ຕອນບ່າຍວັນທີ 26 ກັນຍາ 2024 ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2024 ໄດ້ຖະແຫລງຕໍ່ສື່ມວນຊົນ ເຖິງການກະກຽມຄວາມພ້ອມດ້ານຕ່າງໆ ໃນການຈັດ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2024 ທ່ານເຈົ້າເມືອງຈັນທະບູລີ ກ່າວວ່າ: ໃນນາມ ປະທານຄະນະກໍາມະການຈັດງານບຸນ ມີຄວາມພາກພູມໃຈເປັນຢ່າງຍິ່ງທີິ່ໄດ້ຕາງໜ້າ ໃຫ້ແກ່ຄະນະຈັດງານ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2024 ນີ້: ຂໍຖະແຫຼງຜ່ານສື່ມວນຊົນ ໃຫ້ທຸກທ່ານໄດ້ຮັບຊາບ, ເຊິ່ງເປັນງານບຸນປະເພນີປະຈຳຊາດລາວເຮົາທີ່ສືບທອດປະຕິບັດກັນມາເປັນປະຈຳໃນທຸກໆປີ ແລະຈັດຂຶ້ນໃນທ່າມກາງບັນຍາກາດທີ່ປວງຊົນລາວທັງຊາດ ພວມອອກແຮງແຂ່ງຂັນສ້າງຜົນງານຂໍ່ານັບຮັບຕ້ອນວັນປະກາດເອກະລາດຄົບຮອບ 79 ປີ,ວັນຊາດທີ 2 ທັນວາ ຄົບຮອບ 49 ປີ ວັນສຳຄັນຂອງພັກຂອງຊາດ ແລະຕ້ອນຮັບກອງປະຊຸມສຸດຍອດອາຊຽນທີ່ ລາວເປັນເຈົ້າພາບ ເຊິ່ງຈະຈັດຂຶ້ນໃນມໍ່ໆນີ້ຢ່າງເປັນຂະບວນການຟົດຟື້ນ.
1) ກິດຈະກຳ ທາງດ້ານສາດສະໜາແລະຮີດຄອງປະເພນີ:
①. ໃນຕອນເຊົ້າວັນທີ11/10/2024; ເວລາ 7:00 ໂມງ, ຕອນເຊົ້າ:ມີການຄອບໄຄ່ວສະຖານທີ່ສັກສິດ.
②. ເລີ່ມເວລາ 3:00 ໂມງ, ຕອນເຊົ້າ ຂອງວັນທີ17/10/2024 ເປັນຕົ້ນໄປຈະໄດ້ມີພິທີຄື:
ເຂດວັດວາອາຣາມ:
– ເວລາ: 3:00-4:00ໂມງ ( ຕອນເຊົ້າ ): ພຣະອາຈານມີພິທີສູດອອກພັນສາ ປະວໍລະນາ.
– ເວລາ: 7:00 ໂມງ ( ຕອນເຊົ້າ ): ພິທີຕັກບາດຖວາຍສັງຄະທານຕາມປະເພນີລາວ.
– ເວລາ: 19:00-19:40 ໂມງ: ມີພິທີວຽນທຽນ, ໄຫຼເຮືອໄຟໂຄກ.
ເຂດສວນເຈົ້າອານຸວົງ ແລະ ຜາມໄຊ (ທ່າວັດຈັນ):
– ເວລາ 20:00 ໂມງ ເປັນຕົ້ນໄປ ມີການຄົບງັນ, ຈຸດບັ້ງໄຟພຸ, ໄຟດອກ ແລະ ບັ້ງໄຟຕະໄລ່.
– ມີການ ສະແດງ ສີລະປະວັນນະຄະດີ.
ເຂດແຄມຂອງທ່າວັດຈັນ:
– ມີການລອຍກະໂທງ ແລະບໍ່ອານຸຍາດໃຫ້ອອກໄປໄຫຼຢູ່ກາງຂອງ.
2) ກິດຈະກໍາ ການຊ່ວງເຮືອ ໃນວັນທີ 18/10/2024:
– ເລີ່ມແຕ່ເວລາ 08:30 ໂມງ( ຕອນເຊົ້າ ) ເປັນຕົ້ນໄປ ເລີ່ມຈັດການແຂ່ງຂັນຊ່ວງເຮືອປະເພນີຍິງ-ຊາຍ, ເວລາ 16:00 ໂມງ ມອບລາງວັນເຮືອຊ່ວງ.
3) ກິດຈະກຳວາງສະແດງສິນຄ້າ:
ກໍານົດແຕ່ວັນທີ 12-18/10/2024 ເປັນເວລາ 7 ວັນ : ມີການວາງສະແດງແລະຂາຍສິນຄ້າຢູ່ມນຂອບເຂດສວນເຈົ້າອະນຸວົງ,ຢູ່ຕາມຂອບເສັ້ນທາງເຈົ້າຟ້າງຸ່ມ ແຕ່ວິທະຍາໄລເຕັກນິກປາກປ່າສັກ ລົງຮອດ 4 ແຍກໂຮງໝໍມະໂຫສົດ, ບ່ອນຈອດລົດໜ້າໂຮງແຮມລ້ານຊ້າງ ກຳນົດໃຫ້ຂາຍເຂົ້າຫລາມປີ້ງໄກ່ ທາງຄົນຍ່າງເບື້ອງເສັ້ນທາງ ແຕ່ທະນາຄານພັດທະນາລາວ ລົງມາ 4 ແຍກໄຟແດງວັດອິນແປງຕາມເສັ້ນາງເສດຖາທິລາດ ໄປຫາ 4 ແຍກໄຟແດງວັດສີສະເກດ ເປັນບ່ອນຈອດລົດໃຫຍ່ບາງຈຸດ.
ສະເພາະເສັ້ນທາງເບື້ອງບ້ານວັດຈັນ,ຊຽງຍືນ ແລະບ້ານສີຫອມ ແມ່ນກໍານົດໃຫ້ຂາຍແຕ່ເຂົ້າຫລາມປິ້ງໄກ່,ມີການຕັ້ງບຸສຂາຍເຄື່ອງ.
ສໍາລັບການຕັ້ງຮ້ານຂາຍເຄື່ອງຕ່າງໆທັງເສັ້ນທາງເບື້ອງນອກ ແລະໃນຂອບເຂດສວນເຈົ້າອະນຸວົງແມ່ນໃຫ້ຮັກສາໄລຍະຫ່າງກັນ ຈະບໍ່ໄດ້ໃຫ້ຮ້ານຕິດກັນ.
– ສະຖານທີ່ຝາກລົດ: ແມ່ນມອບໃຫ້ຄະນະກໍາມະການຈັດສັນສະຖານທີ່ ແລະອະນຸປກຊ-ປກສ ຮັບຜິດຊອບ ເປັນຜູ້ຄົ້ນຄ້ວາພິຈາລະນາຕາມຄວາມເໝາະສົມຄືຫລາຍປີຜ່ານມາ.
4) ກິດຈະກຳປ້ອງກັນຊາດ-ປ້ອງກັນຄວາມສະຫງົບ:
ພວກເຮົາໄດ້ຖືສໍາຄັນ ຕໍ່ກັບວຽກງານປ້ອງກັນຄວາມສະຫງົບປອດໄພຮອບດ້ານ ໂດຍໃຫ້ມີການຈັດຕັ້ງການປ້ອງກັນເວນຍາມ ແລະປະຈຳການຕະຫຼອດ 24 ຊົ່ວໂມງ ໂດຍນຳໃຊ້ກຳລັງຂອງເມືອງຈັນທະບູລີເປັນຕົ້ນຢູ່ຕາມບ້ານ, ສຳນັກງານ, ອົງການ ທົ່ວເມືອງໃຫ້ມີຄວາມສະຫງົບປອດໄພ 100% ເຊິ່ງກຳນົດຈຸດປ້ອງກັນ38ຈຸດ, ໃນນີ້: ຈຸດປ້ອງກັນວົງໃນ19 ຈຸດແລະວົງນອກ19 ຈຸດແລະປ້ອມແຈ້ງເຫດ (1191)2 ຈຸດ, ມີສູນກ້ອງວົງຈອນ ເພື່ອຕິດຕາມ ຢູ່ຫ້ອງການສວນເຈົ້າອານຸວົງ ແລະ ຜາມກໍາມະການ,ມີກໍາລັງປ້ອງກັນທັງໝົດມີ 828ຄົນ,ໃນນີ້ ກໍາລັງຊາວໜຸ່ມ 300 ຄົນ,ໃນນີ້ ລວມມີກຳລັງ ປກສ-ປກຊ ນະຄອນຫລວງ, ປກສ-ປກຊເມືອງຈັນທະບູລີ,ກຳລັງກອງຫລອນບ້ານ 30ບ້ານແລະກໍາລັງຊາວໜຸ່ມຂອງເມືອງ ເພື່ອເຂົ້າຮ່ວມໃນການປະຕິບັດໜ້າທີ່ກວດກກາ ປ້ອງກັນເວນຍາມຕາມທາງຮ່ອມທາງຊອຍ ແລະຕາມຈຸດຕ່າງໆທີ່ໄດ້ກຳນົດໄວ້.
5) ກິດຈະກຳວຽກງານການອານາໄມທຳຄວາມສະອາດ:
ຊຸກຍູ້ຂະບວນການອອກແຮງງານອະນາໄມ ສະຖານທີ່ຈັດງານ ແລະ ຂອບເຂດພາຍນອກຈໍານວນໜຶ່ງ ໃຫ້ມີຄວາມສະອາດ ແລະສວຍງາມ.
ສໍາລັບຢູ່ໃນບໍລິເວນງານບຸນທ່າວັດຈັນ ໄດ້ມີບໍລິສັດ ຜູ້ຮັບເໝົາຄື: ບໍລິສັດ ອານາໄມເປັນຜູ້ຮັບຜິດຊອບ ໃນການອະນາໄມທໍາຄວາມສະອາດພາຍໃນງານບຸນ.
ພ້ອມນັ້ນ;ພວກເຮົາຍັງຊຸກຍູ້,ແນະນໍາທຸກພາກສ່ວນທີ່ເຂົ້າຮ່ວມວາງສະແດງແລະຂາຍສິນຄ້າ ຢູ່ໃນງານບຸນ ຕ້ອງມີຖົງຢາງເພື່ອໃສ່ເຈ້ຍ,ເສດຖົງຢາງ, ສິ່ງເສດເຫຼືອຕ່າງໆ, ເວລາເລີກງານແຕ່ລະຄືນ ຕ້ອງເຮັດອະນາໄມບໍລິເວນຮ້ານຂອງຕົນເອງແລ້ວເອົາໃສ່ຖົງຢາງປະໄວ້ຂ້າງຮ້ານ ເພື່ອໃຫ້ພາກສ່ວນອະນາໄມມາເກັບເອົາໄປຖີ້ມ.
ຖ້າເຫັນວ່າຂີ້ເຫຍື້ອມີຈຳນວນຫລາຍ ກໍໃຫ້ໃຊ້ລໍ້ຂົນໄປປະໄວ້ບ່ອນໃດໜຶ່ງກ່ອນ ພາຍຫລັງເລີກງານບຸນໃນເວລາ 23:00ໂມງ ແມ່ນເຂົ້າອະນາໄມ ແລະໃຫ້ສໍາເລັດພາຍໃນ 5:00 ໂມງເຊົ້າ.
6) ກິດຈະກຳວຽກງານ ຮັກສາສຸຂະພາບ:
ມີບັນດາເເພດໝໍ ປະຈໍາການຢູ່ຜາມຄະນະກຳມະການ 24 ຊົ່ວໂມງ ຕະຫຼອດໄລຍະງານບຸນ ເພື່ອແກ້ໄຂບັນຫາສຸກເສີມ ແຂກຄົນທີ່ມາທ່ຽວງານບຸນທີ່ບໍ່ສະບາຍ ໂດຍສະເພາະແມ່ນ ເປັນວິນ, ເກີດອຸປະຕິເຫດ ແລະ ອື່ນໆພ້ອມນີ້ໄດ້ລົງກວດກາ ປະເພດອາຫານ ແລະ ເຄື່ອງດື່ມ ໃຫ້ຮັກສາໄດ້ທາງຄຸນນະພາບ, ຮັກສາໄດ້ຄວາມສະອາດ, ສິນຄ້າບໍ່ໝົດອາຍຸ.
7) ວຽກງານປະຊາສຳພັນ:
ມີໂທລະໂຄ່ງ ປະຈຳງານບຸນ ນັບແຕ່ມື້ຈັດງານຈົນເຖິງມື້ປິດງານ ເພື່ອຮັບໃຊ້ວຽກງານປະຊາສຳພັນຕ່າງໆ, ເຊິ່ງພວກເຮົາໄດ້ຕິດຕັ້ງໂທລະໂຄ່ງ ມີ 12ຈຸດ.
1. ຫ້າມບໍ່ໃຫ້ມີການໂຄສະນາທຸກຮູບແບບທີ່ຜິດຕໍ່ກົດໝາຍຂອງສປປລາວ.
2. ຫ້າມຂາຍຫຼືນໍາເອົາອາວຸດທຸກປະເພດລວມທັງ: ພ້າ, ມີດ, ງ້າວ, ໜ້າເກັກ, ກະຖູນ, ສະໜັບມື, ໂຄມໄຟລອຍແລະປະເພດມີຄົມຕ່າງໆເຂົ້າໄປໃນງານໂດຍເດັດຂາດເວັ້ນເສຍແຕ່ເຈົ້າໜ້າທີ່ທີ່ໄດ້ຮັບອານຸຍາດ.
3. ຫ້າມນໍາເອົາຢາເສບຕິດ, ທາດເບື່ອ, ສານເຄມີທີ່ອອກລິດທາງປະສາດທຸກຊະນິດ, ສິ່ງທີ່ພາໃຫ້ເກີດສຽງດັງເກີນຂອບເຂດ, ບັ້ງກະໂພກເຂົ້າມາຈູດແລະວາງຂາຍພາຍໃນງານຢ່າງເດັດຂາດ.
4. ຫ້າມນຳເອົາພະລິດຕະພັນທີ່ລອກແບບສິ້ນລາວຫຼື ເຄື່ອງນຸ່ງລາວນຳເອົາມາຂາຍ-ຈຳໜ່າຍ ພາຍໃນງານ ຢ່າງເດັດຂາດ.
5. ຫ້າມວາງ, ຂາຍເຄື່ອງແລະນຳເຄື່ອງສຽງອອກມາໂຄສະນາສິນຄ້າຢູ່ນອກບໍລິເວນຮ້ານ ເກີນຂອບເຂດ ທີ່ຄະນະກໍາມະການຈັດງານ ໄດ້ກຳນົດໃຫ້.
6. ຫ້າມຂາຍ ແລະນຳເອົາຜະລິດຕະພັນວັດທະນະທໍາລາມົກ ເຊັ່ນ: ແຜ່ນຊີດີ ( CD , DVD ) ລາມົກແລະ ຮູບພາບລາມົກຕ່າງໆ ເຂົ້າມາວາງຂາຍຢູ່ໃນງານຢ່າງເດັດຂາດ.
7. ຫ້າມຫຼີ້ນການພະນັນທຸກປະເພດ ແລະອາລະວາດຕີກັນ ຢ່າງເດັດຂາດ.
8. ຫ້າມຂາຍເຄື່ອງຊະຊາຍໂດຍບໍ່ໄດ້ຮັບອານຸຍາດຈາກຄະນະກໍາມະການຈັດງານຕະຫຼາດນັດ, ງານບຸນອອກພັນສາປະວໍລະນາ ປະຈຳປີ 2024 ທີ່ທ່າວັດຈັນ ເມືອງຈັນທະບູລີນະຄອນຫຼວງວຽງຈັນ.
9. ຫ້າມດື່ມສິ່ງມຶນເມົາເກີນຂອບເຂດ ຖ້າຜູ້ໃດລະເມີດຈະຖືກເຈົ້າໜ້າທີ່ກ່າວເຕືອນຫຼືນໍາຕົວໄປພັກຜ່ອນໄວ້ກ່ອນ.
10. ຫ້າມບຸກຄົນ, ນິຕິບຸກຄົນ, ສໍານັກງານອົງການປົກຄອງບ້ານກີດຂວາງການຈັດສັນສະຖານທີ່ວາງສະແດງຂາຍສິນຄ້າຂອງຄະນະກຳມະການຈັດງານຕະຫຼາດນັດ.
11. ຫ້າມຕອກເຫຼັກຫຼືສິ່ງຂອງຕ່າງໆ ໃສ່ພື້ນທີ່ຢ່າງເດັດຂາດ.
12. ຫ້າມແຈກຢາຍແຜ່ນພັບຫຼືແຜ່ນເຈ້ຍໂຄສະນາສິນຄ້າຕ່າງໆຢູ່ພາຍໃນງານບຸນ.
13. ຫ້າມຜູ້ສຳປະທານສະຖານທີ່ງານບຸນມອບສະຖານທີ່ໃຫ້ແກ່ຜູ້ສຳປະທານອື່ນຈັບຈອງຕໍ່ເດັດຂາດ.
14. ຫ້າມມີການໂຄສະນາສິນຄ້າໂດຍການເຕັ້ນໂຊນາງສາວແລະບໍ່ໃຫ້ມີມິນິຄອນເສີດ.
ທ່ານ ດວງຕາ ສຸລິວົງ ເຈົ້າເມືອງຈັນທະບູລີ ປະທານຄະນະກໍາມະການຈັດງານບຸນ ບຸນອອກພັນສາປະວໍລະນາ ແລະ ບຸນຊ່ວງເຮືອປະຈຳປີ 2024 ກ່າວມ້ວນທ້າຍວ່າ: ມາເຖິງປະຈຸບັນ ພວກເຮົາມີຄວາມພ້ອມໃນທຸກໆດ້ານເພື່ອກະກຽມເຂົ້າສູ່ງານດັ່ງກ່າວ. ສະນັ້ນທັງໝົດວຽກງານທີ່ໄດ້ແຈ້ງມານັ້ນ;ຈຶ່ງຮຽກຮ້ອງມາຍັງບັນດາທ່ານທຸກພາກສ່ວນ,ຕະຫຼອດຮອດພະນັກງານ, ທະຫານ,ຕຳຫຼວດ, ປະຊາຊົນບັນດາເຜົ່າທົ່ວນະຄອນຫຼວງວຽງຈັນຈົ່ງພ້ອມກັນຮ່ວມແຮງຮ່ວມໃຈເປັນເຈົ້າການປະກອບສ່ວນແລະເຂົ້າຮ່ວມງານບຸນອອກພັນສາປະວໍລະນາແລະບຸນຊ່ວງເຮືອປະຈໍາປີ2024ທີ່ທ່າວັດຈັນ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນດ້ວຍບັນຍາກາດເບີກບານມ່ວນຊື່ນ, ມີສະຕິລະວັງຕົວ, ເປັນເຈົ້າການໃນການປ້ອງກັນຄວາມສະຫງົບ, ຄວາມເປັນລະບຽບຮຽບຮ້ອຍ, ຮັກສາອະນາໄມຄວາມສະອາດ.
Cr: ກະຕ່າຍມາກໂນຊາ



