ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ເຊັນສັນຍາຮ່ວມທຶນສ້າງຕັ້ງບໍລິສັດຕະຫຼາດແລກປ່ຽນເງິນຕາ ຕ່າງປະເທດລາວ ຈໍາກັດ ລະຫວ່າງ ທຫລ ແລະ ທະນາຄານທຸລະ ກິດ 11 ແຫ່ງ

Oct 8, 2024

ໃນວັນທີ 07 ຕຸລາ2024 ທີ່ ຫ້ອງປະຊຸມ ທະນາຄານແຫ່ງ ສປປ ລາວ (ທຫລ), ທຫລ ໄດ້ຈັດພິທີເຊັນສັນຍາຮ່ວມທຶນ ການສ້າງຕັ້ງບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈໍາກັດ ລະຫວ່າງ ທຫລ ແລະ ທະນາຄານທຸລະກິດຈຳນວນ 11 ແຫ່ງ ເພື່ອຮ່ວມລົງທຶນໃນການສ້າງຕັ້ງ ບໍລິສັດ ຕະຫຼາດແລກ ປ່ຽນເງິນຕາຕ່າງປະເທດລາວ ຈຳກັດ.
ຕາງໜ້າເຊັນສັນຍາຮ່ວມທຶນໃນຄັ້ງນີ້ ໂດຍແມ່ນ ທ່ານ ພານຸສັກ ແກ່ນວົງພະຈັນ ຫົວໜ້າຫ້ອງການ ທຫລ ແລະ ບັນດາທ່ານຄະນະຜູ້ອໍານວຍການ ຂອງ ທະນາຄານທຸລະກິດ ຈໍານວນ 11 ແຫ່ງ. ໃຫ້ກຽດເຂົ້າຮ່ວມເປັນສັກຂີພະຍານໃນພິທີ ຂອງ ທ່ານ ນ. ວັດທະນາ ດາລາລອຍ ຮັກສາການ ຜູ້ວ່າການ ທຫລ, ພ້ອມ ດ້ວຍບັນດາທ່ານຮອງຜູ້ວ່າການ ທຫລ, ຄະນະກົມກ່ຽວຂ້ອງ ຂອງ ທຫລ, ບັນດາທະນາຄານທຸລະກິດ ແລະ ແຂກທີ່ຖືກເຊີນເຂົ້າຮ່ວມຢ່າງພ້ອມພຽງ.
ໃນພິທີ ທ່ານ ນ. ຟອງຈິນດາ ແສງສຸລິວົງ ຫົວໜ້າກົມນະໂຍ ບາຍເງິນຕາ, ທຫລ ໄດ້ນໍາສະເໜີກ່ຽວກັບຄວາມຄືບໜ້າໃນການ ສ້າງຕັ້ງຕະຫຼາດແລກປ່ຽນເງິນຕາຕ່າງປະເທດ ໂດຍໃຫ້ຮູ້ວ່າ: ນັບຕັ້ງແຕ່ຕົ້ນເດືອນ ສິງຫາ 2024 ທີ່ ທຫລ ແລະ ບັນດາທະນາ ຄານທຸລະກິດ ຈຳນວນ 15 ແຫ່ງ ໄດ້ເຊັນບົດບັນທຶກຄວາມເຂົ້າ ໃຈໃນການສ້າງຕັ້ງຕະຫຼາດດັ່ງກ່າວ ແລະ ໄດ້ມີການພັດທະນາລະ ບົບແລກປ່ຽນເງິນຕາ ໃຫ້ສາມາດເຊື່ອມຕໍ່ກັບລະບົບຂອງບັນດາ ທະນາຄານ​ທຸລະ​ກິດ (ທທກ) ແລະ ມີຄວາມພ້ອມທີ່ຈະເປີດໃຫ້ບໍລິການແກ່ມວນຊົນ, ຊຶ່ງນັບແຕ່ວັນທີ 22 ສິງຫາ 2024 ເປັນ ຕົ້ນມາ ໄດ້ມີການເປີດທົດລອງນໍາໃຊ້ລະບົບແລກ ປ່ຽນເງິນຕາ ຕ່າງປະເທດຂອງຕະຫຼາດດັ່ງກ່າວ ໂດຍຜ່ານແອັບພລິເຄເຊິນ ເທິງມືຖື ຂອງ ທທກ ຈຳນວນໜຶ່ງ ທີ່ສາມາດໃຫ້ບໍລິການໃນໄລຍະທຳອິດ ແລະ ມາຮອດປະຈຸບັນ ມີ 7 ທະນາຄານທີ່ເຂົ້າຮ່ວມໃຫ້ບໍລິການຜ່ານຕະຫຼາດດັ່ງກ່າວ ຄື: ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານສົ່ງເສີມກະສິກໍາ, ທະນາຄານເອັດທີ, ທະນາຄານບີໄອຊີ, ທະນາຄານຮ່ວມພັດທະ ນາ, ທະນາຄານພັດ ທະນາລາວ ແລະ ທະນາຄານຮ່ວມທຸລະກິດ ລາວ-ຫວຽດ. ໃນໄລຍະເລີ່ມຕົ້ນ ມີພຽງ 3 ສະກຸນ ທີ່ແລກປ່ຽນຊື້-ຂາຍ ຄື: ໂດລາສະຫະລັດ, ບາດ ແລະ ຢວນ, ແລະ ບໍ່ອະນຸຍາດໃຫ້ມີການແລກ ປ່ຽນເງິນຕາຕ່າງປະເທດຂ້າມສະກຸນອື່ນສາມາດນໍາໃຊ້ຜ່ານຊ່ອງ ທາງອອນລາຍເປັນຕົ້ນ ນໍາໃຊ້ຜ່ານ ແອັບພລິເຄຊັນ ເທິງມືຖື ຫຼື ເວັບໄຊ, ລະບົບແມ່ນຮອງຮັບການເຮັດທຸລະກໍາຜ່ານ LAPNET ຊຶ່ງຈະຊ່ວຍອໍານວຍຄວາມສະດວກໃຫ້ແກ່ຜູ້ຊື້-ຂາຍ ເງິນຕາຜ່ານຕະຫຼາດດັ່ງກ່າວ ສາມາດດໍາເນີນການຊື້- ຂາຍຂ້າມທະນາຄານໄດ້. ການເຮັດທຸລະກໍາຊື້-ຂາຍ ຈະຮອງຮັບແຕ່ການເຮັດທຸລະກໍາຊື້- ຂາຍເງິນຕາ ແບບທັນທີ (Spot) ເທົ່ານັ້ນ.
ຜ່ານການເປີດຕົວທົດລອງນຳໃຊ້ລະບົບດັ່ງກ່າວ ເຫັນວ່າ: ສັງຄົມໃຫ້ຄວາມສົນໃຈ ແລະ ນຳໃຊ້ບໍລິການແລກປ່ຽນເງິນຕາ ຕ່າງປະເທດຜ່ານຕະຫຼາດດັ່ງກ່າວ ເພີ່ມຂຶ້ນຢ່າງຕໍ່ເນື່ອງ. ຄຽງຄູ່ກັນນີ້, ທຫລ ໄດ້ສືບຕໍ່ຮ່ວມເຮັດວຽກກັບບັນດາ ທທກ ເພື່ອກະກຽມເງື່ອນໄຂດ້ານຕ່າງໆ ໃນການເປີດບໍລິສັດຢ່າງເປັນທາງ ການໃນມໍ່ໆນີ້. ສະນັ້ນ, ມາຮອດປະຈຸບັນ, ທຫລ ໄດ້ຮັບການການຕອບຮັບຈາກບັນດາ ທທກ ໃນການສະແດງເຈດຈຳນົງຕໍ່ກັບການເຂົ້າຮ່ວມທຶນໃນການສ້າງຕັ້ງບໍລິສັດດັ່ງກ່າວ ຈຳນວນ 11 ແຫ່ງ ແລະ ມີ ທຫລ ເປັນໜຶ່ງໃນຜູ້ຮ່ວມທຶນນໍາ ເຮັດໃຫ້ບໍລິສັດ ຕະຫຼາດແລກປ່ຽນເງິນຕາຕ່າງປະເທດລາວ ຈຳກັດ ຈະປະກອບມີຜູ້ຮ່ວມຖືຮຸ້ນທັງໝົດ 12 ພາກສ່ວນຄື: ທຫລ, ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ, ທະນາຄານສົ່ງເສີມກະສິກຳ, ທະນາຄານເອັສທີ, ທະນາຄານບີໄອຊີ, ທະນາຄານ ຮ່ວມພັດທະ ນາ, ທະນາຄານຮ່ວມທຸລະກິດລາວ-ຫວຽດ, ທະນາຄານພັດທະ ນາລາວ, ທະນາຄານອິນໂດຈີນ, ທະນາຄານລາວ-ຝຣັ່ງ, ທະນາ ຄານພົງສະຫວັນ ແລະ ທະນາຄານມາຣູຮານເຈແປນລາວ. ພາຍຫຼັງການຮ່ວມເຊັນສັນຍາຮ່ວມທຶນໃນມື້ນີ້ແລ້ວ, ບັນດາຂາຮຸ້ນຕ່າງໆ ຈະຮີບຮ້ອນດຳເນີນການສ້າງຕັ້ງບໍລິສັດ ໃຫ້ສຳເລັດໂດຍໄວຕາມຄາດໝາຍ ແລະ ຈະເປີດບໍລິສັດ ແລະ ນຳໃຊ້ລະບົບຂອງຕະຫຼາດແລກປ່ຽນເງິນຕາຕ່າງປະເທດຢ່າງເປັນທາງການໃນທ້າຍເດືອນຕຸລາ 2024 ທີ່ຈະມາເຖິງນີ້.