ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ປະກາດ 15 ບ້ານຢູ່ເມືອງທ່າແຂກ ເປັນຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ

Oct 8, 2024

ເມື່ອບໍ່ດົນມານີ້, ທີ່ສະໂມສອນຫ້ອງວ່າການເມືອງທ່າແຂກ ແຂວງຄໍາມ່ວນໄດ້ຈັດພິທີ ປະກາດເອົາ 15 ບ້ານຄື: ບ້ານ ເລົ່າງົວ, ບ້ານ ຕານ, ບ້ານ ໂພນພິມ, ບ້ານວຽງວິໄລ, ບ້ານ ດອນມ່ວງ, ບ້ານ ປາກຊີມັງ, ບ້ານ ທ່າແຂກໃຕ້, ບ້ານ ໜອງບົວຄໍາ, ບ້ານ ເລົ່າໂພຄໍາ, ບ້ານ ດອນເຄື່ອນຊ້າງ, ບ້ານ ຫ້ວຍນາງລີ້, ບ້ານ ຈອມແກ້ວ, ບ້ານ ໜອງໝ້ຽງ, ບ້ານ ປາກດົງ ແລະ ບ້ານ ນາບວບ ຈຳນວນ 4,025 ຄອບຄົວ ເປັນຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ ໂດຍການເຂົ້າຮ່ວມຂອງ ທ່ານ ສັກດາ ແກ້ວມະນີໄຊ ຮອງເຈົ້າເມືອງທ່າແຂກ.
ທ່ານ ນາງ ຈອມຈັນ ຂຸນພົນ ຮອງຫົວໜ້າຫ້ອງການແຮງງານ ແລະ ສະຫວັດດີການ-ສັງຄົມເມືອງທ່າແຂກ ໄດ້ຜ່ານຂໍ້ຕົກລົງຂອງເຈົ້າເມືອງໆ ທ່າແຂກ ວ່າດ້ວຍການອະນຸມັດ ຈັດພິທີປະກາດມອບໃບຢັ້ງຢືນຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ, ຜ່ານບົດລາຍງານ ການສ້າງຄອບຄົວ ແລະ ສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ- ສັງຄົມ, ຜ່ານຂໍ້ຕົກລົງຂອງ ເຈົ້າເມືອງໆ ທ່າແຂກ ວ່າດ້ວຍ ການ ຮັບຮອງຄອບຄົວ ແລະ ບ້ານພັດທະນາດ້ານແຮງງານ ແລະ ສະ ຫວັດດີການ-ສັງຄົມ, ຜ່ານຂໍ້ຕົກລົງຂອງເຈົ້າເມືອງໆ ທ່າແຂກ ວ່າດ້ວຍການແຕ່ງຕັ້ງຜູ້ຮັບຜິດຊອບວຽກງານແຮງງານ ແລະ ສະ ຫວັດດີການ-ສັງຄົມຂັ້ນບ້ານ.
ຈຸດປະສົງການສ້າງຄອບຄົວພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ ແລະ ສ້າງບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມເປັນຂະບວນການໜຶ່ງ ເພື່ອການແຂ່ງຂັນເຄື່ອນໄຫວສົ່ງເສີມມູນເຊື້ອດຸໝັ່ນໃນການອອກແຮງງານທຳມາຫາກິນຂອງປະຊາຊົນບັນດາເຜົ່າ ໃຫ້ສອດຄ່ອງກັບລະບຽບກົດ ໝາຍເສີມຂະຫຍາຍນໍ້າໃຈເອື້ອເຟື້ອເພື່ອແຜ່ສາມັກຄີປອງ ດອງທີ່ເປັນມູນເຊື້ອອັນດີງາມ ຂອງປະຊາຊົນ ແຕ່ລະທ້ອງຖິ່ນໃຫ້ໄດ້ຮັບການພັດທະນາ ແລະ ກາຍເປັນສ່ວນໜຶ່ງຂອງລະບົບການ ເມືອງ-ການປົກຄອງປົກປ້ອງສັງຄົມໃຫ້ນັບມື້ເຕີບໃຫຍ່ຂະຫຍາຍຕົວ ແລະ ເຂັ້ມແຂງ.
ໃນພິທີໄດ້ມີການມອບ – ຮັບໃບຢັ້ງຢືນບ້ານພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ, ມອບໃບຢັ້ງຢືນຄອບຄົວພັດທະນາດ້ານແຮງງານ ແລະ ສະຫວັດດີການ-ສັງຄົມ ໃຫ້ທັງ 15 ບ້ານ.
ທີ່ມາ: Media Laos