ພັນໂທ ນາງ ບຸນດາວັນ ບົວລະພາ ຜູ້ສ້າງໄດ້ຫຼາຍຜົນງານເພງ ຮັບໃຊ້ກອງທັບປະຊາຊົນລາວ
ສະຫາຍ ພັນໂທ ນາງ ບຸນດາວັນ ບົວລະພາ, ຮອງຫົວໜ້າການທະຫານ ກອງສິລະປະກອນກອງທັບ ແມ່ນຜູ້ໜຶ່ງທີ່ສ້າງໄດ້ຫຼາຍຜົນງານເພງ ຮັບໃຊ້ໃຫ້ແກ່ກອງທັບປະຊາຊົນລາວ, ທັງເປັນນັກປະດິດແຕ່ງ ແລະ ກໍາກັບການສະແດງສີລະປະ, ເປັນຜູ້ໜຶ່ງທີ່ມີພອນສະຫວັນ ແລະ ມີຄວາມຮູ້-ຄວາມສາມາດໃນການປະດິດຄິດແຕ່ງປະພັນບົດເພງ, ບົດລໍາ, ບົດຟ້ອນ ແລະ ບົດລະຄອນຕ່າງໆ ທີ່ສ່ອງແສງເຖິງມູນເຊື້ອຂອງຊາດ, ຂອງພັກ, ຂອງກອງທັບ ເຊິ່ງໄດ້ສ້າງຜົນງານອັນເປັນເອກກະລັກ ໃຫ້ຫຼາຍໆຄົນໄດ້ຮັບຊົມ, ຮັບຟັງ ແລະ ທັງສ້າງຊື່ສຽງໃຫ້ແກ່ກອງທັບປະຊາຊົນລາວຕະຫຼອດມາ ເຊິ່ງໄດ້ກາຍເປັນບົດຮຽນອັນລໍ້າຄ່າໃຫ້ນັກປະພັນຮຸ່ນໃໝ່ໄດ້ຮໍ່າຮຽນເອົາເປັນແບບຢ່າງມາໝູນໃຊ້ເຂົ້າໃນການປະດິດຄິດແຕ່ງບົດປະພັນຂອງຕົນໃຫ້ມີຄຸນນະພາບ ເເລະ ທັນສະໄໝເຂົ້າກັບຍຸກກັບສະໄໝ.

ສະຫາຍ ພັນໂທ ນາງ ບຸນດາວັນ ບົວລະພາ ໄດ້ໃຫ້ຮູ້ວ່າ: ມາຮອດປີ 1991-1997 ຕົນເອງໄດ້ຮຽນຈົບວັດທະນະທໍາ ແລະ ວິຊາສະເພາະຢູ່ໂຮງຮຽນສິລະປະແຫ່ງຊາດ ຊັ້ນກາງ, ປີ 2004-2007 ໄດ້ຮຽນຕໍ່ວິຊາການປະດິດຟ້ອນ ຢູ່ ສສ ຫວຽດນາມ ຊັ້ນສູງ, ປີ 2019 ໄປຝຶກອົບຮົມປະດິດແຕ່ງ ແລະ ກັບກໍາການສະແດງຊາດ ຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ 2 ຄັ້ງ, ມາຮອດປີ 2024 ໄດ້ເຂົ້າຮຽນລະຄອນເວທີ ໂດຍມີຊ່ຽວຊານມາຈາກ ສສ ຫວຽດນາມ ມາສິດສອນຢູ່ກົມກອງ, ໃນນີ້ ຜົນງານທີ່ພົ້ນເດັ່ນຕະຫຼອດໄລຍະປີ 2020-2024 ຕົນເອງໄດ້ປະດິດແຕ່ງ ແລະ ກໍາກັບການສະແດງ ເປັນຕົ້ນເເມ່ນ ປີ 2020 ປະກອບສ້າງລາຍການແຂ່ງຂັນກິລາການທະຫານ (Army Games 2020) ທີ່ ສ. ຣັດເຊຍ ລວມທັງໝົດ 13 ລາຍການ, ຟ້ອນ 5 ລາຍການ, ປີ 2021 ສ້າງລາຍການງານມະຫາກໍາກິລາພື້ນເມືອງ ທີ່ແຂວງຊຽງຂວາງ 5 ລາຍການ, ປີ 2022 ສ້າງລາຍການສະແດງ ສອງວັນປະຫວັດສາດ ລາວ-ຫວຽດນາມ ທີ່ແຂວງເຊກອງ 6 ລາຍການ, ສ້າງລາຍການ ຄົ້ນຄວ້າພ້ອມລໍາວົງລາວ ຮ່ວມກັບບັນດາກົມກອງອ້ອມຂ້າງ ແລະ ຮ່ວມກັບ ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ 10 ລາຍການ, ປີ 2023 ສ້າງລາຍການສະແດງຮັບໃຊ້ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 75 ປີ 13 ລາຍການ, ສ້າງລາຍການສະແດງວັນສ້າງຕັ້ງກອງສິລະປະກອນກອງທັບ ຄົບຮອບ 55 ປີ 12 ລາຍການ, ມາຮອດປີ 2024 ໄດ້ສ້າງລາຍການສະເຫຼີມສະຫຼອງວັນສ້າງຕັ້ງແຂວງເຊກອງ ຄົບຮອບ 40 ປີ 5 ລາຍການ, ກະກຽມລາຍການຮັບໃຊ້ກອງປະຊຸມອາຊຽນ 12 ລາຍການ, ກອງປະຊຸມອາຊຽນທີ່ກອງທັບເຮົາເປັນເຈົ້າພາບ 38 ລາຍການ ແລະ ກອງປະຊຸມສຸດຍອດອາຊຽນ ປີ 2024 ມີ 4 ລາຍການ.
ສັງລວມເເລ້ວ, ນັບແຕ່ປີ 2020-2024 ສະຫາຍໄດ້ປະກອບສ່ວນເຂົ້າໃນກອງປະຊຸມເຈົ້າຄອງນະຄອນຫຼວງ, ສະແດງຮັບໃຊ້ຢູ່ບັນດາໂຮງແຮມ ໃນວັນສໍາຄັນຕ່າງໆຂອງຊາດ, ຂອງພັກ ແລະ ຂອງກອງທັບ ຢູ່ພາຍໃນ ແລະ ຕ່າງປະເທດ ລວມທັງໝົດ 344 ຄັ້ງ. ນອກນີ້ ຍັງໄດ້ຮັບງານເພີ່ມຕື່ມ ເຊັ່ນ: ສອນຟ້ອນ, ຮ້ອງເພງ, ຮັບງານດອງ, ສິດສອນຕາມໂຮງຮຽນ, ທະນາຄານ ແລະ ບໍລິສັດ, ຜ່ານການປະຕິບັດໜ້າທີ່ວຽກງານໃນຕະຫຼອດໄລຍະທີ່ຜ່ານມາ ສະຫາຍ ພັນໂທ ນາງ ບຸນດາວັນ ບົວລະພາ ຈິ່ງໄດ້ຮັບການຍ້ອງຍໍ ຫຼຽນໄຊແຮງງານ ຊັ້ນ II: 4 ໜ່ວຍ, ຫຼຽນໄຊແຮງງານ ຊັ້ນ III: 3 ໜ່ວຍ, ຫຼຽນໄຊພິລະອາດຫານ ຊັ້ນ III: 1 ໜ່ວຍ, ຫຼຽນກາແຮງງານ 6 ໜ່ວຍ, ໃບກຽດຕິຄຸນ ແຂວງເຊກອງ 2 ໃບ ແລະ ໃບຍ້ອງຍໍປະເພດຕ່າງໆ 12 ໃບ.
ສະຫາຍ ພັນໂທ ນາງ ບຸນດາວັນ ບົວລະພາ ໃຫ້ຮູ້ຕື່ມວ່າ: ນອກຈາກການເຄື່ອນໄຫວວຽກງານວິຊາສະເພາະແລ້ວ, ຢູ່ໃນຄະນະຮາກຖານສະຫະພັນແມ່ຍິງ ກອງສີລະປະກອນກອງທັບ ໄລຍະຜ່ານມາ ຍັງເອົາໃຈໃສ່ປັບປຸງອົງການຈັດຕັ້ງສະຫະພັນແມ່ຍິງຂັ້ນຂອງຕົນ ດ້ວຍການສຶກສາອົບຮົມການເມືອງນໍາພາແນວຄິດ ໃຫ້ເອື້ອຍນ້ອງຢູ່ພາຍໃນກົມກອງ, ໂດຍສະເພາະແມ່ນການປະຕິບັດໜ້າທີ່ວິຊາສະເພາະທີ່ໄດ້ຮັບການມອບໝາຍໃຫ້, ປະຕິບັດລະບຽບວິໄນຂອງແມ່ຍິງ ຕິດພັນກັບຂໍ້ແຂ່ງຂັນ 3 ດີ ສອດຫ້ອຍກັບວຽກງານລວມຂອງກົມກອງ, ຊຸກຍູ້ປຸກລະດົມວຽກງານນະໂຍບາຍ ນໍາພາເອື້ອຍນ້ອງແມ່ຍິງສ້າງຂະບວນການດ້ານຕ່າງໆ ເປັນຕົ້ນແມ່ນ ຂະບວນການອອກແຮງງານ, ຂະບວນການຫາລາຍໄດ້ ແລະ ຂະບວນການກິລາ ຕ່າງໆ ເພື່ອຕ້ອນຮັບວັນປະຫວັດສາດສໍາຄັນຂອງຊາດ, ຂອງພັກ ກໍ່ຄືຂອງ ກອງທັບໃຫ້ເປັນຂະບວນກາານຟົດຟື້ນມ່ວນຊື່ນ.
ໂດຍ: ສຸກສາຄອນ






