ພັນເອກ ວິລະພອນ ວົງຄໍາມູນຕີ, ຫົວໜ້າກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ສໍາພາດຜ່ານລາຍການຮອບບ້ານຜ່ານເມືອງ ຂອງວິທະຍຸກະຈາຍສຽງແຫ່ງຊາດລາວ ໃນວັນທີ 1 ຕຸລາ 2024 ວ່າ: ປັດຈຸບັນ, ຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ, ກົມໃຫຍ່ຕໍາຫຼວດ, ກະຊວງປ້ອງກັນຄວາມສະຫງົບ ພ້ອມຮັບໃຊ້ໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ຈະຈັດຂຶ້ນຢ່າງເປັນທາງການໃນລະຫວ່າງວັນທີ 8-11 ຕຸລາ 2024.
ໃນນີ້, ໄດ້ກະກຽມດ້ານບຸກຄະລາກອນ, ພາຫະນະ ແລະ ວັດຖຸອຸປະກອນທີ່ຈໍາເປັນ, ມີການຝຶກສ້ອມກໍາລັງພາຫະນະອຸປະກອນຂອງສາມເລົ່າຮົບວິຊາສະເພາະ ເຊັ່ນ: ການດັບມອດໄຟ, ມອດໄຟອາຍແກັດ, ການກູ້ໄພ, ໜີໄພຕຶກອາຄານສູງ ແລະ ອື່ນໆ ເພື່ອໃຫ້ມີຄວາມພ້ອມທຸກຢ່າງ.
ທ່ານໃຫ້ຮູ້ຕື່ມວ່າ: ເຈົ້າໜ້າທີ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກຄີໄພ ຈະປະຈໍາການເພື່ອປ້ອງກັນຮັບໃຊ້ກອງປະຊຸມສຸດຍອດອາຊຽນ ຢູ່ແຕ່ລະຈຸດ ເລີ່ມແຕ່ວັນທີ 4-11 ຕຸລານີ້ ໃນນັ້ນລວມມີ 6 ຈຸດຄື: ຫໍປະຊຸມແຫ່ງຊາດ, ໂຮງແຮມເມືອງແທ້ງ, ໂຮງແຮມຄຣາວພາຊາ, ໂຮງແຮມດອນຈັນພາເລດ, ໂຮງແຮມແລນມາກ ແລະ ຈຸດແກ້ໄຂສຸກເສີນສະເພາະຢູ່ກົມຕໍາຫຼວດສະກັດກັ້ນ ແລະ ຕ້ານອັກໄຄໄພ ເຊິ່ງມີກໍາລັງເຂົ້າຮ່ວມປ້ອງກັນທັງໝົດ 60 ສະຫາຍ ແລະ ມີລົດກູ້ໄພ-ມອດໄຟ ຈໍານວນ 10 ຄັນ.


