ໃນວັນທີ 24 ກັນຍາ 2024, ທີ່ ນິວຢອກ, ສ. ອາເມລິກາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະ ມົນຕີກະຊວງການຕ່າງປະເທດ ໄດ້ນໍາພາຄະນະຜູ້ເເທນ ສປປ ລາວ ເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79, ພາຍໃຕ້ຫົວຂໍ້: “ພວກເຮົາພ້ອມກັນກ້າວໄປ: ຮ່ວມກັນລົງມືປະຕິບັດວຽກງານ ເພື່ອຮັກ ສາສັນຕິພາບ, ການພັດທະນາເເບບຍືນຍົງ ເເລະ ກຽດສັກສີຄວາມເປັນມະນຸດ ສໍາລັບຄົນຮຸ່ນປະຈຸບັນ ເເລະ ອະນາຄົດ”
(Leaving no one behind: Acting together for the advancement of peace, sustainable development and human dignity for present and future generations).
ໃນພາກເປີດກອງປະຊຸມ, ທ່ານ ອັນໂຕນີໂອ ກູເຕເຣັສ, ເລຂາທິການໃຫຍ່ ອົງການ ສປຊ ໄດ້ກ່າວປາໄສ ໂດຍທ່ານໄດ້ຕີລາຄາວ່າ ສະພາບຂອງໂລກປະຈຸບັນ ບໍ່ມີຄວາມຍືນຍົງ ແລະ ພວກເຮົາບໍ່ສາມາດດຳເນີນແບບນີ້ຕໍ່ໄປໄດ້, ບັນດາສິ່ງທ້າທາຍທີ່ພວກເຮົາກຳລັງປະເຊີນຢູ່ ສາມາດແກ້ໄຂໄດ້ ຖ້າຫາກກົນໄກການແກ້ໄຂບັນຫາຂອງສາກົນ ສາມາດເຮັດໜ້າທີ່ຂອງຕົນໄດ້. ພ້ອມນີ້, ຍັງເຫັນວ່າ ສິ່ງທ້າທາຍ 3 ປະການ ທີ່ ວົງຄະນາຍາດສາກົນຈະຕ້ອງຮ່ວມກັນແກ້ໄຂມີ ຄື: ການບໍ່ຖືກລົງໂທດ (Impunity), ຄວາມບໍ່ສະເໝີພາບ (inequality) ເເລະ ຄວາມບໍ່ເເນ່ນອນ (Uncertainty). ຕໍ່ບັນຫາດັ່ງກ່າວ, ທ່ານເລຂາທິ ການໃຫຍ່ ອົງການ ສປຊ ໄດ້ຮຽກຮອງໃຫ້ບັນດາປະເທດສະມາ ຊິກ ຈົ່ງມີຄວາມຮັບຜິດຊອບຕໍ່ການລະເມີດກົດໝາຍສາກົນ ເພື່ອຫຼີກລ່ຽງບໍ່ໃຫ້ເກີດວິກິດການໃໝ່ ດັ່ງທີ່ກໍາລັງເກີດຂຶ້ນທີ່ ອູເເກຣນ ເເລະ ກາຊາ; ຮຽກຮ້ອງໃຫ້ຢຶດໝັ້ນບັນດາຫຼັກການຂອງກົດບັດ ສປຊ, ເພີ່ມທະວີການຮ່ວມມືສາກົນ ເພື່ອຮັບມືກັບວິກິດການດ້ານມະນຸດສະທໍາ, ການແກ້ໄຂບັນຫາການປ່ຽນເເປງດິນຟ້າອາກາດ ເເລະ ການພັດທະນາດ້ານເຕັກໂນໂລຊີ ເປັນຕົ້ນເເມ່ນ ປັນຍາປະດິດ.
ໃນໂອກາດດຽວກັນນັ້ນ, ທ່ານ ຟິເລມອນ ຢາງ, ປະທານສະມັດຊາໃຫຍ່ອົງການ ສປຊ ສະໄໝທີ 79 ກໍໄດ້ມີຄໍາເຫັນວ່າ ການຈັດຕັ້ງປະຕິບັດເປົ້າໝາຍການພັດທະນາແບບຍືນຍົງ ໃນປະຈຸບັນ ສາມາດບັນລຸໄດ້ບໍ່ຮອດ 18% ຂອງບັນດາເປົ້າໝາຍທັງໝົດ ໃນຂະນະທີ່ຍັງເຫຼືອເວລາພຽງແຕ່ 5 ປີປາຍ. ພ້ອມນັ້ນ, ວົງຄະນາຍາດສາກົນກຳລັງປະເຊີນຫນ້າກັບສິ່ງທ້າທາຍ ເປັນຕົ້ນ ການປ່ຽນແປງດິນຟ້າອາກາດ, ຂໍ້ຂັດແຍ່ງຕ່າງໆ ຢູ່ຊູດັງໃຕ້, ເຂດກາຊາ ແລະ ອິດສະລະແອນ ເຮັດໃຫ້ມີຜູ້ເສຍຊີວິດຫຼວງຫລາຍ ແລະ ສ້າງຄວາມເສຍຫາຍ ແລະ ຄວາມທຸກທໍລະມານ. ທ່ານ ຍັງ ໄດ້ຮຽກຮ້ອງໃຫ້ຫັນປ່ຽນຈາກການລົງທຶນໃສ່ການທະຫານ ແລະການສະສົມອາວຸດ ໄປສຸມໃສ່ການສ້າງສັນຕິພາບ ແລະ ຊີວິດການເປັນຢູ່ທີ່ດີຂອງປະຊາຊົນແທນ ເພາະເຫັນວ່າ ປະຊາຊົນຫຼາຍລ້ານຄົນຍັງຕົກຢູ່ໃນຄວາມທຸກຍາກ, ຖືກບັງຄັບໃຊ້ແຮງງານ ແລະ ຖືກຂູດຮີດແຮງງານໃນຮູບແບບໃໝ່. ດ້ວຍເຫດນີ້, ຈຶ່ງມີຄວາມຈຳເປັນຕ້ອງປະຕິຮູບລະບົບການເງິນສາກົນ, ຍ້ອນຫຼາຍປະເທດກຳລັງແບກຫາບພາລະໜີ້ສິນ ເຊິ່ງຈະຕ້ອງເລືອກວ່າຈະນຳໃຊ້ທຶນຮອນເພື່ອສຳລະໜີ້ ຫຼືປັບປຸງຊີວິດການເປັນຢູ່ຂອງປະຊາຊົນຂອງຕົນ. ນອກນັ້ນ, ເຄື່ອງມືອັນສຳຄັນໜຶ່ງໃນການແກ້ໄຂບັນດາສິ່ງທ້າທາຍເຫຼົ່ານັ້ນ ກໍ່ແມ່ນການຮ່ວມມືສາກົນ ໂດຍສະເພາະແມ່ນການຈັດຕັ້ງປະຕິບັດເອກະສານຜົນຂອງກອງປະຊຸມສຸດຍອດວ່າດ້ວຍອະນາຄົດ, ເຊິ່ງຈະຊ່ວຍສ້າງຄວາມເຂັ້ມແຂງໃຫ້ແກ່ ບັນດາສະຖາບັນຫຼາຍຝ່າຍ ເພື່ອສ້າງໂລກທີ່ຫັນປ່ຽນຢ່າງໄວວາ ພ້ອມທັງຮັບປະກັນວ່າ ຈະບໍ່ມີຜູ້ໃດ, ບຸກຄົນໃດ, ຊຸມຊົນໃດ ຖືກປະປ່ອຍໄວ້ທາງຫຼັງ.
ໃນວັນດຽວກັນ, ທ່ານ ຮອງນາຍົກລັດຖະມົນຕີ ສະເຫຼີມໄຊ ກົມມະສິດ, ຍັງໄດ້ພົບປະສອງຝ່າຍກັບ ທ່ານ ຢີວານ ກິລ ພິນໂຕ (Yvan Gil Pinto), ລັດຖະມົນຕີກະຊວງການຕ່າງປະເທດ ເເຫ່ງ ເວເນຊູເອລາ ເເລະ ທ່ານ ມູຣັດເບັກ ອາຊິມບາກຽບ (Muratbek Azymbakiev), ຜູ້ຕາງໜ້າພິເສດ ຂອງປະທານາທິບໍດີ ກຽກກິດສະຖານ ເພື່ອປຶກສາຫາລືກ່ຽວກັບການພົວພັນຮ່ວມມືສອງຝ່າຍ ແລະ ແລກປ່ຽນທັດສະນະຕໍ່ບັນຫາພາກພື້ນ ເເລະ ສາກົນ ທີ່ ສອງຝ່າຍມີຄວາມສົນໃຈຮ່ວມກັນ ລວມທັງທິດທາງການຮ່ວມມືໃນຕໍ່ໜ້າ. ນອກຈາກນັ້ນ, ທ່ານຮອງນາຍົກລັດຖະມົນຕີ ຍັງໄດ້ເຂົ້າຮ່ວມງານສະເຫຼີມສະຫຼອງການເຂົ້າເປັນສະມາຊິກ ອົງການ ສປຊ ຄົບຮອບ 40 ປີ ຂອງປະເທດບຣູໄນ ດາຣູຊາລາມ ໂດຍການເປັນເຈົ້າພາບຂອງ ສົມເດັດ ຊຸນຕານ ຮາຈິ ຮັດຊານານ ໂບນເກຍ ເເຫ່ງ ບຣູໄນ.
ນອກຈາກນີ້, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ໄດ້ຕາງໜ້າ ສປປ ລາວ ເປັນປະທານຮ່ວມກັບ ສາທາລະນະລັດ ໂດມິນີກັນ ໃນກອງປະຊຸມລັດຖະມົນຕີຕ່າງປະເທດສາມຝ່າຍ ເວທີປຶກສາຫາລືຂອບການຮ່ວມມື ລະຫວ່າງ ອາຊີຕາເວັນອອກ ເເລະ ອາເມລິກາລາຕິນ ຄັ້ງທີ 6 (The 6th FEALAC Troika), ເຊິ່ງໄດ້ທົບທວນຄືນຄວາມຄືບໜ້າການຈັດຕັ້ງປະຕິບັດບັນດາໜ້າວຽກ ແລະ ກິດຈະກຳ ຂອງ ປະເທດສະມາຊິກ ລວມທັງການຄັດເລືອກປະເທດປະສານງານພາກພື້ນຕໍ່ຈາກ ສປປ ລາວ ແລະ ສ.ໂດມິນິກັນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຟັງການລາຍງານ ກ່ຽວກັບ ສະຖານະຂອງກອງທຶນ FEALAC Trust Fund ແລະ ປຶກສາຫາລືທິດທາງແຜນການຮ່ວມມືໃນຕໍ່ໜ້າ.
ກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະຊາຊາດ ສະໄໝທີ 79 ຈະສືບຕໍ່ດຳເນີນໄປຈົນເຖິງວັນທີ 30 ກັນຍາ 2024. ສຳລັບ ສປປ ລາວ, ພະນະທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ມີແຜນຈະຂຶ້ນກ່າວປາໄສ ໃນວັນທີ 27 ກັນຍາ 2024.





