ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ທີມຊາດລາວ U17 ເດີນທາງເກັບໂຕຝຶກຊ້ອມທີ່ປະເທດໄທ

Oct 4, 2024

ຕອນເຊົ້າຂອງວັນທີ 4 ຕຸລາ 2024 ນັກກິລາບານເຕະທີມຊາດລາວ ຮຸ່ນອາຍຸບໍ່ເກີນ17 ປີ ຫຼື U17 ໄດ້ອອກເດີນທາງໄປເກັບໂຕຝຶກຊ້ອມ ທີ່ແຂວງໜອງບົວລໍາພູ ປະເທດໄທ ໂດຍການນຳພາຂອງທ່ານ ກັນລະຍາ ສີສົມຫວັງ ຫົວໜ້າຄູຝຶກທີມຊາດລາວ U17.
ທີມຊາດລາວ U17 ທີ່ອອກເດີນທາງໃນຄັ້ງນີ້ມີຄະນະຄູຝຶກແລະນັກກິລາ ລວມທັງໝົດ 34 ຄົນ ເພື່ອເກັບຕົວຝຶກຊ້ອມ ກຽມເຂົ້າຮ່ວມການແຂ່ງຂັນບານເຕະ ຊີງແຊ້ມອາຊີ U17 ຮອບຄັດເລືອກ 2025 ທີ່ຈະຈັດຂຶ້ນລະຫວ່າງວັນທີ 23-27 ຕຸລາ 2024 ທີ່ປະເທດລາວເປັນເຈົ້າພາບ( AFC U17 ASIAN CUP 2025 Qualifiers ).
ຕາຕະລາງການແຂ່ງຂັນຂອງ ທີມຊາດລາວ U17 ມີດັ່ງນີ້:
– ວັນທີ 23/10/2024 ເວລາ 19:00 ທີມຊາດລາວພົບທີມຊາດອາຣັບເອມີເຣດ ( LAOS ພົບ UNITED ARAB EMIRATES)
– ວັນທີ 25/10/2024 ເວລາ 19:00 ທີມຊາດລາວພົບທີມຊາດເລບານອນ (LAOS ພົບ LEBANON)
– ວັນທີ 27/10/2024 ເວລາ 19:00 MALAYSIA ພົບ LAOS
ທຸກນັດແຂ່ງຂັນຢູ່ທີ່ສະຫນາມກິລາແຫ່ງຊາດຫຼັກ16
ທີ່ມາ: ສຕລ