ເມື່ອບໍ່ດົນມານີ້, ທີ່ກະຊວງຍຸຕິທຳ. ທ່ານ ໄພວີ ສີບົວລີພາ, ກໍາມະການສູນກາງພັກ, ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ຕ້ອນຮັບທ່ານ ນາງ ຢາມິລາ ເປນາ ໂອເຈດາ (Mrs. Yamila Pena Ojeda) ກຳມະການສູນກາງພັກກອມມູນິດ, ຫົວໜ້າອົງການໄອຍະການສູງສຸດ ແຫ່ງ ສາທາລະນະລັດ ກູບາ ພ້ອມດ້ວຍຄະນະ ເນື່ອງໃນໂອກາດທີ່ໄດ້ມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ.
ໂອກາດນີ້, ທ່ານ ລັດຖະມົນຕີ ກະຊວງຍຸຕິທໍາ ໄດ້ສະແດງຄວາມຍິນດີຕ້ອນຮັບ ແລະ ຕີລາຄາສູງຕໍ່ການມາຢ້ຽມຢາມ ແລະ ເຄື່ອນໄຫວວຽກງານ ຢູ່ ສປປ ລາວ ໃນຄັ້ງນີ້ຂອງທ່ານ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ສ.ກູບາ ຊຶ່ງເປັນການປະ ກອບສ່ວນເຂົ້າໃນການສືບຕໍ່ຮັດແໜ້ນຄວາມສາມັກຄີຮັກແພງ, ເສີມຂະຫຍາຍສາຍພົວພັນມິດຕະພາບ ແລະ ການຮ່ວມມື ລະຫວ່າງ ສອງພັກ-ສອງລັດ ແລະ ປະຊາຊົນສອງຊາດ ລາວ-ກູບາ ໃຫ້ນັບມື້ແໜ້ນແຟ້ນ ແລະ ຂະຫຍາຍຕົວຍິ່ງໆຂຶ້ນ. ພ້ອມນີ້ ກໍໄດ້ແຈ້ງສະພາບການຈັດຕັ້ງປະຕິບັດວຽກງານກົດໝາຍ ແລະ ຍຸຕິທໍາ ທັງການພົວ ພັນປະສານງານກັນລະຫວ່າງກະຊວງຍຸຕິທໍາ ກັບ ອົງການໄອຍະການປະຊາຊົນສູງສຸດ ສປປ ລາວ ແລະ ບັນດາອົງການທີ່ນອນຢູ່ໃນຂະບວນການດໍາເນີນຄະດີຕາມຂະບວນຍຸຕິທໍາ.
ທ່ານ ນາງ ຢາມິລາ ເປນາ ໂອເຈດາ ໄດ້ສະແດງຄວາມຂອບໃຈຕໍ່ທ່ານ ໄພວີ ສີບົວລິພາ ທີ່ໄດ້ໃຫ້ການຕ້ອນຮັບ ຢ່າງອົບອຸ່ນໃນຄັ້ງນີ້ ພ້ອມທັງໄດ້ແຈ້ງຈຸດປະສົງ ແລະ ສະພາບການຮ່ວມມືລະຫວ່າງອົງການໄອຍະການສູງສຸດ ຂອງສອງປະເທດ ສ.ກູບາ – ສປປ ລາວ ໄລຍະຜ່ານມາໃຫ້ຊາບຕື່ມອີກ.
ຂ່າວ: ກົມຮ່ວມມືສາກົນ; ພາບ: ບຸນຖອມ ພະສະແຫວງ





