ໃນຕອນຄໍ່າ ວັນທີ 6 ຕຸລາ 2024 ນີ້, ຄະນະຮັບຜິດຊອບຊີ້ນໍາລວມ, ຄະນະເຄື່ອນໄຫວສຸກເສີນ ແລະ ແຜນການເຄື່ອນໄຫວປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44, 45 ຂັ້ນກົມໃຫຍ່ການເມືອງ ປກສ ໄດ້ລົງຊຸກຍູ້ຕິດຕາມຈຸດປ້ອງກັນ ຢູ່ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ, ນໍາພາໂດຍ ພັອ ວັນໄຊ ຈັນທະສຸກ ຮອງຫົວໜ້າກົມພະນັກງານ ກົມໃຫຍ່ການເມືອງ ປກສ ພ້ອມດ້ວຍຄະນະ.
ໃນໂອກາດນີ້, ກໍໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດ ໜ້າທີ່ວຽກງານວິຊາສະເພາະແຕ່ລະຈຸດປ້ອງກັນໂດຍຫຍໍ້ ແລະ ໂດຍພື້ນຖານແລ້ວແຕ່ລະຈຸດປ້ອງກັນຜ່ານການຈັດຕັ້ງປະຕິບັດໜ້າທີ່ວຽກງານຕົວຈິງ ນັບແຕ່ໄດ້ບັນຈຸກໍາລັງລົງມາຮອດມື້ນີ້ແມ່ນສາມາດຮັກສາໄດ້ຄວາມສະຫງົບ, ຄວາມປອດໄພຮອບດ້ານໄດ້ຮ້ອຍສ່ວນຮ້ອຍ.
ທັງນີ້, ກໍເພື່ອເປັນການປຸກລະດົມ ນາຍ ແລະ ພົນຕຳຫຼວດ ເຂົ້າຮ່ວມປະຕິບັດໜ້າທີ່ວິຊາສະເພາະປ້ອງກັນກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44,45 ທີ່ ສປປ ລາວ ເປັນເຈົ້າພາບໃນປີ 2024 ໃຫ້ມີຄວາມບຸກບືນຫ້າວຫັນໃນການສ້າງຜົນງານ ກໍ່ຄືປະຕິບັດໜ້າທີ່ການເມືອງໃຫ້ມີຜົນສຳເລັດຕາມຈຸດປະສົງ, ລະດັບຄາດໝາຍ, ມີຄວາມສະຫງົບ, ປອດໄພ ແລະ ເປັນລະບຽບຮຽບຮ້ອຍຮອບດ້ານ.
ທີ່ມາ: ຄວາມສະຫງົບ






