ເປັນໃຈກາງໃນການຊຸກຍູ້, ສົ່ງເສີມ ແລະ ຕິດຕາມກວດກາ; ໃຫ້ຜູ້ລົງທຶນເອົາໃຈໃສ່ຄືນໃນການສະໜອງແນວພັນ, ສິນເຊື່ອອື່ນໆ ແລະ ອຳນວຍຄວາມສະດວກທາງດ້ານຕ່າງໆ ໃຫ້ແກ່ຜູ້ຜະລິດໃຫ້ທັນກັບເວລາ; ໂຮງງານທີ່ເກັບຊື້ຜົນຜະລິດ ຕ້ອງກຳນົດລາຄາໃຫ້ແຕກຕ່າງຈາກຫົວໜ່ວຍເກັບຊື້ ຕາມຄວາມເໝາະສົມ ພ້ອມທັງແຈ້ງລາຄາ ການເກັບຊື້ໃຫ້ທາງເມືອງ, ຫົວໜ່ວຍເກັບຊື້ ແລະ ປະຊາຊົນຮັບຮູ້ນຳເປັນແຕ່ລະໄລຍະ. ສ່ວນການກຳນົດລາຄາສິນຄ້າໃນການເກັບຊື້ ແມ່ນໃຫ້ອີງຕາມການຕົກລົງຂອງລາຄາສິນຄ້າຕາມທ້ອງຕະຫລາດໃນແຕ່ລະໄລຍະ; ສ່ວນຫົວໜ່ວຍທຸລະກິດ ທີ່ມາເຄື່ອນໄຫວເກັບຊື້ຜົນຜະລິດຕ່າງໆ ທີ່ບໍ່ໄດ້ຮັບອະນຸຍາດຈາກຂະແໜງການຂອງເມືອງ ແມ່ນຫ້າມເກັບຊື້ເດັດຂາດ (ກໍລະນີພົບເຫັນແມ່ນຈະໄດ້ຖືກປັບໄໝຕາມລະບຽບ); ໃຫ້ແຕ່ລະບ້ານເປັນເຈົ້າການໃນການ ຕິດຕາມກວດກາການເກັບຊື້ຂອງຜູ້ປະກອບການ ທີ່ມາເຄື່ອນໄຫວເກັບຊື້ຜົນຜະລິດຕ່າງໆທີ່ບໍ່ຖືກຕ້ອງ ແລ້ວລາຍງານຕໍ່ຂະແໜງການກ່ຽວຂ້ອງໃຫ້ໄວເພື່ອລົງກວດກາທັນເວລາ.
ຂ່າວ-ພາບ: ກິດຕິສັກ ບົວໄລ