ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທະນາຄານພັດທະນາລາວ ມອບເງິນຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຢູ່ ແຂວງຫົວພັນ 200 ລ້ານກີບ

Sep 26, 2024

ຕອນແລງວັນທີ 24 ກັນຍາ 2024 ນີ້, ຢູ່ທີ່ຫ້ອງວ່າການແຂວງ ທະນາຄານພັດທະນາລາວ ສາຂາ ຫົວພັນ, ໄດ້ນຳເອົາເງິນຈຳນວນ 200 ລ້ານກີບ, ມອບໃຫ້ຫ້ອງວ່າການແຂວງນຳເອົາໄປຊ່ວຍເຫຼືອຜູ້ປະສົບໄພນໍ້າຖ້ວມຈາກໄພທຳມະຊາດທີ່ເກີດຂື້ນໃນວັນທີ 22 ກັນຍານີ້ ເຮັດໃຫ້ 8 ບ້ານພາຍໃນເທດສະບານເມຶອງຊາເໜືອ ໄດ້ຮັບຜົນກະທົບ.
ກ່າວມອບເງິນຊ່ວຍເຫຼືອໃນຄັ້ງນີ້ນຳໂດຍ ທ່ານ ເຄນສຸກ ຄຳປັນຍາ ຫົວໜ້າສາຂາທະນາຄານພັດທະນາລາວຈຳກັດ ສາຂາ ຫົວພັນ. ກ່າວຮັບ ໂດຍ ທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ມີພາກສ່ວນທີ່ກ່ຽວຂ້ອງຫ້ອງວ່າການແຂວງ ແລະ ພະນັກງານທະນາຄານພັດທະນາລາວ ສາຂາ ຫົວພັນເຂົ້າຮ່ວມນຳ.