ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດງານງານຜະລິດຕະພັນລາວ 2024

Oct 2, 2024

ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດລາວ ໄດ້ຈັດພິທີເປີດງານຜະລິດຕະພັນລາວ ປະຈໍາປີ 2024 ໃນວັນທີ 1 ຕຸລາ 2024 ທີ່ສູນການຄ້າ ລາວ-ໄອເຕັກ ນະຄອນຫຼວງວຽງຈັນ ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສອນໄຊ ສີພັນດອນ ນາຍົກ ລັດຖະມົນຕີ.
ປີນີ້ ແມ່ນສະພາການຄ້າ ແລະ ອຸດສາຫະກຳ ແຂວງ ສະຫວັນ ນະເຂດ ໄດ້ເປັນຄູ່ຮ່ວມຫຼັກຂອງງານ ​ແລະ ໃນປີໜ້າຈະແມ່ນ ສະ ພາການຄ້າ ແລະ ອຸດສາຫະກຳ ແຂວງວຽງຈັນ. ຄູ່ຮ່ວມຈັດຫຼັກໃນປີນີ້ແມ່ນຮັບຜິດຊອບຕົບແຕ່ງພາວິນລຽນທີ່ເປັນເອກະລັກສະເພາະຂອງແຂວງສະຫວັນນະເຂດເພື່ອນໍາສະເໜີຮີດຄອງປະ ເພນີທາງດ້ານວັດທະນາທໍາ, ຜະລິດຕະພັນສິນຄ້າ ບໍ່ວ່າຈະເປັນ ອາຫານທີ່ເປັນເອກະລັກ, ການນຸ່ງຖືທີ່ງົດງາມ ແລະ ການບໍລິການທີ່ເປັນທ່າແຮງ ທີ່ສະແດງໃຫ້ເຫັນເຖິງຜົນງານທີ່ໂດນເດັ່ນພາຍໃນແຂວງສະຫວັນນະເຂດ.
ງານຄັ້ງນີ້ ມີຜູ້ປະກອບການໃນທົ່ວປະເທດເຂົ້າຮ່ວມລວມໝົດມີ150 ບໍລິສັດ ຈາກ 17 ແຂວງ ແລະ ນະຄອນຫຼວງວຽງ ຈັນ, ມີທັງໝົດ 201 ຫ້ອງວາງສະແດງ. ຜະລິດຕະພັນຕົ້ນຕໍທີ່ນໍາມາວາງສະແດງໃນຄັ້ງນີ້ລວມມີຈາກຫຼາຍຫຼາຍຂະແໜງການເຊັ່ນ: ຂະແໜງຜະລິດຕະພັນ ສິນຄ້າທີ່ຈົດກາໝາຍ Made in Laos(ເຊີ່ງ ຫ້ອງການ ສຄອຊ ເປັນຜູ້ອະນຸມັດໃຫ້ໃຊ້ກາໝາຍ Made in Lao) ຖ້າບໍລິສັດ/ຮ້ານ ສົນໃຈຢາກມາໃຊ້ກາໝາຍ Made in Lao ສາມາດຕິດຕໍ່ມາຍັງຫ້ອງການສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດ ໄດ້ໂດຍບໍ່ມີຄ່າໃຊ້ຈ່າຍ, ຂະແໜງ ຜະລິດຕະພັນ ຫັດຖະກຳແຜນແຜ່,ຜ້າຝ້າຍ, ຜ້າໃໝ, ຂະແໜງຜະລິດຕະພັນເຟີນີເຈີ ແລະ ເຄື່ອງຕົບແຕ່ງພາຍໃນພາຍ, ຂະແໜງຜະລິດຕະພັນກະສິກຳ (ເຂົ້າ, ຊາ, ກາເຟ), ຂະແໜງຜະລິດຕະພັນອາຫານແລະເຄື່ອງດື່ມ, ຂະແໜງຜະລິດຕະພັນອຸດສາຫະກໍາໜັກ-ເບົາ, ຂະແໜງຜະລິດຕະພັນ ຂົນສົ່ງ, ທະນາ ຄານ, ຄຣີນີກ, ຂະແໜງ ຜະລິດຕະພັນລາວ ຫັດຖະກຳໄມ້ປ່ອງ, ຂະແຫນງຜະລິດຕະພັນ ໜຶ່ງເມື່ອງໜຶ່ງຜະລິດພັນ (ODOP) ສິນຄ້າຈາກຄອບຄົວຕົວແບບຂອງ, ຂະແໜງຜະລິດຕະພັນ ສິນຄ້າຂອງບັນປະເທດອາຊຽນ + ສປ ຈີນ, ລວມມູນຄ່າສິນຄ້າທີ່ນຳມາວາງສະແດງ ຫຼາຍກວ່າ 9,​000, 000,000 ກີບ.
ງານຜະລິດຕະພັນລາວ 2024 ເລີ່ມເປີດໃຫ້ເຂົ້າທ່ຽວ-ຊົມ-ຊື້- ຊິມ, ອາຫານ ແລະ ສິນຄ້າພາຍໃນງານໄດ້, ຕັ້ງແຕ່ວັນທີ 28 ກັນ ຍາ 2024 ໂດຍຈະດຳເນີນໄປຮອດວັນທີ 7 ຕຸລານີ້ຈິ່ງສໍາເລັດ.