ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ງານວາງສະແດງປຶ້ມສະເຫຼີມສະຫຼອງ 70 ປີ ວັນປົດປ່ອຍ ນະຄອນຫຼວງຮ່າໂນ້ຍ

Oct 3, 2024

ງານວາງສະແດງປຶ້ມຂ່ຳນັບຮັບຕ້ອນພິທີສະເຫຼີມສະຫຼອງ 70 ປີແຫ່ງວັນປົດປ່ອຍນະຄອນຫຼວງຮ່າໂນ້ຍ (10 ຕຸລາ 1945 – 10 ຕຸລາ 2024) ຈະຈັດຂຶ້ນແຕ່ວັນທີ 9 – 13 ຕຸລາ 2024 ຢູ່ຫໍສະໝຸດແຫ່ງຊາດ ຫວຽດນາມ ທີ່ນະຄອນຫຼວງຮ່າໂນ້ຍ. ຈັດຂຶ້ນໂດຍກະຊວງຖະແຫຼງຂ່າວ ແລະ ການສື່ສານ ຫວຽດນາມ ສົມທົບກັບຄະນະໂຄສະນາສຶກສາສູນກາງພັກ; ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ; ຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ສະມາຄົມພິມຈຳໜ່າຍ ຫວຽດນາມ.
ງານວາງສະແດງດັ່ງກ່າວໄດ້ປະຕິບັດໃນຂອບເຂດຂອງຫໍສະໝຸດແຫ່ງຊາດ, ດ້ວຍເຂດວາງສະແດງຢູ່ໃນເຮືອນ ແລະ ກາງແຈ້ງຕາມຫົວຂໍ້ຈຸດສຸມຈຳນວນໜຶ່ງ, ຄື: ຮ່າໂນ້ຍ – ແຫ່ງອະລິຍະທຳນັບພັນປີ, ວິລະຊົນ; ຮ່າໂນ້ຍ – ນະຄອນເພື່ອສັນຕິພາບ; ຮ່າໂນ້ຍ – ຫົວໃຈຂອງທົ່ວປະເທດ, ສູນການເມືອງ – ບໍລິຫານແຫ່ງຊາດ.
ໃນໄລຍະຈັດງານວາງສະແດງ, ບັນດາໂຮງພິມຈຳໜ່າຍ, ຫົວໜ່ວຍຈຳໜ່າຍຜະລິດຕະພັນຈະຈັດການເຄື່ອນໄຫວໂອ້ລົມສົນທະນາ, ແນະນຳປຶ້ມ; ຈັດລາຍການສະແດງສິລະປະທີ່ພົ້ນເດັ່ນ.
ທີ່ມາ: ວິທະຍຸກະຈາຍສຽງຫວຽດນາມ
May be an image of 5 people and text