ວັນທີ 7 ຕຸລາ ແມ່ນວັນຄູແຫ່ງຊາດ ຊຶ່ງປີນີ້ຄົບຮອບ 30 ປີ. ການຈັດໃຫ້ມີວັນຄູແຫ່ງຊາດ ເພື່ອໃຫ້ພົນລະເມືອງລາວທຸກເຜົ່າທຸກຊັ້ນຄົນໃນວົງຄະນະຍາດແຫ່ງຊາດລາວ ໄດ້ສະແດງຄວາມກະຕັນຍູຮູ້ບຸນຄຸນຕໍ່ຄູ-ອາຈານທີ່ໄດ້ສິດສອນຕົນເອງມາຕັ້ງແຕ່ເຍົາໄວ, ເປັນການເຊີດຊູກຽດສັກສີ, ຖານະບົດບາດ ແລະ ຄຸນງາມຄວາມດີຂອງຄູຕໍ່ສັງຄົມຕໍ່ປະເທດຊາດໃນໄລຍະຜ່ານມາ ກໍຄືປັດຈຸບັນ. ຕະຫລອດໄລຍະ 3 ທົດສະວັດທີ່ຜ່ານມາ, ພັກ ແລະ ລັດ ເວລາໃດກໍໃຫ້ຄວາມສໍາຄັນ ແລະ ເອົາໃຈໃສ່ຕໍ່ການພັດທະນາຄູ ແລະ ຖືເອົາຄູສອນເປັນຂອດສໍາຄັນກ່ວາໝູ່ໃນການຕັດສິນຄຸນນະພາບຂອງການສຶກສາ ແລະ ການພັດທະນາຊັບພະຍາກອນມະນຸດຂອງຊາດ, ພ້ອມທັງໃຫ້ນາມມະຍົດແກ່ຄູວ່າ: “ຄູເປັນຄົນຂອງພັກ, ຄູແມ່ນແມ່ພິມຂອງຊາດ, ຄູແມ່ນວິສາວະກອນແຫ່ງດວງວິນຍານ, ຄູເປັນຜູ້ໃຫ້ຄວາມຮູ້”. ໂດຍຖືສໍາຄັນຄໍາເວົ້າທີ່ວ່າ ປະເທດນ້ອຍ ຫລື ໃຫຍ່ຖ້າຕ້ອງການພັດທະນາປະເທດຂອງຕົນໃຫ້ນັບມື້ຈະເລີນກ້າວໜ້າ ຕ້ອງມີບຸກຄະລາກອນທີ່ມີຄວາມຮູ້- ຄວາມສາມາດ. ຢາກມີບຸກຄະລາກອນທີ່ມີຄວາມຮູ້ຄວາມສາມາດ ຕ້ອງມີຄູ-ອາຈານທີ່ເກັ່ງ. ຄູເປັນຜູ້ທີ່ມີບົດບາດສໍາຄັນທີ່ສຸດຕໍ່ການພັດທະນາຊັບພະຍາກອນມະນຸດ.
ຍ້ອນໄດ້ຮັບຄວາມເອົາໃຈໃສ່ຈາກພັກ ແລະ ລັດ, ບວກກັບຄວາມເອົາໃຈໃສ່ຂອງພະນັກ ງານຄູ-ອາຈານ, ຜູ້ບໍລິຫານການສຶກສາ ແລະ ກິລາ ແຕ່ລະຂັ້ນ, ການປະກອບສ່ວນຢ່າງຕັ້ງໜ້າຂອງທຸກພາກສ່ວນໃນສັງຄົມຕໍ່ການພັດທະນາຖັນແຖວຄູ-ອາຈານ ເຮັດໃຫ້ວຽກງານການສຶກສາ ແລະ ກິລາຂອງລາວ ໂດຍລວມໄດ້ ຮັບການພັດທະນາດີຂຶ້ນຢ່າງເປັນຮູບປະທຳ ນັບທັງດ້ານປະລິມານ ແລະ ຄຸນນະພາບ, ເວົ້າສະເພາະຖັນແຖວຄູ-ອາຈານ ສາມາດຕອບສະໜອງໄດ້ໂດຍພື້ນຖານຕາມຄວາມຮຽກຮ້ອງຕ້ອງການຂອງການຮຽນ-ການສອນ.
ຕະຫລອດໄລຍະ 3 ທົດສະວັດຜ່ານມາ, ເຖິງວ່າ ຄູ-ອາຈານ ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງເປັນພິເສດຈາກລັດຖະບານ ໂດຍສະເພາະດ້ານຕົວເລກລັດຖະກອນທີ່ຂະແໜງສຶກສາໄດ້ຮັບໃນແຕ່ລະປີແມ່ນຫລາຍກວ່າຂະແໜງການອື່ນ. ນອກຈາກນີ້ ຍັງມີນະໂຍບາຍອື່ນໆ, ໃນນັ້ນ ລວມເຖິງນະໂຍບາຍຕໍ່ຄູອາສາສະໝັກ, ແຕ່ເມື່ອອີງໃສ່ຄວາມຮຽກຮ້ອງຕ້ອງການແລ້ວຈໍານວນຄູສອນຍັງບໍ່ທັນຕອບສະໜອງໄດ້ທັງທາງດ້ານປະລິມານ ແລະ ຄຸນນະພາບ ຈິ່ງເຮັດໃຫ້ຫລາຍທ້ອງຖິ່ນຮັບເອົາຄູອາສາສະໝັກເຂົ້າມາສອນຊ່ວຍ, ແຕ່ກົງກັນຂ້າມໂກຕ້າລັດຖະກອນຄູມີຈຳກັດ, ບວກກັບສະພາບເສດຖະກິດຂອງປະເທດທີ່ເກີດຂຶ້ນໃນປັດຈຸບັນ ຈຶ່ງເຮັດໃຫ້ເກີດປະກົດການຫຍໍ້ທໍ້ໃນຖັນແຖວຄູອາສາສະໝັກໃນທົ່ວປະເທດຫລາຍສົມຄວນ ແລະ ກາຍເປັນບັນຫາງທ້າທາຍບໍ່ໜ້ອຍໃນຂະແໜງການສຶກສາທີ່ຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂໃຫ້ດີຂຶ້ນ.
ຄູ ໝາຍເຖິງຜູ້ທີ່ມີຄວາມຮູ້-ຄວາມສາມາດ ແລະ ມີປະສົບການ ທີ່ສາມາດນໍາໄປຖ່າຍທອດໃຫ້ຜູ້ອື່ນໄດ້, ພ້ອມທັງເປັນຜູ້ທີ່ມີບົດບາດສໍາຄັນຕໍ່ການພັດທະນາຊັບພະຍາກອນມະນຸດ, ທຸກຄົນຢູ່ໃນສັງຄົມມີຄວາມຮູ້-ຄວາມສາມາດ ຍ້ອນມີຄູສອນ, ຖ້າບໍ່ມີຄູ ຄົນເຮົາຈະບໍ່ມີຄວາມຮູ້ ແລະ ບໍ່ມີໃຜໃນໂລກນີ້ ປະຕິເສດບົດບາດຂອງຄູໄດ້ ຈິ່ງເກີດມີຄໍາເວົ້າທີ່ວ່າ: “ສ້າງຄູ ເພື່ອສ້າງຄົນ ແລະ ສ້າງຄົນເພື່ອສ້າງຊາດ”.
ດັ່ງນັ້ນ ໃນໂອກາດວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 30 ປີ ຂໍຮຽກຮ້ອງມາຍັງຄູ- ອາຈານທຸກຄົນໃນທົ່ວປະເທດ ຕ້ອງໄດ້ເສີມຂະຫຍາຍການຮຽນຮູ້ຂອງຕົນໃຫ້ກ້າວຫນ້າທັນສະພາບການປ່ຽນແປງຂອງສາກົນໃຫ້ຫລາຍກ່ວາເວລາໃດໝົດ, ສ່ວນທາງດ້ານຄວາມຮູ້ຕ້ອງໄດ້ຄົ້ນຄ້ວາລົງເລິກວິຊາທີ່ຕົນເອງຮັບຜິດຊອບໃຫ້ເລິກເຊິ່ງ, ການສອນວິຊາສະເພາະຕ້ອງລົງເລິກຕິດພັນກັບການນໍາໃຊ້ຕົວຈິງຢູ່ໃນສັງຄົມ, ມີການປັບປຸງ, ປ່ຽນແປງ ແລະ ໝູນໃຊ້ວິທີການສິດສອນປະກອບ ມີຫລາຍຮູບແບບທີ່ມີຄຸນນະພາບດີຂຶ້ນກ່ວາເກົ່າ ເພື່ອເຮັດໃຫ້ຜູ້ຮຽນກໍໄດ້ເນື້ອໃນຈິດໃຈຕົ້ນຕໍຂອງບົດຮຽນ ແລະ ສາມາດນໍາໃຊ້ເຂົ້າໃນວຽກງານຕົວຈິງໄດ້ຢ່າງມີປະສິດທິຜົນ. ຄຽງຄູ່ກັນນີ້ ຄູ-ອາຈານທຸກຄົນ ຕ້ອງເປັນຜູ້ນໍາພາເຮັດຕົວຈິງໃນທຸກພາລະກິດທີ່ພັກ ແລະ ລັດ ມອບໝາຍໃຫ້ຢ່າງຢ່າງສໍາເລັດຜົນ, ມີຄຸນນະພາບ ແລະ ດ້ວຍຄວາມຮັບຜິດຊອບສູງ ເພື່ອເຮັດໃຫ້ຄຸນນະພາບການສຶກສາຂອງລາວໄດ້ຮັບການປັບປຸງ ແລະ ຍົກລະດັບໃຫ້ເທົ່າທຽມກັບສາກົນ ເທື່ອລະກ້າວ.
ສ່ວນພາກລັດ ກໍຄື ຂະແໜງການທີ່ກ່ຽວຂ້ອງ ຕ້ອງສືບຕໍ່ຄົ້ນຄວ້ານະໂຍບາຍຕ່າງໆ ສໍາລັບຄູ ໃຫ້ແທດເໝາະກັບສະພາບຄວາມເປັນຈິງ ກໍຄື ສະພາບຂອງເສດຖະກິດ-ສັງຄົມໃນປັດຈຸບັນໃຫ້ດີຂຶ້ນກວ່າເກົ່າ ເພື່ອບໍ່ຮັບປະກັນບໍ່ໃຫ້ເກີດປະກົດການຫຍໍ້ທໍ້ຕ່າງໆ ໃນຖັນແຖວຄູ-ອາຈານ ເພາະຜ່ານມາປະກົດໃຫ້ເຫັນແລ້ວຢູ່ບາງທ້ອງຖິ່ນ ນັ້ນຄື: ການລາອອກຈາກອາຊີບຄູ, ການປະລະການສອນ ແລະ ອື່ນໆ.
ຄູ ແມ່ນວິສາວະກອນແຫ່ງດວງວິນຍານ ຄູ ແມ່ນແມ່ພິມຂອງຊາດ ສ້າງຄູເພື່ອສ້າງຄົນ ສ້າງຄົນເພື່ອສ້າງຊາດ.
ຊົມເຊີຍ ວັນຄູແຫ່ງຊາດ ວັນທີ 7 ຕຸລາ ຄົບຮອບ 30 ປີ ຢ່າງສຸດໃຈ!


