ເປີດການແຂ່ງຂັນກິລາບານສົ່ງໃນຮົ່ມ ຊາຍ-ຍິງ ເບຍລາວ ບານສົ່ງ ລາວລີກ 2024
ການແຂ່ງຂັນກິລາບານສົ່ງໃນຮົ່ມ ຊາຍ-ຍິງ ເບຍລາວ ບານສົ່ງ ລາວລີກ 2024 ຫຼື Laos Volleyball League 2024 ເລີ່ມຂຶ້ນຢ່າງເປັນທາງການໃນຕອນບ່າຍວັນທີ 28 ກັນຍາ 2024 ທີ່ສະໂມສອນກິລາໃນຮົ່ມ ກອງທັບ (ຫຼັກ5) ເມືອງໄຊເຊດຖາ ນະຄອນຫຼວງວຽງຈັນ.

ເຂົ້າຮ່ວມພິທີເປີດການແຂ່ງຂັນຄັ້ງນີ້ມີ ທ່ານ ພຸດ ສິມມາລາວົງ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ, ທ່ານ ຈັນສະໝອນ ພ່ອງຈັນທາ, ປະທານສະຫະພັນບານສົ່ງແຫ່ງຊາດລາວ, ພ້ອມດ້ວຍແຂກຮັບເຊີນເຂົ້າຮ່ວມ.
ການແຂ່ງຂັນຄັ້ງນີ້ ມີ 15 ສະໂມສອນເຂົ້າຮ່ວມແຂ່ງຂັນ, ໃນນັ້ນ ທີມຊາຍ ມີ 10 ສະໂມສອນ ແລະ ທີມຍິງມີ 5 ສະໂມສອນ ຄື:
+ ທີມຊາຍ ປະກອບມີ
1. ສະໂມສອນກະຊວງປ້ອງກັນປະເທດ ຫຼື ກອງທັບ.
2. ສະໂມສອນລາວສະກາຍເວ.
3. ສະໂມສອນ ໂກຣ-ອັບ (Grow-UP).
4. ສະໂມສອນອິນເທັນເຊີນ.
5. ສະໂມສອນ ວຽງຈັນ ວີຊີ.
6. ສະໂມສອນ ສັນນິວາດ ວີຊີ.
7.ສະໂມສອນ ແບັກບຸດເຕີຟາຍ Black Butterfly.
8. ສະໂມສອນ ຈັນທິລາດ ວີຊີ,
9. ສະໂມສອນ ນະຄອນຫຼວງ-Inthasone VC ແຊ໋ມເກົ່າ.
10. ສະໂມສອນ ເອັມພີຊີ ບລູ ຮາວາຍ.
+ ທີມປະກອບມີ:
1. ສະໂມສອນ ກອງທັບ.
2.ສະໂມສອນ ກົມໃຫຍ່ການເມືອງກອງທັບ.
3. ສະໂມສອນ ວຽງຈັນ ວີຊີ.
4. ສະໂມສອນ ເອດສເອັນເຄ ໄຊເສດຖາ ວີຊີ
5. ສະໂມສອນເອັດອີຊີ ວີຊີ.
ການແຂ່ງຂັນຄັ້ງນີ້ຈັດຂຶ້ນ ເພື່ອສົ່ງເສີມກິລາບານສົ່ງໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວຂຶ້ນເລື້ຶ້ອຍໆ ແນໃສ່ສ້າງນັກກິລາໃຫ້ມີຄວາມແຂງແກ່ນ ສາມາດກ້າວຂຶ້ນທົດແທນນັກກິລາທີມຊາດ ກຽມຮ່ວມ ງານມະຫະກຳກິລາຊີເກມ ຄັ້ງທີ 32 ຈະຈັດຂຶ້ນ ທີ່ປະເທດໄທ ໃນປີ 2025.
ທັງສອງປະເພດແມ່ນແຂ່ງຂັນຮອບດຽວ ໃນຮອບຂາໄປ ທຸກທີມຈະໄດ້ພົບກັນໝົດຄັດເລືອກເອົາທີມທີ່ມີຄະ ແນນດີທີ່ສຸດເປັນແຊ້ມ ແລະ ແຂ່ງຂັນສະເພາະແຕ່ວັນເສົາ-ອາທິດ ໂດຍໄດ້ຮັບການສະໜັບສະໜູນຫລັກຈາກ ບໍລິສັດ ເບຍລາວ ຈໍາກັດ, ໃນນີ້ ຊະນະເລີດປະເພດຊາຍຈະໄດ້ຮັບເງິນສົດ 30 ລ້ານກີບ, ຮອງຊະນະເລີດ 20 ລ້ານກີບ, ອັນດັບທີ 3 ໄດ້ຮັບ 17 ລ້ານກີບ. ສ່ວນປະເພດຍິ່ງ ຊະນະເລີດຈະໄດ້ຮັບເງິນສົດ 20 ລ້ານກີບ, ຮອງຊະນະເລີດ 15 ລ້ານກີບ, ອັນກັບທີ 3 ໄດ້ຮັບ12 ລ້ານກີບ. ນອກຈາກນີ້ຍັງມີລາງວັນອື່ນໆ ວມເງິນລາງວັນຫຼາຍກວ່າ 290 ລ້ານກີບ.
ການແຂ່ງຂັນຄັ້ງນີ້ຈະດໍາເນີນໄປຮອດວັນທີ 10 ພະຈິກ 2024 ຈິ່ງຈະສໍາເລັດ.






