ໃນວັນທີ 25 ກັນຍາ 2024, ທ່ານ ສອນໄຊ ສີພັນດອນ, ນາຍົກລັດຖະມົນຕີ ເເຫ່ງ ສປປ ລາວ ພ້ອມດ້ວຍຄະນະ ໄດ້ເດີນທາງມາເຖິງນິວຢອກ, ສ. ອາເມລິກາ ເພື່ອເຂົ້າຮ່ວມກອງປະຊຸມອະພິປາຍທົ່ວໄປຂອງ ສະມັດຊາໃຫຍ່ ອົງການ ສະຫະປະ ຊາຊາດ ສະໄໝທີ 79, ເຊິ່ງມີເເຜນຈະຂຶ້ນກ່າວບົດປາໄສ ໃນວັນທີ 27 ກັນຍາ 2024. ໃນຕອນຄ່ຳຂອງວັນທີ 25 ກັນຍາ, ທ່ານ ສອນໄຊ ສີພັນດອນ ພ້ອມດ້ວຍພັນລະຍາ ກໍ່ໄດ້ເຂົ້າຮ່ວມງານລ້ຽງຕ້ອນຮັບໂດຍການເປັນເຈົ້າພາບຂອງ ທ່ານ ໂຈ ໄປເດັນ, ປະທານາທິບໍດີ ສ. ອາເມລິກາ ຈັດເປັນກຽດເພື່ອຕ້ອນຮັບຫົວໜ້າຄະນະຜູ້ແທນທີ່ເຂົ້າຮ່ວມກອງປະຊຸມຄັ້ງນີ້.
ສຳລັບການເຄື່ອນໄຫວຂອງຄະນະຕິດຕາມໃນວັນທີ 25 ກັນຍາ, ທ່ານ ສະເຫຼີມໄຊ ກົມມະສິດ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມປິ່ນອ້ອມລະດັບສູງ ພາຍໃຕ້ຫົວຂໍ້: “ການສະໜັບສະໜູນຂອງຂໍ້ລິເລີ່ມວ່າດ້ວຍການພັດທະນາສາກົນ (GDI) ສໍາລັບບັນດາປະເທດກໍາລັງພັດທະນາ: ພວກເຮົາພ້ອມກັນຈັດຕັ້ງປະຕິບັດ” ໂດຍການເປັນປະທານຂອງ ທ່ານ ວາງ ອີ້ (Wang Yi), ລັດຖະ ມົນຕີກະຊວງການຕ່າງປະເທດ ສປ ຈີນ ແລະ ມີປະທານສະມັດ ຊາໃຫຍ່ ອົງການ ສປຊ ສະໄໝທີ 79 ເຂົ້າຮ່ວມປະກອບຄຳເຫັນ. ໃນນັ້ນ, ກອງປະຊຸມ ໄດ້ຮັບຟັງການນຳສະເຫນີບົດລາຍງານ ກ່ຽວກັບຜົນການຈັດຕັ້ງປະຕິບັດການຮ່ວມມື ໃນຂອບຂໍ້ລິເລີ່ມ GDI ເເລະ ເເຜນການຮ່ວມມືໃນຕໍ່ໜ້າ ໂດຍສະເພາະ ຜົນສໍາເລັດຂອງກອງປະຊຸມລະດັບສູງ ຄັ້ງທີ 2 ຂອງ ເວທີປຶກສາຫາລື ກ່ຽວກັບການປະຕິບັດງານສາກົນ ເພື່ອການພັດທະນາຮ່ວມກັນ, ເຊິ່ງໄດ້ຈັດຂຶ້ນໃນລະຫວ່າງ ວັນທີ 11-14 ກໍລະກົດ 2024, ທີ່ ນະຄອນຫຼວງປັກກິ່ງ, ສປ ຈີນ. ນອກຈາກນັ້ນ, ທ່ານ ຮອງນາຍົກລັດຖະມົນຕີ ຍັງໄດ້ ພົບປະ ກັບ ທ່ານ ນ. ຈູເລຍ ບິຊອບ (Julie Bishop), ຜູ້ຕາງໜ້າພິເສດຂອງເລຂາທິການໃຫຍ່ ອົງການ ສປຊ ກ່ຽວກັບວຽກງານ ມຽນມາ ເພື່ອເເລກປ່ຽນທັດສະນະ ເເລະ ປຶກສາຫາລື ກ່ຽວກັບການແກ້ໄຂບັນຫາມຽນມາທັງໃນຂອບ ສປຊ ແລະ ຂອບອາຊຽນ.
ໃນວັນດຽວກັນນີ້, ທ່ານ ນ. ບຸນຄຳ ວໍລະຈິດ, ລັດຖະມົນຕີກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໄດ້ເຂົ້າຮ່ວມກອງປະຊຸມຄົບຄະນະລະດັບສູງ ວ່າດ້ວຍການແກ້ໄຂໄພຂົ່ມຂູ່ທີ່ເກີດຈາກ ການເພີ່ມຂຶ້ນຂອງລະດັບນໍ້າທະເລ,ເເລະ ໄດ້ປະກອບຄໍາເຫັນໃນພາກເວທີສົນທະນາ ຂອງບັນດາຜູ້ມີສ່ວນ ຮ່ວມຫຼາຍຝ່າຍ ກ່ຽວກັບການປັບຕົວ, ການເງິນ ແລະ ຄວາມເຂັ້ມແຂງ ໃນການຮັບມືກັບການເພີ່ມຂຶ້ນຂອງລະດັບນ້ຳທະເລ. ກອງປະຊຸມຄັ້ງນີ້ ຈັດຂຶ້ນເພື່ອສ້າງຄວາມເຂົ້າໃຈ ກ່ຽວກັບໄພຂົ່ມຂູ່ທີ່ເກີດຈາກ ການເພີ່ມຂຶ້ນຂອງລະດັບນໍ້າທະເລ ເເລະ ສົ່ງເສີມການຮ່ວມມືລະຫວ່າງ ບັນດາປະເທດສະມາຊິກ ອົງການ ສປຊ ເເລະ ອົງການຈັດຕັ້ງສາກົນ ໃນການວາງມາດຕະການ ເພື່ອຮັບມືກັບການເພີ່ມຂຶ້ນຂອງລະດັບນໍ້າທະເລ.
ພ້ອມກັນນັ້ນ, ທ່ານ ທອງຜ່ານ ສະຫວັນເພັດ, ຮອງລັດຖະມົນ ຕີກະຊວງການຕ່າງປະເທດ, ກໍໄດ້ເຂົ້າຮ່ວມປະກອບຄໍາເຫັນ ໃນກອງປະຊຸມລະຫວ່າງ ອາຊຽນ ເເລະ ພັນທະມິດປາຊີຟິກ (ASEAN-Pacific Alliance), ໂດຍການເປັນປະທານຮ່ວມ ຂອງ ລັດຖະມົນຕີກະຊວງການຕ່າງປະເທດ ຟິລິບປິນ ເເລະ ຊີເລ. ກອງປະຊຸມຄັ້ງນີ້ ໄດ້ທົບທວນຄືນການພົວພັນຮ່ວມມືລະຫວ່າງ ບັນດາປະເທດສະມາຊິກ ອາຊຽນ ເເລະ ພັນທະມິດປາຊີຟິກ ລວມທັງການກໍານົດທິດທາງການຮ່ວມມືໃນອະນາຄົດ.
ນອກຈາກນັ້ນ, ຄະນະຜູ້ເເທນ ສປປ ລາວ ກໍໄດ້ສືບຕໍ່ຕິດຕາມກອງປະຊຸມອະພິປາຍທົ່ວໄປຂອງສະມັດຊາໃຫຍ່ ອົງການ ສປຊ, ເຂົ້າຮ່ວມກອງປະຊຸມອາວຸໂສ ກຸ່ມ 77 ເເລະ ສປ ຈີນ, ກອງປະຊຸມລະດັບສູງ ວ່າດ້ວຍການຮ່ວມມືສາກົນ ເພື່ອສ້າງຂີດຄວາມ ສາມາດກ່ຽວກັບປັນຍາປະດິດ ໂດຍການເປັນປະທານຮ່ວມຂອງ ທ່ານ ວາງ ອີ້ (Wang Yi) ລັດຖະມົນຕີກະຊວງການຕ່າງປະເທດ ສປ ຈີນ ເເລະ ທ່ານ ຟີລິກ ມີຕາຕິ (Felix Mutati), ລັດຖະ ມົນຕີກະຊວງວິທະຍາສາດ ເເລະ ເຕັກໂນໂລຊີ ຊໍາບີ.






