ໃນວັນທີ 3 ຕຸລາ 2024 ຜ່ານມາ, ສະຫາຍ ທອງສະຫວັນ ພົມວິຫານ ກໍາມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງ ປະເທດສູນກາງພັກ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ສະຫາຍ ຫງວຽນ ມິງ ເຕິມ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສສ ຫວຽດນາມ ຄົນໃໝ່ ປະຈໍາ ສປປ ລາວ.
ສະຫາຍ ທອງສະຫວັນ ພົມວິຫານ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງຕໍ່ ສະຫາຍ ຫງວຽນ ມິງ ເຕິມ ທີ່ໄດ້ຮັບການ ແຕ່ງຕັ້ງເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ເປັນການສະແດງເຖິງຄວາມໄວ້ເນື້ອເຊື່ອໃຈສູງຂອງພັກ, ລັດ ແລະ ປະຊາຊົນຫວຽດ ນາມ ຕໍ່ກັບຜົນງານການປະກອບສ່ວນຢ່າງຕັ້ງໜ້າຂອງ ສະຫາຍເອກອັກຄະລັດຖະທູດ ເຂົ້າໃນການເສີມຂະຫຍາຍ ສາຍພົວພັນມິດຕະ ພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ, ສອງລັດ ແລະ ປະຊາ ຊົນສອງຊາດ ລາວ-ຫວຽດນາມ ຕະຫລອດໄລຍະຜ່ານມາ, ເຊື່ອໝັ້ນວ່າ ດ້ວຍບົດຮຽນ ແລະ ປະສົບການຂອງ ສະຫາຍເອກອັກຄະ ລັດຖະທູດ ຈະສາມາດປະຕິບັດໜ້າທີ່ການທູດ ຢູ່ ສປປ ລາວ ໄດ້ຮັບຜົນສຳເລັດ ຢ່າງຈົບງາມ.ພ້ອມນີ້, ສະຫາຍຍັງໄດ້ສະແດງຄວາມຊົມເຊີຍ ຕໍ່ບັນດາຜົນສຳເລັດອັນສຳຄັນ, ໃຫຍ່ຫລວງ, ຮອບດ້ານ ແລະ ມີຄວາມໝາຍປະຫວັດສາດ ທີ່ປະຊາຊົນຫວຽດນາມອ້າຍນ້ອງ ຍາດມາໄດ້ພາຍໃຕ້ການນຳພາ-ຊີ້ນຳ ອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກກອມມູນິດຫວຽດ ນາມ ຕະຫລອດໄລຍະຜ່ານມາ, ອັນໄດ້ເຮັດໃຫ້ ສສ ຫວຽດນາມ ມີຄວາມໜັກແໜ້ນທາງດ້ານການເມືອງ, ດ້ານປ້ອງກັນຊາດ- ປ້ອງກັນຄວາມສະຫງົບ ມີຄວາມເຂັ້ມແຂງ, ສັງຄົມມີຄວາມເປັນ ລະບຽບຮຽບຮ້ອຍ, ເສດຖະກິດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນ ໄດ້ຮັບການຍົກສູງຂຶ້ນເປັນກ້າວໆ, ບົດບາດອິດທິພົນ ແລະ ຊື່ສຽງຂອງຫວຽດນາມ ນັບມື້ນັບໄດ້ຮັບການຍົກສູງຂຶ້ນໃນເວທີພາກພື້ນ ແລະ ສາກົນ.
ສະຫາຍ ທອງສະຫວັນ ພົມວິຫານ ຍັງໄດ້ເນັ້ນວ່າ: ຄະນະພົວພັນຕ່າງປະເທດສູນກາງພັກ ຈະໃຫ້ຄວາມຮ່ວມມື, ປະສານສົມທົບຢ່າງແໜ້ນແຟ້ນ ແລະ ອໍານວຍຄວາມສະດວກທີ່ສຸດ ໃຫ້ແກ່ ສະຫາຍເອກອັກຄະລັດຖະທູດ ກໍຄື ສະຖານທູດຫວຽດນາມ ທີ່ນະຄອນຫລວງວຽງຈັນ ໃນການເຄື່ອນໄຫວ ແລະ ປະຕິບັດໜ້າທີ່ການທູດຢູ່ລາວ, ເຊື່ອໝັ້ນວ່າ ສະຫາຍ ຫງວຽນ ມິງ ເຕີມ ຈະສືບຕໍ່ປະຕິບັດໜ້າທີ່ການເປັນຂົວເຊື່ອມມິດຕະພາບ ແລະ ເປັນເສນາທິການໃຫ້ແກ່ການນໍາຂັ້ນສູງຂອງສອງພັກ, ສອງປະເທດ ໃນການເພີ່ມທະວີສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ແລະ ຫວຽດນາມ-ລາວ ໃຫ້ງອກງາມແຕກດອກອອກຜົນຍິ່ງໆຂຶ້ນ.
ໂອກາດນີ້, ສະຫາຍ ຫງວຽນ ມິງ ເຕີມ ໄດ້ສະແດງຄວາມຂອບໃຈ ຕໍ່ການຕ້ອນຮັບອັນອົບອຸ່ນ, ສະແດງຄວາມປິຕິຍິນດີ ແລະ ເປັນກຽດຢ່າງສູງ ທີ່ໄດ້ຮັບການແຕ່ງຕັ້ງມາເປັນເອກອັກຄະລັດຖະທູດວິສາມັນ ຜູ້ມີອໍານາດເຕັມແຫ່ງ ສສ ຫວຽດນາມ ປະຈໍາ ສປປ ລາວ, ຊົມເຊີຍ ແລະ ຕີລາຄາສູງ ຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງຫລາຍດ້ານ ທີ່ພັກ, ລັດ ແລະ ປະຊາຊົນລາວບັນດາເຜົ່າ ຍາດມາໄດ້ຕະຫລອດໄລຍະຜ່ານມາ ພາຍໃຕ້ການຊີ້ນໍາ, ນໍາພາອັນຖືກຕ້ອງ ແລະ ສະຫລາດສ່ອງໃສຂອງ ພັກ ປປ ລາວ, ພ້ອມທັງໄດ້ຢືນຢັນວ່າ ຈະເຮັດສຸດຄວາມສາມາດຂອງຕົນ ໃນການເປັນເສນາທິການ, ປະສານສົມທົບຢ່າງແໜ້ນແຟ້ນກັບ ຄະນະພົວພັນຕ່າງປະເທດສູນກາງພັກ ກໍຄື ບັນດາກະຊວງ, ອົງການ, ຂະແໜງການຂອງລາວ ໃນການເພີ່ມພູມຄູນສ້າງສາຍພົວພັນ ຫວຽດນາມ-ລາວໃຫ້ສືບຕໍ່ໄດ້ຮັບການຂະຫຍາຍຕົວເຂົ້າສູ່ລວງເລິກ, ມີປະສິດທິຜົນກວ່າເກົ່າ ແລະ ນໍາເອົາຜົນປະ ໂຫຍດຕົວຈິງມາສູ່ປະຊາຊົນສອງຊາດ ນັບມື້ນັບຫລາຍຂຶ້ນ.
ສອງຝ່າຍ ໄດ້ຕີລາຄາສູງການພົວພັນຮ່ວມມື ສອງພັກ, ສອງລັດແລະ ປະຊາຊົນສອງຊາດ ລາວ-ຫວຽດ ນາມ ໃນຜ່ານມາ ແລະ ປັດຈຸບັນ ທີ່ນັບມື້ເຂົ້າສູ່ລວງເລິກໃນທຸກຂົງເຂດວຽກງານ ຢ່າງບໍ່ຢຸດຢັ້ງ, ຕີລາຄາສູງຕໍ່ຜົນສໍາເລັດການຢ້ຽມຢາມລັດຖະກິດ ສສ ຫວຽດນາມ ແລະ ການພົບປະ ສອງກົມການເມືອງ ລາວ-ຫວຽດ ນາມ ຂອງ ສະຫາຍເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ພ້ອມດ້ວຍຄະນະ, ຍາມໃດສອງຝ່າຍ ກໍຖືສໍາຄັນເປັນພິເສດຂອງພິເສດ ແລະ ໃຫ້ບຸລິມະລິດກັນໃນລະດັບສູງສຸດ ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດ ນາມ, ຫວຽດນາມ-ລາວ, ຢືນຢັນວ່າ ຈະຮ່ວມກັນ ສືບຕໍ່ປົກປັກ ຮັກສາ ແລະ ເສີມຂະຫຍາຍສາຍພົວພັນທີ່ມີຄວາມພິເສດ ຂອງພິເສດນີ້ ໃຫ້ຍືນຍົງຊົ່ວກາລະນານ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາ ຢູ່ໃນພາກພື້ນ ແລະ ຢູ່ໃນໂລກ.
ພາບ: ເກດສະໜາ



