ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ຜ່ານແຜນປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45

Oct 4, 2024

ເພື່ອຮັບປະກັນໃຫ້ການດຳເນີນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບ ບັນລຸໄດ້ຕາມຈຸດປະສົງ ແລະ ລະດັບຄາດໝາຍ, ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍຮອບດ້ານ, ໃນວັນທີ 4 ຕຸລາ 2024 ກົມຕໍາຫຼວດຈະລາຈອນ ກົມໃຫຍ່ຕໍາຫຼວດ ກະຊວງ ປກສ ໄດ້ຜ່ານແຜນປ້ອງກັນ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45, ເປັນປະທານໂດຍ ພັອ ຄໍາສອນ ສີດາວົງ ຫົວໜ້າກົມຕໍາຫຼວດຈະລາຈອນ ມີຄະນະພັກ-ຄະນະບັນຊາ, ພ້ອມດ້ວຍ ນາຍ ແລະ ພົນຕໍາຫຼວດ ພາຍໃນກົມເຂົ້າຮ່ວມ.
ພັທ ບຸນມີ ຫຼວງບັນດິດ ຮອງຫົວໜ້າກົມຕໍາຫຼວດຈະລາຈອນ ໄດ້ກ່າວວ່າ: ກອງປະຊຸມດັ່ງກ່າວ ເປັນເຫດການທາງປະຫວັດສາດຂອງຊາດ, ໃນນັ້ນ ມີກອງປະຊຸມລະດັບສາກົນຂັ້ນຕ່າງໆ ໄດ້ຈັດຂຶ້ນຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງຈໍານວນໜຶ່ງ ໂດຍມີຜູ້ເຂົ້າຮ່ວມຫຼາຍລະດັບ ເປັນຕົ້ນ ຂັ້ນປະມຸກລັດ, ປະທານປະເທດ, ນາຍົກລັດຖະມົນ, ລັດຖະມົນຕີບັນດາກະຊວງຕ່າງໆ, ເຈົ້າໜ້າທີ່ອາວຸໂສ ແລະ ວິຊາການຂັ້ນຕ່າງໆ ທີ່ມາຈາກບນດາປະເທດອາຊຽນ, ອາຊຽນບວກ ແລະ ປະເທດຄູ່ເຈລະຈາອາຊຽນ ເພື່ອສ້າງໃຫ້ປະຊາຄົມອາຊຽນ ການເປັນປະຊາຄົມທີ່ມີຄວາມເຂັ້ມແຂງທາງດ້ານການເມືອງ, ເສກຖະກິດ ແລະ ວັດທະນະທໍາ-ສັງຄົມ ຂອງບັນດາປະເທດອາຊຽນ.
ສະນັ້ນ, ເພື່ອຮັບປະກັນໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ມີຄວາມສະຫງົບ, ປອດໄພ ແລະ ມີຄວາມເປັນລະບຽບຮຽບຮ້ອຍ ໃນການສັນຈອນ ໂດຍປະຕິບັດຕາມແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ທົ່ວປວງຊົນຮອບດ້ານຂອງພັກ ໃຫ້ປະກົດຜົນເປັນຈິງ ເຮັດໃຫ້ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ກາຍເປັນພັນທະ ແລະ ໜ້າທີ່ຂອງໝົດທຸກຄົນພາຍໃນຊາດ, ຈຶ່ງຖືເອົາວຽກງານປ້ອງກັນຄັ້ງນີ້ ເປັນບັ້ນຮົບໜຶ່ງຂອງກຳລັງປ້ອງກັນຄວາມສະຫງົບ ໂດຍນໍາເອົາຜົນສໍາເລັດ, ຈຸດດີ, ຈຸດຄົງຄ້າງ ໃນທຸກບັ້ນຮົບປ້ອງກັນ ມາເປັນບົດຮຽນໃນການຍົກລະດັບການເມືອງ-ນໍາພາ-ແນວຄິດ, ການຈັດຕັ້ງບັນຊາ ແລະ ວິຊາສະເພາະປ້ອງກັນຄວາມສະຫງົບ ໃຫ້ສູງຂຶ້ນຕື່ມອີກກ້າວໜຶ່ງ, ເຮັດໃຫ້ການຈັດລະບຽບ ແລະ ປ້ອງກັນເປີດທາງ ໃຫ້ຂະບວນລົດຂອງການນໍາ ພັກ-ລັດ, ແຂກພາຍໃນ ແລະ ຕ່າງປະເທດ ທີ່ເດີນທາງມາເຂົ້າຮ່ວມກອງປະຊຸມຄັ້ງນີ້ ຮັບປະກັນໄດ້ຄວາມສະຫງົບ, ຄວາມເປັນລະບຽບຮ້ອຍ ແລະ ປອດໄພໃນການສັນຈອນ.
ທີ່ມາ: ຄວາມສະຫງົບ