ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເປີດສູນຝຶກບານເຕະຈຳປີ-ຈໍາປາ ທີ່ແຂວງບໍລິຄໍາໄຊ.

Oct 2, 2024

ສະຫະພັນບານເຕະແຫ່ງຊາດລາວ (ສຕລ) ຮ່ວມກັບ ສະຫະພັນບານເຕະ ແຂວງບໍລິຄຳໄຊ ຈັດພິທີເປີດສູນຝຶກບານເຕະຈຳປີ-ຈໍາປາ ເມື່ອບໍ່ດົນມານີ້ ທີ່ສະໜາມກິລາບານເຕະເມືອງປາກຊັນ, ແຂວງບໍລິຄໍາໄຊ ໂດຍມີການນຳ ສຕລ ແລະ ແຂວງບໍລິຄຳໄຊເຂົ້າຮ່ວມ.
ທ່ານນາງ ພູໄຊ ແພງພົງຄະນະບໍລິຫານງານ ສຕລໃຫ້ຮູ້ວ່າ: ການສ້າງຕັ້ງສູນຝຶກບານເຕະຈໍາປີ-ຈໍາປາ ເພື່ອພັດທະນາທັກສະຄວາມສາມາດໃນການຫຼິ້ນກິລາບານເຕະຂອງເຍົາວະຊົນລາວໃນຂອບເຂດທົ່ວປະເທດໃຫ້ມີທັກສະການຫຼິ້ນກິລາບານ ເຕະຂັ້ນພື້ນຖານທີ່ດີ, ມີວິໄນ ສ້າງໃຫ້ມີບ່ອນຝຶກແອບເປັນປະຈໍາ ແລະ ມີຄວາມປອດໄພ ໂດຍມີລຸ້ນອາຍຸ 10 ປີ 12 ປີ, 14 ປີແລະ15ປີ.
ທ່ານນາງ ພູໄຊ ແພງພົງ ກ່າວຕື່ມວ່າ: ສູນຝຶກບານເຕະຈໍາປີ-ຈໍາປາ ເປັນແຫ່ງສູນທໍາອິດໃນລາວໄດ້ເປີດຂຶ້ນຢ່າງເປັນທາງການໃນວັນທີ 21 ມີນາ 2021 ທີ່ສໍານັກງານໃຫຍ່ ສຕລ ນະຄອນຫຼວງວຽງຈັນ ແລະ ຈາກຜົນສໍາເລັດຕະຫຼອດການ ຈັດຕັ້ງປະຕິບັດສູນຝຶກບານເຕະຈໍາປີ-ຈໍາປາຜ່ານມາ ເຫັນວ່າພໍ່ແມ່ຜູ້ປົກຄອງໃຫ້ຄວາມສົນໃຈເປັນຈໍານວນຫຼວງຫຼາຍ. ດັ່ງນັ້ນຈຶ່ງໄດ້ຂະຫຍາຍໂຄງການສູນຝຶກບານເຕະຈໍາປີ-ຈໍາປາອອກໄປສູ່ຕ່າງແຂວງໃນທົ່ວປະເທດລາວ ໂດຍໄດ້ຮັບທຶນ ສະຫນັບສະຫນູນຈາກສະຫະພັນບານເຕະສາກົນ ຫຼື FIFA ພາຍໃຕ້ໂຄງການພັດທະນາພອນສະຫວັນ(TALENT DEVELOPMENT SHCEEM).
ປັດຈຸບັນ ທົ່ວປະເທດ ມີສູນຝຶກ ບານເຕະຈໍາປີ-ຈໍາປາ ທີ່ຍັງມີການເຄື່ອນໄຫວຢູ່ທັງຫມົດ 5 ແຫ່ງ ຄື: ສູນຝຶກ ຈໍາປີ-ຈໍາປາ ຫ້ວຍຫົງ ນະຄອນຫຼວງວຽງຈັນ, ສູນຈໍາປີ-ຈໍາປາ ຫຼັກ 16 ນະຄອນຫຼວງວຽງຈັນ, ສູນຝຶກ ຈໍາປີ-ຈໍາປາ ແຂວງ ຈໍາປາສັກ, ສູນຝຶກບານແຕະຈໍາປີ-ຈໍາປາຫຼວງນ້ໍາທາ ແລະ ສູນຝຶກສູນຝຶກ ຈໍາປີ-ຈໍາປາ ແຂວງບໍລິຄໍາໄຊ.
ທີ່ມາ: ສຕລ