ບົດລາຍງານກ່ຽວກັບການພັດທະນາການຄ້າດີຈີຕອນ ທົ່ວໂລກ 2024 ຊຶ່ງເປັນບົດລາຍງານຕົ້ນຕໍຂອງງານວາງສະແດງການຄ້າດີຈີຕອນ ທົ່ວໂລກ ຄັ້ງທີ 3 ທີ່ຮຽບຮຽງໂດຍຄະນະກຳມະການຈັດງານວາງສະແດງການຄ້າດີຈີຕອນ ທົ່ວໂລກ ກັບສູນການຄ້າສາກົນ ຫຼື ITC ໄດ້ເຜີຍແຜ່ຢ່າງເປັນທາງການ.
ບົດລາຍງານສະບັບດັ່ງກ່າວ ໄດ້ເຜີຍແຜ່ຍອດມູນຄ່າຄິດໄລ່ການຄ້າດີຈີຕອນໃນທົ່ວໂລກທີ່ມີອົງການຈັດຕັ້ງສາກົນເຂົ້າຮ່ວມເປັນຄັ້ງທຳອິດ ຊຶ່ງໄດ້ອັດຊ່ອງວ່າງຂອງຂົງເຂດຄິດໄລ່ການຄ້າດີຈີຕອນ.
ອີງຕາມຂໍ້ມູນຄິດໄລ່ແຈ້ງໃຫ້ຮູ້ວ່າ: ລະຫວ່າງປີ 2021-2023, ມູນຄ່າການຄ້າດີຈີຕອນໃນທົ່ວໂລກ ໄດ້ເພີ່ມຈາກ 6,020 ຕື້ໂດລາ ຂຶ້ນເປັນ 7,130 ຕື້ໂດລາ, ຈັງຫວະເຕີບໃຫຍ່ບັນລຸເຖິງ 8,8% ຕໍ່ປີ. ເມື່ອເບິ່ງຈາກ 10 ກຸ່ມເສດຖະກິດໃຫຍ່ຢູ່ໃນໂລກ ເຫັນວ່າ: ມູນຄ່າການຄ້າດີຈີຕອນຂອງສະຫະພາບເອີຣົບ, ອາເມຣິກາ ແລະ ຈີນ ໄດ້ຈັດຢູ່ໃນອັນດັບໜຶ່ງຫາສາມ ແລະ ໄດ້ຮັກສາທ່າອ່ຽງການເຕີບໂຕທີ່ໝັ້ນທ່ຽງ. ສ່ວນມູນຄ່າການຄ້າດີຈີຕອນຂອງເບຣຊິນ, ອິນເດຍ ແລະ ເມັກຊິກ ເຕີບໃຫຍ່ໄວທີ່ສຸດໃນກຸ່ມເສດຖະກິດຕົ້ນຕໍ.
ທີ່ມາ: CMG



