ໃນວັນທີ 25 ກັນຍາ 2024 ທີ່ສະຖາບັນພັດທະນາສີມືແຮງງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ຈັດພິທີມອບ-ຮັບສູນເຝິກອົບຮົມກາເຟ Barista ແລະ ເຮັດເຂົ້າໝົມປັງ ເປັນກຽດເຂົ້າຮ່ວມ ໂດຍ ທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແລະ ແຂກຖືກເຊີນເຂົ້າຮວ່ມ.
ສະຖາບັນພັດທະນາສີມືແຮງງານ ກະຊວງ ຮສສ ໂດຍໄດ້ຮັບທຶນການຊ່ວຍເຫຼືອລ້າ ຈາກສະມາຄົມສິລະປະ ແລະ ແລກປ່ຽນວັດທະນະທໍາແຊຣິງ ສ ເກົາຫຼີ ການກໍ່ສ້າງສູນຝຶກອົບຮົມ ກາເຟ Barista ແລະ ເຮັດເຂົ້າໜົມປັງ ເປັນອາຄານຈໍານວນ 2 ຫຼັງ ຊັ້ນດຽວ ສາມາດບັນຈຸນັກຮຽນໄດ້ 50 ກວ່າຄົນ ທີ່ ສະຖາບັນພັດທະນາສີມືແຮງງານ ຕັ້ງຢູ່ ບ້ານຄຳຮຸ່ງ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄລຍະເວລາກໍ່ສ້າງ 5 ເດືອນ ມູນຄ່າທັງໝົດ 65.414,88 ໂດລາສະຫະລັດ.
ສູນດັ່ງກ່າວຈະສາມາດອຳນວຍຄວາມສະດວກໃຫ້ແກ່ນັກຮຽນ- ນັກສຶກສາ ແລະ ຄູອາຈານທີ່ມີຄວາມຕ້ອງການເຂົ້າມາຝຶກຢູ່ສູນແຫ່ງນີ້ ເພື່ອຍົກລະດັບຄວາມຮູ້ ຄວາມສາມາດ ໃຫ້ແທດເໝາະກັບສະພາບປັດຈຸບັນ ຊ່ວຍການຮຽນ-ການສອນ ຂອງຄູອາຈານ ໄດ້ຮັບການພັດທະນາສູງຂຶ້ນກວ່າເກົ່າ.
ຂ່າວ: ເພັດສະໝອນ





