ວັນທີ 25 ກັນຍາ 2024, ຄະນະຜູ້ແທນແຂວງຈໍາປາສັກ ສປປ ລາວ ນໍາໂດຍ ທ່ານ ອາລຸນໄຊ ສຸນນະລາດ ເລຂາພັກແຂວງ ເຈົ້າແຂວງຈໍາປາສັກ ໄດ້ເຄື່ອນໄຫວຢ້ຽມຢາມ ແລະ ເຮັດວຽກຢູ່ໂຮງໝໍສູນກາງເຫ້ວ ຢູ່ ສສ ຫວຽດນາມ.
ໂອກາດນີ້, ທ່ານ ສຈ.ປອ.ຟ້າມ ຍື ຫຽບ ກໍາມະການພັກແຂວງ ຄະນະຜູ້ແທນສະມາຊິກສະພາແຫ່ງຊາດແຂວງ ຜູ້ອໍານວຍການໂຮງໝໍສູນກາງເຫ້ວ ໄດ້ກ່າວຕ້ອນຮັບຕໍ່ການມາຢ້ຽມຍາມຂອງຄະນະຜູ້ແທນແຂວງຈໍາປາສັກ ພ້ອມທັງລາຍງານໃຫ້ຮູ້ ສະພາບການລວມຂອງໂຮງໝໍສູນກາງເຫ້ວ ເຊິ່ງປະກອບມີ 5.000 ຕຽງນອນ ແລະ ມີທັງໝົດ 3 ສາຂາ, ໃນໄລຍະຜ່ານມາ ໂຮງໝໍສູນກາງເຫ້ວ ໄດ້ປິ່ນປົວຄົນເຈັບລາວ ໂດຍໄດ້ຮັບນະໂຍບາຍລາຄາປິ່ນປົວເທົ່າກັບຄົນຫວຽດນາມ, ຕາມບົດບັນທຶກການຮ່ວມມືສອງຊາດ ຫວຽດນາມ – ລາວ,ຫວຽດນາມ – ລາວ ກໍຄືການຈັດຕັ້ງປະຕິບັດແຜນການຮ່ວມມືດ້ານສາທາລະນະສຸກ ລະຫວ່າງ ໂຮງໝໍສູນກາງເຫ້ວ ແລະ ໂຮງໝໍແຂວງຈໍາປາສັກ ເພື່ອສືບຕໍ່ຮັດແໜ້ນສາຍພົວພັນພິເສດຫວຽດນາມ – ລາວ, ລາວ – ຫວຽດນາມ ເຊິ່ງແຂວງຈໍາປາສັກ ແລະ ເຫ້ວ, ສົ່ງເສີມລົງເລີກການແລກປ່ຽນບົດຮຽນທາງດ້ານສາທາລະນະສູກ ລະຫວ່າງ ໂຮງໝໍແຂວງ ແລະ ໂຮງໝໍສູນກາງເຫ້ວຍໂດຍເນັ້ນການພົວພັນພິເສດກ້າວເຂົ້າສູ່ລວງເລິກໃນຫຼາຍດ້ານ ເພື່ອເສີມຂະຫຍາຍສາຍພົວພັນພິເສດທີ່ສໍາຄັນ ກໍຄືການກໍ່ສ້າງບຸກຄະລາກອນໂຮງໝໍແຂວງຈໍາປາສັກ ມາຝຶກອົບຮົມ ຢູ່ໂຮງໝໍສູນກາງເຫ້ວ ກ່ຽວກັບດ້ານວິຊາສະເພາະໃນສາຂາຕ່າງໆ.
ໂອກາດເຄື່ອນໄຫວຢ້ຽມຍາມຄັ້ງນີ້, ທ່ານ ອາລຸນໄຊ ສຸນນະລາດ ກໍໄດ້ສະແດງຂອບໃຈຕໍ່ການຕ້ອນຮັບ ເຊິ່ງການມາຢ້ຽມຍາມໃນຄັ້ງນີ້ ກໍແມ່ນເພື່ອຮັດແໜ້ນສາຍພົວພັນການຮ່ວມມືຂອງສອງຊາດລາວຫວຽດ – ນາມ, ຫວຽດນາມ – ລາວ, ການຮ່ວມມືໃນຂັ້ນທ້ອງຖິ່ນ ບັນດາແຂວງທີ່ໄດ້ມີການເຊັນບົດບັນທຶກການຮ່ວມມື ກໍຄືແຂວງເທື່ອທຽນເຫ້ວ ແລະ ແຂວງຈໍາປາສັກ ໃຫ້ມີການຮ່ວມມືກ້າວໄປສູ່ລວງເລິກ ໂດຍສະເພາະແມ່ນການຮ່ວມມືດ້ານການບໍລິການປິ່ນປົວໃຫ້ແກ່ປະຊາຊົນ, ຍົກສູງຄຸນນະພາບ ແລະ ບໍລິຫານສາທາລະນະສຸກ. ໃນນາມຕາງໜ້າໃຫ້ແກ່ຄະນະພັກ – ຄະນະນໍາຂອງແຂວງຈໍາປາສັກ ສະແດງຄວາມຂອບໃຈ ຕໍ່ກັບການຊ່ວຍເຫຼືອ ອຳນວຍຄວາມສະດວກ ແກ່ຄົນລາວທີ່ມາປິ່ນປົວຢູ່ ໂຮງໝໍສູນກາງເຫ້ວ ທັງຊຸກຍູ້ການຮ່ວມມືໃນຂະແໜງການສາທາລະນະສຸກຂອງໂຮງໝໍແຂວງ ແລະ ໂຮງໝໍສູນກາງເຫ້ວ ເຊິ່ງແຂວງຈໍາປາສັກໃນປະຈຸບັນ ກໍໄດ້ມີການຍົກລະດັບ ຈົນເປັນສູນກາງ ການບໍລິການປິ່ນປົວໃນພາກໃຕ້ ເຊິ່ງໄດ້ຮັບການຊ່ວຍເຫຼືອທາງດ້ານວິຊາການຈາກໂຮງໝໍສູນກາງເຫ້ວເຊັ່ນດຽວກັນ.
ນອກນັ້ນ, ຄະນະຜູ້ແທນແຂວງ ຈໍາປາສັກ ກໍໄດ້ຢ້ຽມຊົມແຕ່ລະອາຄານ, ຫ້ອງປິ່ນປົວ ດ້ວຍເຄື່ອງມືທັນສະໄໝພາຍໃນໂຮງໝໍສູນກາງເຫ້ວຕື່ມອີກ.
ຂ່າວ-ພາບ: ພູທິບສະຫວັນ ຫ້ອງວ່າການແຂວງຈໍາປາສັກ








