ວັນທີ 4 ຕຸລາ 2024, ຢູ່ທີ່ ໂຮງໝໍເມືອງປາກກະດິງ ແຂວງບໍລິຄຳໄຊ ໄດ້ມີພິທີ ມອບ-ຮັບ ເຄື່ອງກວດເລືອດທັນສະໄໝ ຈຳນວນ 1 ຊຸດ, ລວມມູນຄ່າ 290 ລ້ານກີບ. ໂດຍໄດ້ຮັບການສະໜັບສະໜູນຈາກ ບໍລິສັດ ໄຟຟ້ານ້ຳເທີນ 1 ຈຳກັດ. ກ່າວມອບໂດຍທ່ານ ບຸນຍັງ ເພັງສຸວັນ ທີ່ປຶກສາຝ່າຍພົວພັນກັບລັດຖະບານ ບໍລິສັດໄຟຟ້ານ້ຳເທີນ 1, ກ່າວຮັບໂດຍທ່ານ ດຣ ຂັນທອງ ວົງໂກສີ ຫົວໜ້າຫ້ອງການສາທາລະນະສຸກເມືອງ ແລະ ກໍ່ໄດ້ມີພິທີ ມອບ-ຮັບ ກັນຢ່າງເປັນທາງການ; ໂດຍຊ້ອງໜ້າທ່ານ ປອ ດວງຕາ ມໍລະຄາສຸກ ຄະນະປະຈຳພັກແຂວງ ປະທານກວດກາພັກ-ລັດແຂວງບໍລິຄຳໄຊ ຜູ້ຊີ້ນຳເມືອງປາກກະດິງ, ທ່ານ ບຸນຄົບ ຈັນທະວົງ ເຈົ້າເມືອງປາກກະດິງ, ໂດຍມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ-ຂັ້ນເມືອງ ພ້ອມດ້ວຍພະນັກງານແພດໝໍ ແລະ ພະນັກງານຈາກບໍລິສັດໄຟຟ້ານ້ຳເທີນ 1 ເຂົ້າຮ່ວມເປັນສັກຂີພິຍານ ແລະ ໃນໂອກາດທີ່ມີຄວາມໝາຍຄວາມສຳຄັນນີ້ ກໍ່ໄດ້ມີພິທີມອບໃບຍ້ອງຍໍຂັ້ນແຂວງ ແລະ ຂັ້ນເມືອງ ໃຫ້ກັບບໍລິສັດດັ່ງກ່າວນັ້ນ, ເປັນການຂອບໃຈທີ່ໄດ້ໃຫ້ການສະໜັບສະໜູນໃນຄັ້ງນີ້.
ຂ່າວ: ແສງທອງ




