ກະຊວງປ້ອງກັນປະເທດ ປະກາດເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງ
ພິທີປະກາດການເລື່ອນຊັ້ນໃຫ້ນາຍທະຫານຂັ້ນສູງຈາກ ພັນ ເອກ ເລື່ອນຊັ້ນຂຶ້ນ ພົນຈັດຕະວາ, ໄດ້ຈັດໃນວັນທີ 27 ກັນຍາ 2024, ທີ່ຫ້ອງປະຊຸມກະຊວງປ້ອງກັນປະເທດ, ໂດຍການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍາມະ ການກົມການເມືອງສູນກາງພັກ, ຮອງນາຍົກ ລັດຖະມົນຕີ, ລັດ ຖະມົນຕີກະຊວງປ້ອງກັນປະເທດ, ມີຄະນະນຳ 4 ກົມໃຫ່ຍ, ຫ້ອງວ່າການກະຊວງປ້ອງກັນປະເທດ ເເລະ ນາຍທະຫານທີ່ໄດ້ຮັບການເລື່ອນຊັ້ນເຂົ້າຮ່ວມ.

ທ່ານ ທົງສັກ ກົມມະເມືອງ ຮອງຫົວໜ້າກົມຄຸ້ມຄອງພະນັກ ງານ, ຄະນະຈັດຕັ້ງສູນກາງພັກ ໄດ້ຜ່ານລັດຖະດໍາລັດວ່າດ້ວຍການເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນ ຊັ້ນພົນຈັດຕະວາ, ໂດຍອີງຕາມ ລັດຖະທຳມະນູນ ແຫ່ງ ສປປ ລາວ (ສະບັບປັບປຸງ ປີ 2015) ມາດຕາ 67, ຂໍ້ 6, ກົດໝາຍວ່າດ້ວຍນາຍທະຫານກອງທັບປະຊາຊົນລາວ ສະບັບເລກທີ 43/ສພຊ, ລົງວັນທີ14 ມິຖຸນາ 2018, ຄໍາສະເໜີຂອງ ນາຍົກລັດຖະມົນຕີ ສະບັບເລກທີ 76/ນຍ, ລົງວັນທີ 26 ສິງຫາ 2024, ມາດຕາ 1: ຕົກລົງເລື່ອນຊັ້ນນາຍທະຫານ ຊັ້ນພັນເອກ ຂຶ້ນເປັນ ຊັ້ນພົນຈັດຕະວາ ຈໍານວນ 07 ສະຫາຍ, ໃນນີ້ມີ
– ສະຫາຍ ພັນເອກ ຈັນທາ ບຸນນະວົງ ຫົວໜ້າກົມຈັດຕັ້ງພັກ ກົມໃຫຍ່ການເມືອງກອງທັບ.
– ສະຫາຍ ພັນເອກ ນາງ ໄພວອນ ອິນທະບຸດ ຫົວໜ້າຫ້ອງການສະຫະພັນເເມ່ຍິງກອງທັບ.
– ສະຫາຍ ພັນເອກ ທອງສະໄໝ ສຸກປະເສີດ ຫົວໜ້າການທະຫານ ກອງພົນທີ 5
– ສະຫາຍ ພັນເອກ ນາງ ທອງສີ ວົງພະຈັນ ຫົວໜ້າກົມຮັກສາສຸຂະພາບສູນກາງ ຫ້ອງວ່າການກະຊວງປ້ອງກັນປະເທດ,
– ສະຫາຍ ພັນເອກ ນາງ ມາລີວອນ ສຸລິຍະແສງ ຫົວໜ້າການ ເມືອງ ໂຮງໝໍສູນກາງ 103 ກອງທັບ.
– ສະຫາຍ ພັນເອກ ທຸມມາ ພົມມະທຳ ຮອງຫົວໜ້າ ກົມ 213, – ສະຫາຍ ພັນເອກ ຄໍາຜິວ ມະນີວົງ ຮອງຫົວໜ້າຫ້ອງການຄະນະກໍາມະການ ປກຊ-ປກສ ສູນກາງ.
ນອກຈາກນີ້ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນ ກາງພັກ ແລະ ຄະນະພັກກະຊວງປ້ອງກັນ ປະເທດ ວ່າດ້ວຍການຕົກລົງແຕ່ງຕັ້ງ ສະຫາຍ ພົນຕີ ວົງສອນ ອິນປານພິມ ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ເປັນກຳມະການຄະນະບໍລິ ຫານງານຄະນະພັກ, ທັງເປັນກຳມະການຄະນະປະຈຳພັກກະຊວງ ປ້ອງກັນປະເທດ ແລະ ເປັນກໍາມະການຄະນະພັກ, ທັງເປັນກຳມະການຄະນະປະຈຳພັກກົມໃຫຍ່ການ ເມືອງກອງທັບ.
ໂອກາດນີ້ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກໍໄດ້ຄໍາເຫັນໂອ້ລົມ ແລະ ໃຫ້ທິດຊີ້ນຳ ຫຼາຍບັນຫາສຳຄັນຕໍ່ນາຍທະ ຫານຂັ້ນສູງທີ່ໄດ້ຮັບການເລື່ອນຊັ້ນໃໝ່ໃນຄັ້ງນີ້ໂດຍໄດ້ເນັ້ນໜັກໃຫ້ນາຍທະຫານຂັ້ນສູງແຕ່ລະສະຫາຍສືບຕໍ່ຝຶກຝົນຫຼໍ່ຫຼອມຕົນເອງໃນຮອບດ້ານ, ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ໜ້າທີ່ ການເມືອງຂອງຕົນໃຫ້ສູງກວ່າເກົ່າ, ເປັນຫລັກແຫລ່ງໃນການ ເຕົ້າໂຮມຄວາມສາມັກຄີພາຍໃນໃຫ້ແໜ້ນແຟ້ນ, ປັບປຸງແບບ ແຜນວິທີເຮັດວຽກໃຫ້ມີວິທະຍາສາດ, ບົນພື້ນຖານປະຕິບັດ ຕາມຫລັກການລວມສູນປະຊາທິປະໄຕ ເຮັດວຽກເປັນຫມູ່ຄະ ນະ, ແບ່ງໃຫ້ບຸກຄົນຮັບຜິດຊອບ, ພ້ອມກັນກໍ່ສ້າງກອງທັບກ້າວຂຶ້ນເປັນກອງທັບປະຕິວັດ ທີ່ມີລະບຽບແບບແຜນ ແລະ ທັນ ສະໄໝເທື່ອກ້າວ.
ຂ່າວ: ສຸກສາຄອນ





