ກະຊວງປ້ອງກັນປະເທດ ຂໍແຈ້ງຂ່າວມາຍັງອົງການຈັດຕັ້ງພັກ-ລັດ, ພະນັກ ງານ, ທະຫານ, ຕຳຫຼວດ, ລັດຖະກອນ ແລະ ປະຊາຊົນ ໄດ້ຊາບວາ: ເຄື່ອງບິນຂອງທະ ຫານອາກາດ ກອງທັບປະຊາຊົນລາວ ທີ່ກຳລັງຫັດແອບຕາມແຜນການ ປະຈຳປີ 2024 ໄດ້ເກີດອຸປະຕິເຫດ ຕົກຢູ່ບ້ານນາຄູນ , ເມືອງແປກ, ແຂວງຊຽງຂວາງ, ເວລາປະມານ 09:45 ໂມງເຊົ້າ ຂອງວັນທີ 04/10/2024, ກ່ຽວກັບເຫດການດັ່ງກ່າວ, ທາງກະຊວງປ້ອງກັນປະເທດພວກເຮົາໄດ້ຈັດຕັ້ງຄະນະລົງກວດສອບພື້ນທີ່ຕົວຈິງ ໂດຍແມ່ນ ທ່ານ ພົນຕີ ປະສິດ ທ່ຽງທຳ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ພ້ອມດ້ວຍຄະນະ. ສ່ວນຜົນກວດສອບນັ້ນ ຈະແຈ້ງໃຫ້ທານຊາບຕາມພາຍຫຼັງ.
ທີ່ມາ: ໜັງສືພິມກອງທັບ



