ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຈີນ​ປະ​ກອບ​ສ່ວນ​ກຳ​ລັງ​ແຮງຢ່າງ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ບໍ​ລິ​ຫານ​​ໂລກ​ໃນ​ຍຸກ​ໃໝ່

Sep 27, 2024

ວັນ​ທີ 23 ກັນ​ຍາ​ນີ້, ກອງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ດຳ​ເນີນ​ເປັນ​ເວ​ລາ 2 ວັນ​ໄດ້​ອັດ​ລົງ​ຢູ່​ນະ​ຄອນ​ນິວຢອກ​ຂອງ​ອາ​ເມ​ຣິ​ກາ. ທ່ານ​ຫວາງ​ຢີ້ ​ກຳ​ມະ​ການ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້ໃນ​ຖາ​ນະ​ເປັນ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ​ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ ແລະ​ກ່າວ​ຄຳ​ປາ​ໄສ. ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້​ເປັນ​ໜຶ່ງ​ໃນ​ກອງ​ປະ​ຊຸມ​ລະ​ດັບ​ສູງ​ທີ່​ມີ​ຄວາມ​ສຳ​ຄັນ​ທີ່​ສຸດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ໃນ​ປີ​ນີ້, ການ​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໃນ​ຄັ້ງ​ນີ້​ພໍ​ດີ​ຖືກ​ກັບ​ສະ​ພາບ​ການຟື້ນ​ຕົວ​ຂອງເສດ​ຖະ​ກິດໂລກ​ທີ່ຊ້າ​ລົງ, ​ການ​ປະ​ທະ​ກັນ​ໃນ​ພາກ​ພື້ນ​ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ, ສິ່ງ​ທ້າ​ທາຍ​ທີ່​ເກີດ​ຈາກການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ວິ​ກິດ​ການ​ດ້ານ​ສະ​ບຽງ​ອາ​ຫານ ແລະ ພະ​ລັງ​ງານ​ທີ່​ມີ​ຄວາມ​ສະຫຼັບ​ສັບ​ຊ້ອນກັນຫຼາຍ​ຂຶ້ນ, ໂລກ​ບໍ່​ພຽງ​ແຕ່​ຕ້ອງ​ພິ​ຈາ​ລະ​ນາ​ລະ​ບົບ​ການ​ບໍ​ລິ​ຫານ​ໂລກ​ທີ່​ມີ​ຢູ່​ໃນ​ປັດ​ຈຸ​ບັນ​ເທົ່າ​ນັ້ນ, ແຕ່​ຍັງ​ຕ້ອງ​ພິ​ຈາ​ລ​ະ​ນາ​ທິດ​ທາງ​ທີ່​ກ້າວ​ໜ້າ​ໃນ​ອະ​ນາ​ຄົດ​ອີກ​ດ້ວຍ.
ສິ່ງ​ທີ່​​ປະ​ຈັກ​ຕາ​ຕໍ່​ຄົນ​ທັງຫຼາຍ​ນັ້ນ​ຄື ໃນ​ມື້​ທຳ​ອິດ​ຂອງກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ນີ້, ຝ່າຍ​ຕ່າງໆ​ໄດ້​ເປິກ​ສາ​ຫາ​ລື ແລະ ຮັບ​ຮອງເອົາ “ສັນ​ຍາ​ອະ​ນາ​ຄົດ” ​ພ້ອມ​ດ້ວຍ “ສັນ​ຍາ​​ດີ​ຈິ​ຕອນ​ທົ່ວ​ໂລກ” ແລະ “ຖະ​ແຫຼງ​ການ​ກ່ຽວ​ກັບ​ບັນ​ຫາ​ຂອງ​ລູກຫຼານ​ຄົນ​ຮຸ່ນຫຼັງ” ​ທີ່​ເປັນ​ເອ​ກະ​ສານ​ແນບ​ທ້າຍ​ຂອງ “ສັນ​ຍາ​ອະ​ນາ​ຄົດ”. ສັນ​ຍາ​ນີ້​ໄດ້​ຜ່ານ​ການ​ເຈ​ລະ​ຈາ​ຢ່າງ​ຮີບ​ດ່ວນ​ມາ​ເປັນ​ເວ​ລາ 2 ປີ​ຈຶ່ງ​ໄດ້​ບັນ​ລຸ​ການ​ເຊັນ​ສັນ​ຍາ​ໃນ​ທີ່​ສຸດ, ມັນ​ບໍ່​ແມ່ນ​ເລື່ອງ​ງ່າຍ, ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ ແລະ ຄວາມ​ປາດ​ຖະ​ໜາ​ຂອງ​ຝ່າຍ​ຕ່າງໆ​ໃນ​ການ​ປະ​ຕິ​ຮູບ​ລະ​ບົບ​ການ​ບໍ​ລິ​ຫານໂລກ, ຟື້ນ​ຟູ​ລັດ​ທິ​ຫຼາຍ​ຝ່າຍ ແລະ ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ໃຫ້​ດີກວ່າ​ເກົ່າ.
ຈີນ​ໄດ້​ສະ​ໜັບ​ສະ​ໜູນ​ຢ່າງ​ເດັດ​ດ່ຽວ​ຕໍ່​ກອງ​ປະ​ຊຸມ​ສຸດ​ຍອດ​ຄັ້ງ​ນີ້, ​ໄດ້ໃຊ້​ການ​ກະ​ທຳ​ຕົວ​ຈິງ​​ເພື່ອລົງ​ເລິກ​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ​ຢ່າງ​ແທ້​ຈິງ, ໄດ້​ປະ​ກອບ​ສ່ວນ​ອັນ​ສຳ​ຄັນ​ເຂົ້າ​ໃນ​ການ​ສ້າງ​ລະ​ບຽບ​ສາ​ກົນ​ທີ່​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ.
ຈີນ​ໃນ​ຖາ​ນະ​ເປັນ​ສະ​ມາ​ຊິກ​ຖາ​ວອນ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ອົງ​ການສະ​ຫະ​ປະ​ຊາ​ຊາດ, ​ໄດ້ລົງ​ເລິກ​ເຂົ້າ​ຮ່ວມ​ການ​ເປິກ​ສາ​ຫາ​ລື​ກ່ຽວ​ກັບ “ສັນ​ຍາ​ອະ​ນາ​ຄົດ”, ​ໄດ້​ສະ​ເໜີ​ຄວາມ​ເຫັນ ແລະ ຂໍ້​ສະ​ເໜີຕ່າງໆ​ທີ່​ມີ​ລັກ​ສະ​ນະ​ສ້າງ​ສັນບົນ​ພື້ນ​ຖານ​ຂອງ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ. ໃນ​ເວ​ລາ​ກ່າວ​ຄຳ​ປາ​ໄສ​ຕາມ​ຫົວ​ຂໍ້​ທີ່​ວ່າ “ກຳ​ແໜ້ນຊາ​ຕາ​ກຳ​ຮ່ວມ ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ດີ​ງາມ”, ທ່ານ​ຫວາງ​ຢີ້​ກ່​າວ​ເນັ້ນ​ວ່າ, ພວກ​ເຮົາ​ຍິນ​ດີ​ເກາະ​ແຂນ​ກັບ​ປະ​ເທດ​ຕ່າງໆ​ໃນ​ໂລກ​ກ້າວ​ເດີນ​ໄປ​ຂ້າງ​ໜ້າ, ຊຸກ​ຍູ້​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ, ຮ່ວມ​ກັນ​ສ້າງ​ອະ​ນາ​ຄົດ​ທີ່​ມີ​ສັນ​ຕິພາບ ແລະ ດີ​ງາມກວ່າ​ເກົ່າ. ວັນ​ທີ 19 ກັນ​ຍາ​ນີ້, ຈີນ​ໄດ້​ເຜີຍ​ແຜ່ “ເອ​ກະ​ສານຫຼັກ​ໝັ້ນ​ຂອງ​ຈີນ​ໃນ​ການ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ອະ​ນາ​ຄົດ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ແລະ ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 79” ໂດຍ​ຊີ້​ອອກວ່າ, ຈີນ​ໄດ້​ໃຫ້​ຄຳ​ຕອບ​ແຫ່ງ​ຍຸກ​ສະ​ໄໝ ຄື ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະ ຄຳ​ຕອບ​ແຫ່ງ​ຍຸກ​ສະ​ໄໝ​ດັ່ງ​ກ່າວ​ແມ່ນ​ສອດ​ຄ່ອງ​ກັບຈິດ​ໃຈ​ການ​ຮ່ວມ​ມື​ທີ່​ສົ່ງ​ເສີມ​ໃນ “ສັນ​ຍາ​ອະ​ນາ​ຄົດ” ​ແລະ ​ລະ​ບົບການ​ບໍ​ລິ​ຫານ​ໂລກ​ໃນ​ລະ​ດັບ​ສູງ ເຊິ່ງ​ໄດ້ຢືນ​ຢັນ​ວ່າ​ທັດ​ສະ​ນະ​ຂອງ​ຈີນ​ແມ່ນ​ສອດ​ຄ່ອງ​ກັບ​ຄວາມ​ປາດ​ຖະ​ໜາ​ຂອງ​ຄົນ​ທົ່ວ​ໄປ ແລະ ທ່າ​ອຽງ​ໂດຍ​ລວມ.
ເນື້ອ​ໃນ “ສັນ​ຍາ​ອະ​ນາ​ຄົດ” ລະ​ບຸ​ວ່າ: “ການ​ບັນ​ລຸ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ ​ແມ່ນ​ຈະ​ບໍ່​ປ່ອຍ​ໃຫ້​ໃຜ​ເຫຼືອ​ໄວ້​ຂ້າງຫຼັງ ​ນັ້ນແມ່ນ​ເປົ້າ​ໝາຍ​ໃຈ​ກາງ​ຂອງ​ລັດ​ທິຫຼາຍ​ຝ່າຍ​ໃນ​ປັດ​ຈຸ​ບັນ ແລະ ໄລ​ຍະ​ຕໍ່​ໄປ​ຢ່າງ​ຖາ​ວອນ.” ຈີນ​ສຸມ​ໃສ່​ການ​ສ້າງ​ເວ​ທີ​ການ​ຮ່ວ​ມ​ມື​ສາ​ກົນ​ທີ່​ສຳ​ຄັນ, ຊຸກ​ຍູ້​ການ​ຮ່ວມ​ມື​ຕົວ​ຈິງ​ກັບ​ປະ​ເທດ​ພວມ​ພັດ​ທະ​ນາ​ໃນ​ຂົງ​ເຂດ​ຕ່າງໆ, ລົງ​ເລິກ​ປະ​ຕິ​ບັດ​ລັດ​ທິຫຼາຍ​ຝ່າຍ​ທີ່​ແທ້​ຈິງ, ໄດ້ປະ​ກອບ​ສ່ວນ​ກຳ​ລັງ​ເຂົ້າ​ໃນ​ການ​ຊຸກ​ຍູ້​ລະ​ບົບ​ການ​ບໍ​ລິ​ຫານ​ໂລກ​ໃຫ້​ກ້າວ​ໄປ​ສູ່​ທິດ​ທາງ​ທີ່​ຍຸ​ຕິ​ທຳ ແລະ ສົມ​ເຫດ​ສົມ​ຜົນ​ກວ່າ​ເກົ່າ. ໂດຍ​ອີງ​ໃສ່​ກົນ​ໄກ​ຮ່ວມ​ມືຫຼາຍ​ຝ່າຍ, ຈີນ​ໄດ້​ຊຸກ​ຍູ້​ປະ​ເທດ​ທີ່​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ເຊື່ອມ​ໂຍງ​ເຊື່ອມ​ຈອດ​ກັນ, ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຂອງ​ປະ​ເທດ​ອາ​ຊີ ອາ​ຟ​ຣິ​ກາ ແລະ ອາ​ເມ​ຣິ​ກາ​ລາ​ຕິນ, ຊຸກ​ຍູ້​ການ​ສ້າງ​ເຄືອ​ຂ່າຍ​ການ​ຈໍ​ລະ​ຈອນ​ສິນ​ຄ້າ ການ​ຄ້າ ແລະ ພະ​ລັງ​ງານ​ຂອງ​ປະ​ເທດ​ພວມ​ພັດ​ທະ​ນາ, ເພີ່ມ​ພະ​ລັງຂັບ​ເຄື່ອນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.
ນອກ​ນີ້, ຈີນ​ໄດ້​ຊ່ວຍ​ເຫຼືອ​ປະ​ເທດ​ພວມ​ພັດ​ທະ​ນາ​ຍົກ​ລະ​ດັບ​ຂີດ​ຄວາມ​ສາ​ມາດ​ຂອງ​ຕົນ​ໃນ​ການ​ພັດ​ທະ​ນາ​ຢ່າງ​ເປັນ​ເຈົ້າ​ຕົນ​ເອງ​ດ້ວຍ​ຄວາມ​ຈິງ​ໃຈ​ຕະຫຼອດ​ມາ, ​ໄດ້ປະ​ກອບ​ສ່ວ​ນ​ອັນ​ຕັ້ງ​ໜ້າ​ເຂົ້າ​ໃນ​ການ​ຊຸກ​ຍູ້​ຂະ​ບວນ​ການ​ຫັນ​ເປັນ​ທັນ​ສະ​ໄໝ​ຂອງ​ໂລກ. ຈີນ​ໄດ້​ສະ​ໜອງ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ພັດ​ທະ​ນາ​ໃຫ້​ແກ່ 160 ກວ່າ​ປະ​ເທດ, ​ແລະຮ່ວມ​ມື​ກັບ​ອີກ 150 ກວ່າ​ປະ​ເທດ ເພື່ອ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ນອກ​ນີ້​ຍັງ​ໄດ້ຮ່ວມ​ກັບ 100 ກວ່າ​ປະ​ເທດ ແລະ ອົງ​ການ​ຈັດ​ຕັ້ງ​ສາ​ກົນຫຼາຍ​ແຫ່ງ ເຊິ່ງ​ລວມ​ທັງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຊຸກ​ຍູ້​ການ​ຮ່ວມ​ມື​ພາຍ​ໃຕ້​ຂອບ​ຂໍ້​ລິ​ເລີ່ມ​ການ​ພັດ​ທະ​ນາ​ຂອງ​ໂລກ, ສ້າງ​ຕັ້ງ​ກອງ​ທຶນພັດ​ທະ​ນາ​ຂອງ​ໂລກ ແລະ ການ​ຮ່ວມ​ມື​ໃຕ້​ໃຕ້, ສະ​ໜັບ​ສະ​ໜູນ​ການ​ປະ​ຕິ​ບັດ 150 ກວ່າ​ໂຄງ​ການ.
ກອງ​ປະ​ຊຸມ​​ສຸດຍອດອະ​ນາ​ຄົດ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ, ແຕ່​ການ​ປະ​ຕິ​ຮູບ​ຫາ​ກໍ​ເລີ່ມ​ຕົ້ນ. ສາ​ມາດ​ຄາດ​ຄະ​ເນ​ໄດ້​ວ່າ, ອຸ​ດົມ​ການ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ທີ່​ຟື້ນ​ຟູ​ລັດ​ທິຫຼາຍ​ຝ່າຍ ແລະ​ ປະ​ຕິ​ຮູບ​ລະ​ບົບ​​ການ​ບໍ​ລິ​ຫານ​ໂລກ ອາດ​ຈະ​ປະ​ສົບ​ກັບ​ອຸ​ປະ​ສັກ​ຕ່າງ​ໆ​ໃນ​​ການ​ປະ​ຕິ​ບັດ​ຕົວ​ຈິງ. ຊາວ​ຈີນ​ມັກ​ເວົ້າ​ວ່າ: “ເຖິງວ່າເປັນເສັ້ນ​ທາງ​​ທີ່ມີ​ອຸ​ປະ​ສັກ ແລະ ຍາວ​ໄກ, ຂໍ​ແຕ່​ເດີນ​ທາງຕໍ່ໄປ​ຢ່າງ​ບໍ່​ລົດ​ລະ​ກໍ​ຈະ​ໄປ​ຮອດ​ຈຸດ​ໝາຍ​ປາຍ​ທາງ​ໃນ​ທີ່​ສຸດ.” ເຊື່ອ​ວ່າ​ພາຍ​ໃຕ້​ການຊີ້​ນຳ​​ຈາກ​ແນວ​ຄິດ​ຂອງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງມວນ​ມະ​ນຸດ ແລະ “ສັນ​ຍາ​ອະ​ນາ​ຄົດ”, ຈະ​ມີ​ປະ​ເທດ​ນັບ​ມື້​ນັບຫຼາຍກວ່າ​ເກົ່າ​ເຂົ້າ​ຮ່ວມ​ກັບ​ຈີນ​ກ້າວ​ເດີນ​ໄປ​ສູ່​ອະ​ນາ​ຄົດ​ທີ່​ດີ​ງາມກວ່າ​ເກົ່າ.
Cr: CMG