ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ຄົບຮອບ 75 ປີ

Oct 1, 2024

ວັນທີ 1 ຕຸລາ ແມ່ນວັນສະຖາປະນາ ສາທາລະນະລັດ ປະຊາ ຊົນຈີນ ( ສປ ຈີນ) ເຊິ່ງມາຮອດປີນີ້ ແມ່ນຄົບຮອບ 75 ປີ (1 ຕຸລາ1949- 1 ຕຸລາ 2024). ຖ້າສົມທຽບໃສ່ບາງປະເທດທີ່ພັດທະນາແລ້ວ, ສປ ຈີນ ຖືວ່າຍັງຢູ່ໃນໄລຍະພັດທະນາບໍ່ດົນປານ ໃດ ແລະ ຢູ່ໃນໄລຍະເວລາແຫ່ງການພັດທະນາຕົນເອງຢ່າງຮອບດ້ານ ແລະ ວ່ອງໄວ, ທັງໃນດ້ານການພັດທະນາດ້ານການ ເມືອງ, ດ້ານເສດຖະກິດ, ເຕັກໂນໂລຊີ, ວັດທະນະທໍາ-ສັງຄົມ ແລະ ອື່ນໆ.
ນັບຕັ້ງແຕ່ປະເທດຊາດໄດ້ຮັບການປົດປ່ອຍ, ພັກຄອມມູ ນິດຈີນ ໄດ້ເອົາໃຈໃສ່ນໍາພາປະຊາຊົນທັງຊາດ, ກ່ອນອຶ່ນໝົດແມ່ນປະຕິບັດສອງໜ້າທີ່ຍຸດທະສາດ ຄື: ປົກປັກຮັກສາຜົນສໍາເລັດຂອງການປະຕິວັດໄວ້ໃຫ້ໝັ້ນຄົງ ແລະ ສ້າງສາພັດທະນາປະ ເທດຊາດໃຫ້ຈະເລີນກ້າວໜ້າ. ບັນດາຜູ້ນໍາພັກຄອມມູນິດຈີນໄດ້ຕັ້ງເປົ້າໝາຍ ແລະ ປຸກລະດົມປະ ຊາຊົນຈີນໃຫ້ເປັນຈິດໜຶ່ງໃຈດຽວໃນຄວາມພະຍາຍາມສ້າງໃຫ້ປະເທດຈີນກາຍເປັນປະເທດທີ່ຍິ່ງ ໃຫຍ່ເຂັ້ມແຂງຮອບ ດ້ານ, ດັ່ງ ທ່ານ ສີ ຈິ້ນຜິງ ປະທານປະເທດຈີນ ໄດ້ກ່າວໃນໂອກາດປະກອບຄໍາເຫັນໃນງານສະແດງການ ເປີດເສັ້ນທາງແຫ່ງການຟື້ນຟູ, ໃນວັນທີ 29 ພະຈິກ 2012 ວ່າ: “ການຟື້ນຟູຄວາມຈະເລີນຮຸ່ງເຮືອງທີ່ຍິ່ງໃຫຍ່ຂອງຊົນຊາດຈີນໃຫ້ປະກົດຜົນເປັນຈິງ ແມ່ນຄວາມໃຝ່ຝັນທີ່ຫຍິ່ງໃຫຍ່ທີ່ສຸດຂອງ ຊົນຊາດຈີນໃນຍຸກປັດຈຸບັນ”.
ເພື່ອຜັນຂະຫຍາຍຍຸດທະສາດໃນການສ້າງສາພັດທະນາປະ ເທດຊາດ ກໍຄື ການພັດ ທະນາເສດຖະກິດ-ສັງຄົມ ແຫ່ງຊາດຈີນ, ພັກຄອມມູນິດຈີນ ໄດ້ເລີ່ມສ້າງແຜນຍຸດທະສາດໃນການພັດທະ ນາເສດຖະກິດຂອງປະເທດ 5 ປີ ຄັ້ງທີ 1 ແຕ່ປີ 1953-1957. ເປົ້າໝາຍຕົ້ນຕໍຂອງແຜນການ 5 ປີ ຄັ້ງທີ 1 ແມ່ນເນັ້ນໃສ່ການພັດທະນາພື້ນຖານໂຄງລ່າງ ແລະ ການຜະລິດອຸດສາຫະກໍາ ເປັນບູລິມະສິດໃນການພັດທະນາຂອງພັກຄອມມູນິດຈີນ. ການຈັດ ຕັ້ງຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງ ຄົມ 5 ປີ ຄັ້ງ ທີ 1 ເຫັນວ່າ ຂະແໜງອຸດສາຫະກໍາໄດ້ຮັບການພັດທະນາ ແລະ ຂະຫຍາຍຕົວຢ່າງວ່ອງໄວ.
ເພື່ອເຮັດໃຫ້ການພັດທະນາໄດ້ກວມເອົາທຸກຂົງເຂດວຽກ ງານແຫ່ງຊາດ, ພັກຄອມມູນິດຈີນ ໄດ້ມີວິໄສທັດທີ່ແຫຼມຄົມ ໂດຍເລີ່ມຈາກການປະເມີນການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ໃນແຕ່ລະຄັ້ງ ແຕ່ລະສະໄໝ, ຊອກຮູ້ດ້ານດີ, ດ້ານອ່ອນ, ດ້ານທີ່ຄວນເອົາໃຈໃສ່ປັບປຸງແກ້ໄຂ. ຈາກນັ້ນ ໄດ້ປະດິດຄິດສ້າງ, ປັບປຸງແກ້ໄຂແຜນຍຸດທະສາດໃນການພັດທະ ນາເສດຖະກິດ-ສັງຄົມ ເປັນແຕ່ລະໄລຍະ, ແຕ່ລະສະໄໝ ໂດຍໃຫ້ສອດຄ່ອງກັບສະພາບຕົວຈິງ, ເງື່ອນໄຂ, ສະ ພາບແວດລ້ອມພາຍໃນ ແລະ ສະພາບແວດລ້ອມພາຍນອກ ເພື່ອຮັບປະກັນໃຫ້ທຸກຂະແໜງການເສດຖະກິດ ໄດ້ເອົາໃຈໃສ່ ແລະ ພັດທະນາໄປພ້ອມໆ ກັນຢ່າງກົມ ກຽວ.
ປັດຈຸບັນ, ພັກຄອມມູນິດຈີນ ກໍາລັງນໍາພາ-ຊີ້ນໍາປະຊາຊົນຈີນບັນດາເຜົ່າ ຈັດຕັ້ງຜັນຂະຫຍາຍແຜນພັດທະນາເສດຖະກິດ- ສັງຄົມ 5 ປີ ຄັ້ງທີ 14 (2021-2025) ຮອດກາງສະໄໝຢ່າງຫ້າວຫັນ. ເປົ້າໝາຍຕົ້ນຕໍຂອງແຜນພັດທະນາ 5 ປີ ຄັ້ງທີ 14 ແມ່ນຮັບປະກັນໃຫ້ການພັດທະນາເສດຖະກິດມີບາດກ້າວໃໝ່ທີ່ພຽບພ້ອມໄປດ້ວຍຄຸນນະພາບທີ່ດີ; ເອົາໃຈໃສ່ໃນການປະຕິຮູບ ແລະ ການເປີດປະຕູສູ່ພາຍນອກ; ການພັດທະນາເສດຖະກິດຕ້ອງຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ; ສ້າງສາພັດ ທະນາປະເທດຊາດໃຫ້ມີຄວາມສີວິໄລ, ຮັບປະກັນໃຫ້ຊີວິດການເປັນຢູ່ຂອງປະຊາ ຊົນໄດ້ຮັບການຍົກລະດັບດີຂຶ້ນ; ຍົກສູງການ ນໍາພາຂອງພັກ ແລະ ການບໍລິຫານລັດຢ່າງມີປະສິດທິພາບ ແລະ ປະສິດທິຜົນສູງ.
ຕະຫຼອດໄລຍະ 75 ປີຜ່ານມາ, ພັກກອມມູນິດຈີນ ໄດ້ສືບຕໍ່ຢຶດໝັ້ນລັດທິມາກ, ແນວຄິດເໝົາເຈີຕົງ, ທິດສະດີເຕີ້ງສຽວຜິງ, ແນວຄິດສໍາຄັນ 3 ຕົວແທນ, ທັດສະນະການພັດທະນາຢ່າງມີວິທະຍາສາດ ແລະ ແນວຄິດສີຈິ້ນຜິງ ວ່າດ້ວຍສັງຄົມນິຍົມທີ່ມີສີສັນພິເສດຂອງຈີນໃນຍຸກສະໄໝໃໝ່ ເປັນເຂັມຊີ້ທິດເຍືອງທາງໃຫ້ແກ່ພາລະກິດສ້າງສັງຄົມນິຍົມຢູ່ ສປ ຈີນ, ເຮັດໃຫ້ບົດບາດການນໍາພາຂອງພັກກອມມູນິດຈີນ ສືບຕໍ່ມີຄວາມໜັກແໜ້ນ, ເຂັ້ມແຂງ, ພາລະກິດສ້າງສາສັງຄົມນິຍົມຢູ່ປະເທດຈີນ ໄດ້ຮັບຜົນ ສຳເລັດຢ່າງຮອບດ້ານແບບກ້າວກະໂດດ, ເສດຖະກິດມີການຂະຫຍາຍຕົວຢ່າງວ່ອງໄວຕໍ່ເນື່ອງ ແລະ ນັບມື້ນັບກ້າວຂຶ້ນສູ່ຄວາມທັນສະໄໝເຂັ້ມແຂງ, ສັງ ຄົມມີຄວາມກົມກຽວປອງດອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການປັບປຸງດີຂຶ້ນເລື້ອຍໆ, ບົດບາດ ແລະ ອິດທິພົນຂອງພັກກອມມູນິດຈີນ ແລະ ລັດ ຖະບານຈີນ ກໍ່ນັບມື້ນັບສູງເດັ່ນຂຶ້ນ ໃນເວທີພາກພື້ນ ແລະ ສາກົນ.
ຈາກປະເທດເສດຖະກິດຫລ້າຫລັງຈົນກາຍມາເປັນປະເທດທີ່ມີຄວາມຫຍິ່ງໃຫຍ່ເຂັ້ມແຂງທາງດ້ານເສດຖະກິດເປັນອັນດັບທີສອງຂອງໂລກ, ປະເທດໃຫຍ່ດ້ານອຸດ ສາຫະກຳອັນດັບໜຶ່ງຂອງໂລກ, ປະເທດໃຫຍ່ດ້ານການຄ້າສິນຄ້າປະເພດຈັບຕ້ອງໄດ້ອັນ ດັບໜຶ່ງຂອງໂລກ, ປະເທດໃຫຍ່ດ້ານການບໍລິໂພກສິນຄ້າອັນດັບສອງຂອງໂລກ ເຮັດໃຫ້ຈີນໄດ້ກາຍເປັນພະລັງຂັບເຄື່ອນອັນສຳ ຄັນໃນດ້ານການເຕີບໂຕຂອງເສດຖະກິດໂລກ.
ໃນລະຫວ່າງປີ 1979 ຫາປີ 2023, ອັດຕາການເຕີບໂຕສະ ເລ່ຍຕໍ່ປີຂອງເສດຖະກິດຈີນ ບັນລຸເຖິງ 8,9%, ສູງກວ່າອັດຕາການເຕີບໂຕສະເລ່ຍຂອງເສດຖະກິດໂລກໃນໄລຍະດຽວກັນທີ່ເປັນ 3,0% ໂດຍສະເພາະໃນໄລຍະ 10 ກວ່າປີຜ່ານມາ, ອັດຕາປະ ກອບສ່ວນສະເລ່ຍຂອງຈີນທີ່ມີຕໍ່ເສດຖະກິດໂລກມີຫຼາຍກວ່າ 30%.
ຜົນສໍາເລັດທີ່ພົ້ນເດັ່ນ ແລະ ເຕັມໄປດ້ວຍຄວາມເອກອ້າງທະນົງໃຈອີກຢ່າງໜຶ່ງ ແມ່ນການແກ້ໄຂຄວາມທຸກຍາກຂອງປະຊາ ຊົນ ເຊີ່ງຈີນໄດ້ປະກາດໄຊຊະນະໃນບັ້ນລຶບລ້າງຄວາມທຸກຍາກຢ່າງຮອບດ້ານ, ມີຫລາຍກວ່າ 800 ເມືອງ, 128.000 ບ້ານ ແລະ ປະຊາຊົນທີ່ຢູ່ໃນມາດຖານຜູ້ທຸກຍາກໃນຊົນນະບົດ 100 ລ້ານຄົນ ໄດ້ຫຼຸດພົ້ນອອກຈາກຄວາມທຸກຍາກ ເຮັດໃຫ້ຈີນສາມາດແກ້ໄຂບັນຫາຄວາມ ທຸກຍາກໃນເຂດແຄວ້ນໄດ້ໝົດແລ້ວພາຍໃນເວລາພຽງ 8 ປີ ເທົ່ານັ້ນ.
ນອກຈາກນີ້, ຄຽງຄູ່ກັບການນໍາພາປະຊາຊົນພັດທະນາປະ ເທດຕົນເອງໃຫ້ມີຄວາມສີວິໄລແລ້ວ ສປ ຈີນ ຍັງໄດ້ເອົາໃຈໃສ່ປະກອບສ່ວນຊ່ວຍເຫລືອດ້ານທຶນຮອນ, ເຕັກນິກວິຊາການ, ສົ່ງເສີມການຄ້າການລົງທຶນ ກັບບັນປະເທດກໍາລັງພັດທະນາຕ່າງໆ ໃນພາກພື້ນ ແລະ ໃນໂລກ ທີ່ເຂົ້າຮ່ວມໃນໂຄງການຂໍ້ລິເລີ່ມຕ່າງໆຂອງຜູ້ນໍາຈີນ ເປັນຕົ້ນ: ຂໍ້ລິເລີ່ມ ໜຶ່ງແລວໜຶ່ງເສັ້ນທາງ, ຂໍ້ລິເລີ່ມໃນການພັດທະນາໂລກ; ຂໍ້ລິເລີ່ມດ້ານຄວາມປອດໄພຂອງໂລກ ແລະ ຂໍ້ລິເລີ່ມດ້ານຄວາມສີວິໄລຂອງໂລກ.
ຜົນສໍາເລັດໃນການພັດທະນາເສດຖະກິດ-ສັງຄົມຂອງຈີນ ໄດ້ກາຍເປັນຕົວແບບທີ່ດີໃຫ້ແກ່ບັນດາປະເທດກໍາລັງພັດທະນາໃນໂລກ, ໃນນີ້ ລວມທັງ ສປປ ລາວ ໄດ້ເອົາເປັນແບບຢ່າງເພື່ອສູ້ຊົນສ້າງສາພັດທະນາປະເທດຂອງຕົນໄດ້ນັບມື້ໄດ້ຮັບການພັດ ທະນາຢ່າງຕໍ່ເນື່ອງ.
ໃນໂອກາດວັນຊາດ ແຫ່ງ ສປ ຈີນ ວັນທີ 1 ຕຸລາ ຄົບຮອບ 75 ປີ. ຂໍສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈຕໍ່ຜົນສໍາເລັດໃນການປົກປັກຮັກສາປະເທດຊາດ ແລະ ສ້າງສາພັດທະນາປະ ເທດສັງຄົມນິຍົມທີ່ມີສີສັນພິເສດຂອງ ຈີນ. ຂໍອວຍພອນໃຫ້ມິດຕະພາບ ລາວ-ຈີນ ກໍຄື ການຮ່ວມມືລາວ-ຈີນ ແລະ ຄູ່ຮ່ວມຊະຕາກໍາລາວ-ຈີນ ຈົ່ງໝັ້ນຄົງຂະນົງແກ່ນ ແລະ ເກີດດອກອອກຜົນຕະຫລອດໄປ.
ຊົມເຊີຍ ວັນສະຖາປະນາ ສາທາລະນະລັດ ປະຊາຊົນຈີນ ວັນທີ 1 ຕຸລາ ຄົບຮອບ 75 ປີ ຢ່າງສຸດໃຈ!
May be an image of text