ວິທະຍຸກະຈາຍສຽງແຫ່ງຊາດລາວ

Lao National Radio

ຕັ້ງໜ້າຜັນຂະຫຍາຍມະຕິກອງປະຊຸມວຽກງານ

 ສື່ມວນຊົນ ຄັ້ງທີ I ໃຫ້ປາກົດຜົນເປັນຈິງ

ຮອງລັດຖະມົນຕີກະຊວງ ປກສ ເຄື່ອນໄຫວຊຸກຍູ້ບັນດາຈຸດປ້ອງກັນ ກອງປະຊຸມສຸດຍອດອາຊຽນ

Oct 9, 2024

ໃນຕອນເຊົ້າຂອງວັນທີ 9 ຕຸລາ 2024 ພົຕ ຄຳກິ່ງ ຜຸຍຫຼ້າມະນີວົງ ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຫົວໜ້າກົມໃຫຍ່ຕຳຫຼວດ ພ້ອມຄະນະ ໄດ້ເຄື່ອນໄຫວກວດກາ, ຕິດຕາມ ແລະ ຊຸກຍູ້ການປະຕິບັດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ຢູ່ຈຸດຕ່າງໆໃນການປ້ອງກັນເພື່ອຮັບປະກັນຄວາມສະຫງົບ ແລະ ຮັກສາຄວາມເປັນລະບຽບຮຽບຮ້ອຍ ໃຫ້ແກ່ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ຂອງ ສປປ ລາວ.
ການເຄື່ອນໄຫວກວດກາ, ຕິດຕາມ ແລະ ຊຸກຍູ້ການປະຕິບັດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ຂອງທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ໃນຄັ້ງນີ້ ຄະນະຮັບຜິດຊອບນຳພາ-ບັນຊາຢູ່ຕາມຈຸດຕ່າງໆກໍໄດ້ລາຍງານສະພາບລວມ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ແລະ ບັນຫາອື່ນໆ ທີ່ພົວພັນເຖິງການປະຕິບັດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ໃຫ້ທ່ານຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ພ້ອມຄະນະໄດ້ຮັບຊາບວ່າ ຜ່ານການປະຕິບັດໜ້າທີ່ຂອງກຳລັງປ້ອງກັນຄວາມສະຫງົບ ຢູ່ຕາມຈຸດຕ່າງໆແມ່ນ ສາມາດຮັບປະກັນໄດ້ຄວາມສະຫງົບ, ຄວາມປອດໄພ 100% ແລະ ມີຄວາມເປັນລະບຽບຮຽບຮ້ອຍໂດຍພື້ນຖານ. ເຊິ່ງການລົງເຄື່ອນໄຫວຄັ້ງນີ້ປະກອບມີ 4 ຈຸດທີ່ສໍາຄັນຄື: ຈຸດປ້ອງກັນສູນຂ່າວ, ຈຸດປ້ອງກັນຫໍປະຊຸມແຫ່ງຊາດ, ຈຸດປ້ອງກັນຢູ່ໂຮງແຮມດອນຈັນພາເລດ ແລະ ຈຸດປ້ອງກັນຢູ່ໂຮງແຮມແລນມາກ ລີເວີຊາຍ.
ໂອກາດດັ່ງກ່າວ ພົຕ ຄໍາກິ່ງ ຜຸຍຫຼ້າມະນີວົງ ກໍໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງ ຮຽກຮ້ອງໃຫ້ກຳລັງປ້ອງກັນຄວາມສະຫງົບ ທີ່ປະຈຳຢູ່ແຕ່ລະຈຸດ ໃຫ້ພ້ອມກັນເອົາໃຈໃສ່ປະຕິບັດໜ້າທີ່ ຮັບປະກັນເຮັດໃຫ້ການເປັນເຈົ້າພາບຈັດກອງປະຊຸມສຸດຍອດອາຊຽນ ຂອງ ສປປ ລາວ ໃນຄັ້ງນີ້ ມີຄວາມສະຫງົບປອດໄພ 100% ເພື່ອເຮັດໃຫ້ກອງປະຊຸມຄັ້ງນີ້ດໍາເນີນໄປດ້ວຍຜົນສໍາເລັດຢ່າງຈົບງາມ.
ຈາກນັ້ນທ່ານໄດ້ມອບເຄື່ອງບໍລິໂພກໃຫ້ກໍາລັງປ້ອງກັນຄວາມສະຫງົບ ເຊິ່ງສະແດງເຖິງຄວາມເປັນຫ່ວງເປັນໄຍຈາກພັກ-ລັດ ເວົ້າສະເພາະກໍຄືການນໍາກະຊວງປ້ອງກັນຄວາມສະຫງົບ ທີ່ເຫັນໄດ້ຄວາມໝາຍ ແລະ ຄວາມສໍາຄັນຂອງວຽກງານປ້ອງກັນຄວາມສະຫງົບ ຄວາມເປັນລະບຽບຮຽບຮ້ອຍຂອງສັງຄົມ ເວົ້າສະເພາະແມ່ນການປ້ອງກັນກອງປະຊຸມສຸດຍອດອາຊຽນ ຄັ້ງທີ 44-45 ທີ່ ສປປ ລາວ ໄດ້ຮັບກຽດເປັນເຈົ້າພາບໃນຄັ້ງນີ້ ໃຫ້ມີຄວາມຮັບປະກັນຄວາມສະຫງົບປອດໄພຮອບດ້ານ.
ພາບ-ຂ່າວ: ຄຳໂຖ
May be an image of 13 people and text