ກອງປະຊຸມສະພາລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 24 ຈັດຂຶ້ນໃນວັນທີ 7 ຕຸລາ 2024 ທີ່ນະຄອນຫລວງວຽງຈັນ ໂດຍການເປັນປະທານຂອງ ທ່ານ ມະໄລທອງ ກົມມະສິດ, ລັດຖະມົນຕີ ກະຊວງອຸດສາຫະກໍາ ແລະ ການຄ້າ ແຫ່ງ ສປປ ລາວ, ມີບັນດາ ທ່ານ ລັດຖະມົນຕີສະພາປະຊາຄົມເສດຖະກິດອາຊຽນ, ທ່ານ ເລຂາທິການໃຫຍ່ອາຊຽນ, ທ່ານ ລັດຖະມົນຕີກະຊວງເສດຖະກິດ ຕີມໍເລສເຕ, ພ້ອມດ້ວຍບັນດາທ່ານຫົວໜ້າຄະນະຜູ້ ແທນຂອງປະເທດສະມາຊິກອາຊຽນ ເຂົ້າຮ່ວມ.
ກອງປະຊຸມຄັ້ງນີ້ ເປັນກອງປະຊຸມກະກຽມໃຫ້ແກ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45 ທີ່ຈະຈັດຂຶ້ນ ໃນລະຫວ່າງ ວັນທີ 8-11 ຕຸລາ 2024 ທີ່ ນະຄອນຫຼວງວຽງຈັນ. ຜູ້ແທນກອງປະຊຸມ ໄດ້ພ້ອມກັນສືບຕໍ່ປຶກສາຫາລືກ່ຽວກັບສະພາບການພັດທະນາເສດຖະກິດໃນພາກພື້ນ ແລະ ສາກົນ, ການຈັດຕັ້ງປະຕິບັດບັນດາແຜນວຽກບູລິມະສິດເສດຖະກິດອາຊຽນ ປີ 2024, ການພັດທະນາເສດຖະກິດແບບຍືນຍົງ ແລະ ການຫັນເປັນດິຈິຕອນໃນອາຊຽນ. ພ້ອມນີ້, ກອງປະຊຸມ ໄດ້ຮັບຊາບ ແລະ ແລກປ່ຽນທັດສະນະກ່ຽວກັບການສ້າງແຜນຍຸດທະສາດປະຊາຄົມເສດຖະກິດອາຊຽນ ໄລຍະປີ 2026-2030.
ນອກຈາກນີ້ ຍັງໄດ້ພິຈາລະນາ ແລະ ຮັບຮອງເອົາບັນດາເອກະສານສໍາຄັນຂອງ ເສົາຄໍ້າເສດຖະກິດ ເພື່ອນໍາສະເໜີຕໍ່ກອງປະຊຸມ ສຸດຍອດອາຊຽນ ຄັ້ງທີ 44 ແລະ 45.
ທ່ານ ມະໄລທອງ ກົມມະສິດ ມີຄໍາເຫັນກ່າວເປີດກອງປະຊຸມຄັ້ງນີ້ວ່າ: ການພົບປະຂອງຜູ້ແທນກອງປະຊຸມຄັ້ງນີ້ ເປັນຄັ້ງທີສາມ ພາຍຫຼັງການພົບປະກັນໃນກອງປະຊຸມລັດຖະມົນຕີເສດຖະກິດອາຊຽນ ຄັ້ງທີ 56 ຈັດຂຶ້ນໃນເດືອນກັນຍາ 2024 ຜ່ານມາ. ການພົບປະຄັ້ງນີ້ ສະແດງເຖິງຄວາມໝາຍໝັ້ນຂອງສະມາຊິກອາຊຽນທີ່ຈະສືບຕໍ່ຮ່ວມກັນຈັດຕັ້ງປະຕິບັດວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນ 2025 ແລະ ວິໄສທັດການສ້າງປະຊາຄົມເສດຖະກິດອາຊຽນ ຮອດປີ 2045.
ພ້ອມນີ້, ທ່ານໄດ້ຍົກໃຫ້ເຫັນວ່າ: ທ່າມກາງທີ່ສະພາບການຂອງໂລກ ແລະ ພາກພື້ນກໍາລັງຜັນແປໄປຢ່າງສະຫຼັບຊັບຊ້ອນ ໂດຍສະເພາະ ສະພາບເສດຖະກິດ ແລະ ການເງິນ ຂອງພາກພື້ນ ແລະ ສາກົນ ຍັງສືບຕໍ່ປະເຊີນກັບຄວາມບໍ່ໝັ້ນທ່ຽງ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງຂອງສະພາບດິນຟ້າອາກາດ ແລະ ຄວາມເຄັ່ງຕຶງດ້ານພູມສາດການເມືອງໃນພາກພື້ນ ແລະ ສາກົນທີ່ໄດ້ສ້າງໂອກາດ ແລະ ສິ່ງທ້າທາຍຕໍ່ກັບພາກພື້ນອາຊຽນ ເຊິ່ງສະແດງອອກຕົວເລກການຂະຫຍາຍຕົວທາງດ້ານເສດຖະກິດຂອງອາຊຽນ ສະເລ່ຍ ແມ່ນ 4.1% ໃນປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນເປັນ 4.6% ໃນປີ 2024. ການລົງທຶນໃນອາຊຽນ ໄດ້ເພີ່ມຂຶ້ນ 0.3% ຈາກ 229 ຕື້ໂດລາ ໃນປີ 2022 ມາເປັນ 230 ຕື້ໂດລາ ໃນປີ 2023. ມູນຄ່າການຄ້າດ້ານສິນຄ້າຂອງອາຊຽນໄດ້ຫຼຸດລົງ 1.2% ຈາກ 3,846 ຕື້ໂດລາ ໃນປີ 2022 ມາເປັນ 3,525 ຕື້ໂດລາ ໃນປີ 2023 ແລະ ຄາດວ່າຈະເພີ່ມຂຶ້ນມາເປັນ 3,617 ຕື້ໂດລາ ໃນປີ 2024.





