ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ລັດຖະມົນຕີກະຊວງ ຖວທ ຕ້ອນຮັບ ຫົວໜ້າ ເອດີບີ ປະຈໍາລາວ ເຂົ້າຢ້ຽມອໍາລາ

Oct 8, 2024

ວັນທີ 7 ຕຸລາ 2024, ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ໄດ້ຕ້ອນຮັບການເຂົ້າຢ້ຽມອໍາລາຂອງ ທ່ານ ນາງ ໂຊໂນມິ ທະນາກະ ຫົວໜ້າທະນາຄານພັດທະນາອາຊີ ຫລື ເອດີບີ (ADB) ປະຈໍາ ສປປ ລາວ ໃນໂອກາດສຳເລັດການປະຕິບັດໜ້າທີ່ຢູ່ ສປປ ລາວ.
ໃນໂອກາດນີ້, ທ່ານ ນາງ ສວນສະຫວັນ ວິຍະເກດ ໄດ້ສະແດງຄວາມຊົມເຊີຍ ແລະ ຕີລາຄາສູງ ຕໍ່ຜົນສຳເລັດໃນການປະຕິບັດໜ້າທີ່ຂອງ ທ່ານ ນາງ ໂຊໂນມິ ທະນາກະ ຊຶ່ງໄດ້ປະກອບສ່ວນເພີ່ມພູນຄູນສ້າງ ສາຍພົວພັນ ແລະ ການຮ່ວມມື ລະ ຫວ່າງ ສປປ ລາວ ແລະ ທະນາຄານພັດທະນາອາຊີ ນັບມື້ແໜ້ນແຟ້ນ ແລະ ເຕີບໃຫຍ່ຂະຫຍາຍຕົວເປັນກ້າວໆ, ພ້ອມທັງສະແດງຄວາມຂອບໃຈ ຕໍ່ທະນາຄານພັດ ທະນາອາຊີ ປະຈໍາ ສປປ ລາວ ທີ່ໃຫ້ການຊ່ວຍເຫລືອ ແກ່ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະການຊ່ວຍ ເຫລືອດ້ານການພັດທະນາການທ່ອງທ່ຽວ ແລະ ວັດທະ ນະທຳໃນ ສປປ ລາວ ໃຫ້ມີຄວາມຍືນຍົງ. ພ້ອມນີ້, ທ່ານຍັງໄດ້ອວຍພອນ ໃຫ້ທ່ານຫົວໜ້າທະນາຄານພັດທະນາອາຊີ ຈົ່ງເດີນທາງກັບຄືນປະເທດດ້ວຍຄວາມສະຫວັດ ດີພາບ ແລະ ປະສົບຜົນສຳເລັດໜ້າທີ່ວຽກງານໃໝ່ຂອງທ່ານ ແລະ ຂໍໃຫ້ສືບຕໍ່ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ທັງການຮ່ວມມືສອງຝ່າຍ ແລະ ໃນຂອບຫລາຍຝ່າຍ ກໍຄື ການສະໜັບສະໜູນ ເຊິ່ງກັນ ແລະ ກັນ ໃນເວທີພາກພື້ນ ແລະ ສາກົນ.
ທ່ານ ນາງ ໂຊໂນມິ ທະນາກະ ກໍໄດ້ສະແດງຄວາມຂອບໃຈ ຕໍ່ທ່ານລັດຖະມົນຕີ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນໃນຄັ້ງນີ້, ພ້ອມທັງສະແດງຄວາມຂອບໃຈຕໍ່ທຸກພາກສ່ວນຂອງ ສປປ ລາວ ທີ່ໄດ້ໃຫ້ການພົວພັນ, ອຳນວຍຄວາມສະດວກ ແລະ ຊ່ວຍເຫລືອຕະຫລອດໄລຍະທີ່ປະຕິບັດໜ້າທີ່ ຢູ່ ສປປ ລາວ ເຮັດໃຫ້ມີຜົນສຳເລັດຕາມຄາດໝາຍທີ່ວາງໄວ້ ແລະ ຈະສືບຕໍ່ປະກອບສ່ວນເຮັດໃຫ້ການພົວພັນຮ່ວມມືລະຫວ່າງ ລາວ ແລະ ທະນາຄານພັດທະນາອາຊີ ຂະຫຍາຍຕົວຍິ່ງໆ ຂຶ້ນ.
ທີ່ມາ: ຂປລ
May be an image of 2 people, dais and text